ສະຫະລັດກໍາລັງຂູ່ວ່າຈະມີການລົງໂທດແບບອັດຕະໂນມັດເລີຍ ເພື່ອບໍ່ໃຫ້ຣັດເຊຍ
ແລະປະເທດປໍລະປັກອື່ນໃດໆ ທັງຢູ່ໃນປັດຈຸບັນແລະໃນອະນາຄົດ ເຂົ້າແຊກແຊງ
ການເລືອກຕັ້ງຂອງປະເທດນີ້ໄດ້.
ປະທານາທິບໍດີ ດໍໂນລ ທຣໍາ ໄດ້ປະກາດພາວະສຸກເສີນແຫ່ງຊາດ ໃນວັນພຸດ ວານນີ້,
ໂດຍໄດ້ເຊັນດໍາລັດ ທີ່ກໍານົດໃຫ້ມີການລົງໂທດທາງເສດຖະກິດ ແລະການລົງໂທດ
ແບບອື່ນໆ ຕໍ່ບຸກຄົນ, ກຸ່ມຄົນ ຫລືປະເທດທີ່ຖືກຕີລາຄາວ່າ ໄດ້ ແຊກແຊງເຂົ້າ ໃນ
ການເລືອກຕັ້ງກາງສະໄໝທີ່ຈະມີຂຶ້ນໃນວັນທີ 6 ພະຈິກ ທີ່ຈະມາເຖິງນີ້.
ຄໍາສັ່ງດັ່ງກ່າວ ມີຂຶ້ນໃນເວລາພຽງ 8 ອາທິດ ກ່ອນທີ່ພວກປ່ອນບັດເລືອກຕັ້ງຈະພາກັນ
ໄປລົງຄະແນນສຽງ ແລະໃຫ້ການຄຸ້ມຄອງແກ່ພື້ນຖານໂຄງລ່າງຂອງການເລືອກຕັ້ງ
ຂອງອາເມຣິກາ ເຊັ່ນ ເຄື່ອງຈັກໃຊ້ໃນການລົງຄະແນນສຽງແລະ ສາງຂໍ້ມູນກ່ຽວກັບ
ຜູ້ປ່ອນບັດ ບໍ່ໃຫ້ຖືກໂຈມຕີ, ຄຸ້ມຄອງບໍ່ໃຫ້ຜູ້ລົງສະໝັກເລືອກຕັ້ງ ຫລື ອົງການທາງ
ການເມືອງຕ່າງໆ ຖືກໂຈມຕີທາງອິນເຕີແນັດ, ແລະບໍ່ໃຫ້ມີການໂຄສະນາຫາສຽງ
ທີ່ໃຫ້ຂໍ້ມູນບິດເບືອນ.
ດໍາລັດນີ້ ຍັງອອກມາ ໃນຂະນະທີ່ທໍານຽບຂາວ ພະຍາຍາມທີ່ຈະເອົາມາດຕະການທີ່
ເຂັ້ມງວດຂຶ້ນຕໍ່ມົສກູ ພາຍຫລັງທີ່ທ່ານ ທຣໍາ ໄດ້ຮັບຮູ້ເອົາຄໍາປະຕິເສດຂອງປະທານາ
ທິບໍດີຣັດເຊຍ ທ່ານ ວລາດິເມຍ ປູຕິນ ທີ່ເວົ້າວ່າປະເທດຂອງເພິ່ນ ບໍ່ໄດ້ແຊກແຊງ
ເຂົ້າໃນການເລືອກຕັ້ງ ປະທານາທິບໍດີສະຫະລັດ ໃນປີ 2016 ນັ້ນແຕ່ຢ່າງໃດ ຊຶ່ງ
ເປັນສິ່ງທີ່ຂັດກັບການກວດພົບຂອງປະຊາຄົມສືບລັບຂອງສະຫະລັດ.
"ມັນເປັນການດໍາເນີນຄວາມພະຍາຍາມເພີ້ມຂຶ້ນອີກຕື່ມ ໃນບັນດາຄວາມພະ ຍາຍາມ
ທີ່ທາງຄະນະລັດຖະບານ ໄດ້ປະຕິບັດໄປແລ້ວນັ້ນ, ເພື່ອປ້ອງກັນສະຫະລັດ ບໍ່ໃຫ້ຕ່າງ
ປະເທດແຊກແຊງເຂົ້າໃນການເລືອກຕັ້ງຂອງພວກເຮົາໄດ້ ແລະ ແທ້ໆ ກໍແມ່ນເຂົ້າໃນ
ຂະບວນການ ທາງການເມືອງ ຂອງພວກເຮົາ ທີ່ກວ້າງໄປກວ່ານັ້ນອີກ," ນັ້ນຄືຄໍາເວົ້າ
ຂອງທ່ານຈອນ ໂບລຕັນ, ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ກ່າວຕໍ່ກອງປະຊຸມ
ພວກນັກຂ່າວ.
ທ່ານກ່າວເພີ້ມອີກວ່າ "ພວກເຮົາຮູ້ສຶກວ່າ ການສະແດງໃຫ້ເຫັນວ່າ ປະທານາ ທິບໍດີ ເປັນຜູ້ເຂົ້າຄວບຄຸມຕໍ່ບັນຫານີ້ ແມ່ນສໍາຄັນຫລາຍ, ໃຫ້ເຫັນໄດ້ວ່າ ມັນເປັນເລື້ອງນຶ່ງ ທີ່ທ່ານມີຄວາມເປັນຫ່ວງທີ່ສຸດ."
ຍັງມີຄວາມເປັນຫ່ວງກັນຢູ່ກ່ຽວກັບການໂຈມຕີ ຫລືການໂຄສະນາຫາສຽງທີ່ມີຂໍ້ມູນ
ບໍ່ຈິງ ທີ່ໄດ້ມີຄວາມຮ້າຍແຮງຂຶ້ນ ສ່ວນນຶ່ງກໍແມ່ນຍ້ອນການໂຈມຕີຂອງປະທານາທິ
ບໍດີເອງ ຕໍ່ການສືບສວນຂອງໄອຍະການພິເສດ ທີ່ກໍາລັງດໍາເນີນໄປຢູ່ ຕໍ່ການເຄື່ອນ
ໄຫວຂອງຣັດເຊຍ ແລະສືບສວນກ່ຽວກັບການຮ່ວມມືກັນທີ່ອາດມີລະຫວ່າງ ພະນັກ
ງານໂຄສະນາຫາສຽງຂອງທ່ານທຣໍາເອງ.
ທ່ານ ທຣໍາ ໄດ້ປະຕິເສດຊໍ້າແລ້ວ ຊໍ້າອີກ ໂດຍເວົ້າວ່າການສືບສວນ ດັ່ງກ່າວ "ເປັນ
ການຊອກຈັບຜິດ."
ແຕ່ວ່າ ຢູ່ໃນຖະແຫລງການສະບັບນຶ່ງທີ່ຂຽນອອກໃນວັນພຸດວານນີ້ ທ່ານປະທານາທິບໍດີ
ເວົ້າວ່າ ດໍາລັດຂອງທ່ານໄດ້ເປັນທີ່ຈະແຈ້ງວ່າ ສະຫະລັດ "ຈະບໍ່ຍອມປ່ອຍໃຫ້ມີການ
ແຊກແຊງ ໃນຮູບໃດຮູບນຶ່ງ ຕໍ່ການເລືອກຕັ້ງຂອງພວກເຮົາເດັດ ຂາດ.”