ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ສະຫະລັດ ເຫັນວ່າ ເຄືອຂ່າຍກຸ່ມລັດອິສລາມ ກຳລັງເຕົ້າໂຮມຊັບພະຍາກອນຕ່າງໆ ເພື່ອເສີມຂະຫຍາຍຄວາມສາມາດຂອງຕົນ


ແຟ້ມພາບ - ພາບນີ້ຂອງກອງກຳລັງປະຊາທິປະໄຕຂອງຊີເຣຍ ສະແດງໃຫ້ເຫັນສິ່ງຂອງຕ່າງໆຈາກພວກນັກລົບຂອງກຸ່ມລັດອິສລາມ ທີ່ໄດ້ຖືກຈັບກຸ່ມ ຫຼັງຈາກທີ່ພວກເຂົາໄດ້ໂຈມ ຄຸກ Gweiran, ໃນເມືອງຮາຊາຄາ ຂອງຊີເຣຍ, ວັນທີ 21 ມັງກອນ 2022.
ແຟ້ມພາບ - ພາບນີ້ຂອງກອງກຳລັງປະຊາທິປະໄຕຂອງຊີເຣຍ ສະແດງໃຫ້ເຫັນສິ່ງຂອງຕ່າງໆຈາກພວກນັກລົບຂອງກຸ່ມລັດອິສລາມ ທີ່ໄດ້ຖືກຈັບກຸ່ມ ຫຼັງຈາກທີ່ພວກເຂົາໄດ້ໂຈມ ຄຸກ Gweiran, ໃນເມືອງຮາຊາຄາ ຂອງຊີເຣຍ, ວັນທີ 21 ມັງກອນ 2022.

ບັນດາເຈົ້າໜ້າທີ່ສະຫະບັດ ທີ່ຮັບຜິດຊອບກັບການຕິດຕາມເບິ່ງກຸ່ມຫົວຮຸນແຮງລັດອິສລາມ ກຳລັງເຫັນຮ່ອງຮອຍ ທີ່ໜ້າເປັນຫ່ວງ ທີ່ວ່າ ແກນນຳຂອງກຸ່ມກໍ່ການຮ້ານນີ້ ພວມເສີມຂະຫຍາຍການຄວບຄຸມເຄືອຂ່າຍຂອງຕົນ ໃນທົ່ວໂລກ ເຖິງແມ່ນຈະໄດ້ສູນເສຍຜູ້ນຳທີ່ສຳຄັນ ຫຼາຍຄັ້ງມາແລ້ວກໍຕາມ.

ພິ​ເສດ​ແລ້ວ ສະຫະລັດກຳລັງສະແດງຄວາມເປັນຫ່ວງກ່ຽວກັບກົມອຳນວຍການໃຫຍ່ໃນແຂວງຕ່າງໆຂອງກຸ່ມດັ່ງກ່າວ ຊຶ່ງເປັນສຳນັກງານລະດັບພູມິພາກທີ່ໄດ້ຈັດຕັ້ງຂຶ້ນມາຕະຫຼອດໄລຍະຫຼາຍປີຜ່ານມາ ເພື່ອຮັກສາຊື່ສຽງແລະຄວາມອາດສາມາດຕ່າງໆຂອງກຸ່ມນີ້.

ກະຊວງການຕ່າງປະເທດຂອງສະຫະລັດ ໃນວັນພະຫັດ ໄດ້ເນັ້ນໃຫ້ເຫັນເຖິງໄພຂົ່ມຂູ່ ໂດຍສຳນັກງານທັງຫຼາຍເຫຼົ່ານັ້ນ ໃນພາກພື້ນ ໂດຍການກຳນົດໃຫ້ບັນດາຜູ້ນຳຂອງແຕ່ລະສຳນັກງານ ຢູ່ໃນອີຣັກ ແລະ ຂົງເຂດຊາແຮລຂອງອາຟຣິກາ ເປັນພວກກໍ່ການຮ້າຍຂອງໂລກ ທີ່ຖືກກຳນົດເປັນພິເສດ.

“ພວກເຮົາຍັງຄົງເພັ່ງເລັງໃສ່ການຫລຸດຜ່ອນຄວາມສາມາດໃນການລະດົມ ແລະເຄື່ອນຍ້າຍທຶນໄປທົ່ວຫຼາຍເຂດອຳນາດການປົກຄອງຂອງກຸ່ມ ISIS” ນັ້ນແມ່ນຄຳເວົ້າຂອງລັດຖະມົນຕີການຕ່າງປະເທດ ທ່ານແອນໂທນີ ບລິງເກັນ ທີ່ໄດ້ກ່າວ ໃນຖະແຫລງການຕໍ່ກອງປະຊຸມຂອງກຸ່ມພັນທະມິດໃນໂລກ ຢູ່ນະຄອນ ຫຼວງຣິຢາດ ຊຶ່ງໄດ້ປະຕິບັດງານເພື່ອເອົາຊະນະກຸ່ມລັດອິສລາມ ທີ່ຮູ້ຈັກກັນໃນ​ຊື່ ISIS, IS ຫຼື ດາແອັສ Daesh.

ທ່ານບລິງເກັນ ເວົ້າຕື່ມວ່າ “ສຳລັບຄວາມກ້າວໜ້າທັງໝົດຂອງພວກເຮົາ ການຕໍ່ສູ້ນັ້ນ ແມ່ນຍັງບໍ່ທັນແລ້ວເທື່ອ.”

U.S. officials tasked with tracking Islamic State are seeing worrisome signs that the terror group’s core leadership is strengthening control over its global network of affiliates despite a series of key losses.

Specifically, the United States is raising concerns about the group’s General Directorate of Provinces, a series of nine regional offices set up over the past several years to sustain the group’s reputation and global capabilities.

The U.S. State Department on Thursday highlighted the threat posed by these regional offices, designating the leaders of the offices in Iraq and in Africa’s Sahel region as Specially Designated Global Terrorists.

“We remain focused on cutting off ISIS’s ability to raise and move funds across multiple jurisdictions,” Secretary of State Antony Blinken said, speaking to a meeting in Riyadh of the global coalition that has been working to defeat Islamic State, also known as ISIS, IS or Daesh.

“For all our progress, the fight is not yet done,” Blinken added.

XS
SM
MD
LG