ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລັດຖະມົນຕີ ການຕ່າງປະເທດ ສະຫະລັດ ເດີນທາງ ໄປຢ້ຽມຢາມ ເທີກີ


Counterterrorism Campaign Heads Agenda at Tillerson's Turkey, NATO Meetings
please wait

No media source currently available

0:00 0:02:21 0:00

ການຕໍ່ສູ້ປາບປາມລັດທິກໍ່ການຮ້າຍແມ່ນບັນຫາທີ່ມີຄວາມສຳຄັນສຸດໃນວາລະກອງປະຊຸມຂອງທ່ານ Tillerson ໃນປະເທດ ເທີກີ.

ທ່ານ Rex Tillerson ພວມ​ເດີນທາງ​ໄປຢ້ຽມຢາມປະເທດເທີກີ ຊຶ່ງເປັນພັນທະມິດທີ່ ສຳຄັນໃນອົງການເນໂຕ ເປັນຄັ້ງທຳອິດໃນຖານະລັດຖະມົນຕີການຕ່າງປະເທດ ສະຫະ
ລັດ.

ການປະຕິບັດການຊຶ່ງ​ຈະເລີ່​ມຂຶ້ນໃນ​ໄວໆ​ນີ້ ເພື່ອຂັບ​ໄລ່ພວກຫົວຮຸນແຮງລັດອິສລາມ ອອກຈາກເມືອງ ຣັກກາ ທີ່ພວກເຂົາໄດ້ປະກາດວ່າ ເປັນເມືອງຫຼວງຂອງຕົນ ໃນຊີເຣຍ
ນັ້ນແມ່ນຄາດກັນວ່າ ຈະເປັນເລື່ອງສຳຄັນ​ສຸດໃນການ​ພົບ​ປະລະຫວ່າງ ການຢ້ຽມຢາມ
Ankara ຂອງທ່ານ Tillerson ໃນຄັ້ງນີ້ ອີງຕາມບັນດາເຈົ້າໜ້າທີ່ສະຫະລັດ. ທ່ານ
Tillerson ມີກຳນົດຈະພົບປະກັບ ບັນດາຜູ້ນຳທາງການເມືອງຂອງ ເທີກີ ທີ່ຮວມມີ
ປະທານາທິບໍດີ Recep Tayyip Erdogan ນຳດ້ວຍ.

ການທີ່ວໍຊິຕັນ ສະໜັບສະໜູນ ກຸ່ມຕໍ່ຕ້ານລັດຖະບານຊີເຣຍຂອງຊາວເຄີດ ຫຼື PYD
ແລະ ກຸ່ມທະຫານບ້ານ YPG ເພື່ອເຮັດສົງຄາມຕໍ່ຕ້ານກຸ່ມລັດອິສລາມ ນັ້ນ ໄດ້ເຮັດໃຫ້ ແລະຍັງຄົງເປັນບັນຫາທີ່ກໍ່ໃຫ້ເກີດຄວາມເຄັ່ງຕຶງກັບ Ankara ຊຶ່ງ​ໄດ້ກ່າວຫາພວກຊາວ
​ເຄີ​ດວ່າ ມີ​ຄວາມ​ສຳພັນ​ກັບພັກກຳມະກອນຊາວເຄີດຫຼື PKK ທີ່ກຳລັງຕໍ່ສູ້ ກັບລັດຖະ
ບານ ເທີກີ.

ທ່ານ Sinan Ulgen ນັກຊ່ຽວຊານທີ່ສະຖາບັນ Carnegie ໃນທະວີບຢູໂຣບ ກ່າວວ່າ “ເປັນທີ່ແນ່ນອນ ຈະມີຫົວຂໍ້ ທີ່ສຳຄັນຫຼາຍ​ເລື່ອງ ເລີ້ມຕົ້ນດ້ວຍ​ເລື່ອງ ຊີເຣຍ.” ທ່ານ
Ulgen ກ່າວອີກວ່າ ມີຂໍ້ຍົກເວັ້ນທີ່​ສຳຄັນສຳລັບ Ankara ກ່ຽວກັບການເລືອກຕັ້ງ ຂອງ
ທ່ານດໍໂນລ ທຣຳ.

ທ່ານເວົ້າວ່າ “ຫຼັງຈາກ ທ່ານດໍໂນລ ທຣຳ ໄດ້ເຂົ້າກຳອຳນາດເປັນປະທານາທິບໍດີຄົນ
ໃໝ່​ແລ້ວ ເທີກີ ໄດ້ພະຍາຍາມທີ່ຈະ​ໃຊ້ອິດທິພົນ ຊັກ​ຈູງ ​ພວກ​ກຳນົດ​ນະໂຍບາຍ​ຊຸດ​
ໃໝ່ຂອງສະຫະລັດ ເພື່ອທີ່ຈະຕັດຂາດ​ຄວາມ​ສຳພັນ ລະຫວ່າງ ສະຫະລັດ ກັບກຸ່ມຕໍ່
ຕ້ານລັດຖະບານ ຊາວເຄີດ​ໃນຊີເຣຍ PYD ເຊິ່ງ Ankara ເຫັນວ່າ ເປັນອົງການກໍ່
ການຮ້າຍ ທີ່ກຳລັງໂຈມຕີຜົນປະໂຫຍດຫຼັກຂອງຕົນຢູ່. ສະນັ້ນມັນເປັນສິ່ງທີ່ຫຍຸ້ງ
ຍາກແທ້ໆເລີຍ.”

ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ຍັງບໍ່ໄດ້ຕັດສິນໃຈ ຢ່າງເປັນທາງການ
ເທື່ອວ່າ ຈະສືບຕໍ່ໃຫ້ການສະໜັບສະໜູນຕໍ່ພວກຊາວເຄີດ​ໃນ ຊີເຣຍ ຫລື​ບໍ່ ທີ່ປະກອບ​
ເປັນ​ກຸ່ມ​ສຳຄັນ​ສຸດຂອງກຳລັງປະຊາທິປະໄຕ​ຊີເຣຍ ຊຶ່ງ​ເວລານີ້ ກຳລັງສູ້ລົບກັບກຸ່ມ
ລັດອິສລາມ ແລະ ພວມບຸກເຂົ້າໄປໃນເມືອງ Raqqa. ແຕ່ຢູ່ທີ່ພາກພື້ນດິນການສະໜັບ
ສະໜູນຂອງ ສະຫະລັດ ​ແມ່ນໄດ້ເພີ່ມຂຶ້ນຢ່າງເຫັນ​ໄດ້​ແຈ້ງ ເຖິງແມ່ນວ່າ Ankara ຈະ
​ບໍ່ພໍ​ໃຈກໍຕາມ.

ບັນດານັກວິເຄາະສະເໜີແນະວ່າ Ankara ຈະຊອກຫາຊ່ອງທາງ​ເພື່ອໃຫ້ທ່ານ
Tillerson ຮັບປະກັນວ່າ ກຳລັງຊາວເຄີດ ຈະຖອນໂຕອອກໄປຢ່າງວ່ອງໄວ ຖ້າພວກ
ເຂົາເຈົ້າຫາກມີສ່ວນຮ່ວມໃນການ​ເຂົ້າຍຶດເອົາເມືອງ Raqqa. ທ່ານ Tillerson ອາດ
ສາມາດຊ່ອຍແກ້ໄຂຄວາມບໍ່ພໍໃຈຂອງ Ankara ​ໄດ້ຖ້າດັ່ງທີ່​ໄດ້ຄາດກັນໄວ້ວ່າ ມັນເປັນ
ຄຳຖາມຂອງການສ້າງຕັ້ງເຂດປອດໄພໃນ ຊີເຣຍ ສຳລັບການກັບຄືນປະ​ເທດຂອງຊາວ
ຊີເຣຍ ອັນເປັນຄວາມຮຽກຮ້ອງຕ້ອງການທີ່ສຳຄັນຂອງ Ankara ນັ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 29 ມີນາ 2024

XS
SM
MD
LG