ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ຫະ​ລັດ ຈະພະ​ຍາ​ຍາມ​ຂໍ​ຄວາມເປັນ​ເອ​ກະ​ພາບ ຈາກ​ສະ​ພາ​ຄວາມ​ໝັ້ນ​ຄົງ ກ່ຽວ​ກັບ ລູກ​ສອນ​ໄຟ ສ​ປ​ປ ເກົາຫຼີ


ປະ​ຊາ​ຊົນ​ເບິ່ງ​ໂທ​ລະ​ພາບ​ທີ່​ສະ​ແດງ​ໃຫ້​ເຫັນ​ຂ່າວ ກ່ຽວ​ກັບ ການ​ເດີນ​ສວນ​ສະ​ໜາມ​ກອງ​ທັບ ເກົາຫຼີ​ເໜືອ, ສະ​ຖາ​ນີ​ລົດ​ໄຟ​ໃນ​ນະ​ຄອນຫຼວງ ໂຊ​ລ, ເກົາຫຼີ​ໃຕ້, 20 ກຸມ​ພາ 2023.
ປະ​ຊາ​ຊົນ​ເບິ່ງ​ໂທ​ລະ​ພາບ​ທີ່​ສະ​ແດງ​ໃຫ້​ເຫັນ​ຂ່າວ ກ່ຽວ​ກັບ ການ​ເດີນ​ສວນ​ສະ​ໜາມ​ກອງ​ທັບ ເກົາຫຼີ​ເໜືອ, ສະ​ຖາ​ນີ​ລົດ​ໄຟ​ໃນ​ນະ​ຄອນຫຼວງ ໂຊ​ລ, ເກົາຫຼີ​ໃຕ້, 20 ກຸມ​ພາ 2023.

ສະ​ຫະ​ລັດ ໄດ້​ກ່າວ​ໃນ​ວັນ​ຈັນ​ວານນີ້​ວ່າ​ ເຂົາ​ເຈົ້າ​ຈະ​ພະ​ຍາ​ຍາມ​ຂໍ​ຄວາມ​ເປັນ​ເອ ກະ​ພາບ​ຈາກ​ສະ​ພາ​ຄວາມ​ໝັ້ນ​ຄົງສະ​ຫະ​ປະ​ຊາ​ຊາດ ​ໃນ​ການ​ຕອບ​ໂຕ້​ຕໍ່​ການ​ຍິງ​ລູກ​ສອນ​ໄຟ​ຄັ້ງຫຼ້າ​ສຸດ​ຂອງ ເກົາຫຼີ​ເໜືອ, ເຖິງ​ແມ່ນ​ວ່າ ​ຈະ​ມີ​ການ​ຄັດ​ຄ້ານ​ຈາກ ຈີນ ແລະ ຣັດ​ເຊຍ ກ່ອນ​ໜ້ານີ້​ກໍ່​ຕາມ.

ເອກ​ອັກ​ຄະ​ລັດ​ຖະ​ທູດ ສະ​ຫະ​ລັດ ທ່ານ​ນາງ ລິນ​ດາ ທອມ​ມັ​ສ ກ​ຣີນ​ຟີ​ລ ໄດ້​ກ່າວ​ຕໍ່​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ວ່າ “ຂ້າ​ພະ​ເຈົ້າ​ຂໍຮຽກ​ຮ້ອງ​ສະ​ພາ​ໃຫ້​ກ່າວ​ປະ​ນາມ​ການ​ຍິງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ພວກນີ້. ຂ້າ​ພະ​ເຈົ້າ​ຂໍ​ຮຽກ​ຮ້ອງ​ສະ​ພາ​ໃຫ້​ຮຽກ​ຮ້ອງ​ ສ​ປ​ປ ເກົາຫຼີ ​ປະ​ຕິ​ບັດ​ຕາມ​ພັນ​ທະ​ສາ​ກົນ​ພາຍ​ໃຕ້​ທຸກ​ມະ​ຕິ​ທີ່​ສຳ​ຄັນ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ. ແລະ ຂ້າ​ພະ​ເຈົ້າ​ຂໍ​ຮຽກ​ຮ້ອງ​ສະ​ພາ ​ໃຫ້ຜັກ​ດັນ ສ​ປ​ປ ເກົາຫຼີ ເຂົ້າ​ຮ່ວມ​ໃນ​ການ​ເຈ​ລະ​ຈາ​ທີ່​ມີ​ຄວາມ​ໝາຍ.”

ສ​ປ​ປ ເກົາຫຼີ ແມ່ນ​ຊື່​ຫຍໍ້​ສຳ​ລັບ​ຊື່​ຢ່າງ​ເປັນ​ທາງ​ການ​ຂອງ ເກົາຫຼີ​ເໜືອ ຄື​ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ ເກົາຫຼີ.

ທ່ານ​ນາງ ທອມ​ມັ​ສ ກ​ຣີນ​ຟີ​ລ ໄດ້​ກ່າວ​ວ່າ​ ເຖິງ​ແມ່ນ​ວ່າ​ການ​ພະ​ຍາ​ຍາມ​ກ່ອນ​ໜ້ານີ້​ໂດຍ ຈີນ ແລະ ຣັດ​ເຊຍ “ເພື່ອ​ລະ​ງັບ​ທຸກໆ​ຄວາມ​ພະ​ຍາ​ຍາມ​ ໃນ​ການ​ຕອບ​ໂຕ້​ທີ່​ມີ​ຄວາມ​ໝາຍ​ນັ້ນ​ກໍ່​ຕາມ,” ວໍ​ຊິງ​ຕັນ ຈະ​ສະ​ເໜີ​ຖະ​ແຫຼງ​ການ​ປະ​ທາ​ນາ​ທິ​ບໍ​ດີ​ຕໍ່​ສະ​ພາ. ນັ້ນ​ແມ່ນ​ບາດ​ກ້າວ​ທີ່​ຕ່ຳ​ກວ່າ​ມະ​ຕິ ແຕ່​ຕ້ອງ​ໄດ້​ຖືກ​ຕັດ​ສິ​ນ​ເຫັນ​ດ້ວຍ​ຢ່າງ​ເປັນ​ເອ​ກະ​ສັນ.

ໃນ​ເດືອນ​ພຶດ​ສະ​ພາ​ປີ​ກາຍນີ້, ປັກ​ກິ່ງ ແລະ ມົ​ສ​ກູ ໄດ້​ໃຊ້​ສິດ​ຍັບ​ຢັ້ງ​ຂອງ​ເຂົາ​ເຈົ້າ​ເພື່ອ​ກີດ​ກັ້ນ​ຮ່າງ​ມະ​ຕິ​ຂອງ ສະ​ຫະ​ລັດ ທີ່​ຈະ​ກຳ​ນົດ​ມາດ​ຕະ​ການ​ລົງ​ໂທດໃໝ່​ຕໍ່ ພຽງ​ຢາງ.

ລຸນຫຼັງ​ກອງ​ປະ​ຊຸມ​ສະ​ພາ​ໃນ​ວັນ​ຈັນ​ວານນີ້, ສະ​ມາ​ຊິກ 8 ຈາກ 15 ປະ​ເທດ​ຂອງ​ສະ​ພາ, ບວກ ເກົາຫຼີ​ໃຕ້, ໄດ້​ເຂົ້າ​ຮ່ວມ​ກັບ​ທູດ​ພິ​ເສດ​ສະ​ຫະ​ລັດ ໃນ​ການ​ອອກ​ຖະ​ແຫຼງ​ການ ​ກ່າວ​ປະ​ນາມ​ການ​ຍິງ​ລູກ​ສອນ​ໄຟ​ຄັ້ງຫຼ້າ​ສຸດ ຂອງ ສ​ປ​ປ ເກົາຫຼີ.

ໃນ​ຕອນ​ເຊົ້າ​ຕາມ​ເວ​ລາ​ໃນ​ທ້ອງ​ຖິ່ນ​ຂອງວັນ​ຈັນ​ວານນີ້, ເກົາຫຼີ​ເໜືອ ໄດ້​ຍິງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ໄລ​ຍະ​ໃກ້​ສອງ​ລູກ​ໃນ​ສິ່ງ​ທີ່​ເຫັນໄດ້ຈະ​ແຈ້ງ​ຢ່າງວ່ອງ​ໄວ​ວ່າ​ເປັນ​ການ​ແກ້​ແຄ້ນ​ສຳ​ລັບ​ການ​ຊ້ອມ​ລົບ​ທາງ​ອາ​ກາດ​ຮ່ວມ​ລະ​ຫວ່າງ ສະ​ຫະ​ລັດ ແລະ ເກົາຫຼີ​ໃຕ້ ບໍ່​ຮອດ​ນຶ່ງວັນ​ກ່ອນ​ໜ້າ​ນັ້ນ.

ການ​ຍິງ​ດັ່ງ​ກ່າວ​ ໄດ້​ເກີດ​ຂຶ້ນບໍ່​ເຖິງ​ສອງວັນຫຼັງ​ຈາກ ພຽງ​ຢາງ ໄດ້​ຍິງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ຂ້າມ​ທະ​ວີບ ຮ​ວາ​ຊອງ-15 ໃນ​ສິ່ງ​ທີ່​ເຂົາ​ເຈົ້າ​ໄດ້​ອະ​ທິ​ບາຍວ່າ​ເປັນການ​ຝຶກຊ້ອມ “ໂດຍບໍ່​ໃຫ້​ຮູ້​ຕົວ” ເພື່ອ​ທົດ​ລອງຄວາມ​ສາ​ມາດ “ໃນ​ການ​ເຄື່ອນ​ທີ່ ແລະ ໂຈມ​ຕີ​ຕອບ​ໂຕ້​ທີ່​ມີ​ພະ​ລັງ.” ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ຂ້າມ​ທະ​ວີບ​ດັ່ງ​ກ່າວ ແມ່ນ​ສາ​ມາດ​ແນມ​ເຫັນ​ໄດ້​ໃນ​ເຂດ​ເສດ​ຖະ​ກິ​ດ​ພິ​ເສດ​ຂອງ ຍີ່​ປຸ່ນ, ເຊິ່ງ​ຕັ້ງ​ຫ່າງ​ຈາກ​ເກາະ ຮັອກ​ໄກ​ໂດ ພຽງ 200 ກິ​ໂລ​ແມັດ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG