ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສະ​ຫະ​ລັດ​ ກຳ​ລັງພະ​ຍາ​ຍາມ ແກ້​ໄຂບັນ​ຫາຂັດ​ແຍ້ງ ທີ່​ສຳ​ຄັນໃນ ​ອັ​ຟ​ກາ​ນິ​ສ​ຖານ


ທ່ານ ຊາ​ລ​ເມ ຄາ​ລິ​ລ​ຊາດ ທູດ​ພິ​ເສດ ​ສະ​ຫະ​ລັດ ເພື່ອ​ການ​ປອງດອງ ອັ​ຟ​ກາ​ນີ​ສ​ຖານ ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ ຢູ່​ສະ​ຖານ​ທູດ​ສະ​ຫະ​ລັດ ໃນ​ນ​ະ​ຄອນຫຼວງ ກາ​ບູ​ລ, ອັ​ຟ​ກາ​ນິ​ສ​ຖານ ວັນ​ທີ 18 ພະ​ຈິກ 2018.
ທ່ານ ຊາ​ລ​ເມ ຄາ​ລິ​ລ​ຊາດ ທູດ​ພິ​ເສດ ​ສະ​ຫະ​ລັດ ເພື່ອ​ການ​ປອງດອງ ອັ​ຟ​ກາ​ນີ​ສ​ຖານ ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ ຢູ່​ສະ​ຖານ​ທູດ​ສະ​ຫະ​ລັດ ໃນ​ນ​ະ​ຄອນຫຼວງ ກາ​ບູ​ລ, ອັ​ຟ​ກາ​ນິ​ສ​ຖານ ວັນ​ທີ 18 ພະ​ຈິກ 2018.

ສະ​ຫະ​ລັດ ​ກ່າວ​ວ່າ ຕົນ​ກຳ​ລັງ​ພິ​ຈາ​ລະ​ນາ​ທີ່​ຈະ​ແກ້​ໄຂ “ບັນ​ຫາທີ່​ສຳ​ຄັນຕ່າງໆ” ຂອງ
ທຸ​ກ​ຝ່າຍ ຕໍ່​ຄວາມຂັດ​ແຍ້ງໃນ ​ອັ​ຟ​ກາ​ນິ​ສ​ຖານ ເພື່ອ​ໃຫ້​ບັນ​ລຸ​ສັນ​ຕິ​ພາບ​ຢູ່​ໃນປະ​ເທດ
ດັ່ງ​ກ່າວ.

ທ່ານຊາ​ລ​ເມ ຄາ​ລິ​ລ​ຊາດ ທູດ​ພິ​ເສດ ​ສະ​ຫະ​ລັດ ເພື່ອ​ການ​ປອງດອງອັ​ຟ​ກາ​ນີ​ສ​ຖານ
ໄດ້ຂຽນຄຳ​ສັນ​ຍາ​ໃນ​ທວິດ​ເຕີຈາກ​ປະ​ເທດ​ເພື່ອນ​ບ້ານ​ ປາ​ກິ​ສ​ຖານ ໃນ​ວັນ​ເສົາ​ວານ
ນີ້ ບ່ອນ​ທີ່​ພວກ​ເຈົ້າ​ໜ້າ​ທີ່​ກຳ​ລັງ​ພາ​ກັນ​ພະ​ຍາ​ຍາມ​ກະ​ກຽ​ມ​ ແລະ ຈັດການເຈ​ລະ​ຈາ
​ຮອບ​ຕໍ່​ໄປກັບ​ພວກ​ຜູ້​ຕາງ​ໜ້າ​ຂອງ​ກຸ່ມຕາ​ລິ​ບານ ​ອັ​ຟ​ກາ​ນິ​ສ​ຖານ.

ທ່ານ ​ຄາ​ລິ​ລ​ຊາດ ​ໄດ້​ພົບ​ປະ​ກັບລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ ​ປາ​ກິ​ສ​ຖານ ທ່ານເຕມີ​ນາ
ຈານ​ຈົວ ເພື່ອ​ຊອກ​ຫາ​ສ່ອງ​ທາງ ກ່ຽວ​ກັບ ​ການສືບ​ຕໍ່​ເຈ​ລະ​ຈາ​ກັບກຸ່ມ ​ຕາ​ລິ​ບານ.

ກຸ່ມກະ​ບົດດັ່ງ​ກ່າວບໍ່​ໄດ້ມີ​ຄວາມ​ເຕັມ​ໃຈ​ທີ່ຈະ​ສົ່ງ​ທູດ​ພິ​ເສດຂອງ​ພວກ​ເຂົາ ເພື່ອ​ເຂົ້າ
​ຮ່ວມ​ໃນ​ຂະ​ບວນ​ການ​ສົນ​ທະ​ນານັ້ນ ນັບ​ແຕ່ກອງ​ປະ​ຊຸມ​ເທື່ອສຸດ​ທ້າຍກັບ ທີມ​ຂອງ
​ທ່ານ​ ຄາ​ລິລ​ຊາດ ຢູ່ປະ​ເທດ ສະ​ຫະ​ລັດ ອ​າ​ຣັບ ເອ​ເມ​ເຣັສ ໃນເດືອນ ທີ່​ຜ່ານ​ມາ.

ພວກ​ກະ​ບົດ​ຕາ​ລິ​ບານ ແຕ່​ນັ້ນ​ມາໄດ້​ກ່າວ​ຫາທີມ​ຂອງ ​ສະ​ຫະ​ລັດ ທີ່​ຖອນ​ອອກ ຈາ​ກ
​ການຈັດ​ການ​ປຶກ​ສາ​ຫາ​ລື ກ່ຽວ​ກັບ ການ​ຮຽກ​ຮ້ອງ​ຂອງ​ກຸ່ມ​ກ​ບົດ​ທີ່​ສຳ​ຄັນ ໃຫ້​ກອງ​ກຳ​
ລັງ ອາ​ເມ​ຣິ​ກັນ​ທັງ​ໝົດ ແລະ​ ກອງກຳ​ລັງ ​ເນ​ໂຕ ຖອນ​ຈາກ​ປະ​ເທດ ເພື່ອ​ໃຫ້ປະ​ຊ​າ​ຊົນ
​ອັ​ຟ​ກາ​ນິ​ສ​ຖານ ​ແກ້​ໄຂ​ບັນ​ຫາ​ຄວາມ​ແຕກ​ຕ່າງທາງ​ການ​ເມືອງ​ຕ່າງ​ດ້ວຍ​ຕົວເຂົາ
​ເຈົ້າ​ເອງ.

ວໍ​ຊິງ​ຕັນ ​ໄດ້​ຜັກ​ດັນ​ໃຫ້​ກຸ່ມ ຕາ​ລິ​ບານ ​ເປີດ​ການ​ສົນ​ທະ​ນາ​ໂດຍ​ກົງ​ກັບ ​ລັດ​ຖະ​ບານ
ອັ​ຟ​ກາ​ນິ​ສ​ຖານ, ແຕ່​ພວກ​ກະ​ບົດ​ດັ່ງ​ກ່າວໄດ້​ປະ​ຕິ​ເສດ​ທີ່​ຈະເຮັດ​ຕາມ, ປະ​ຕິ​ເສດ​ລັດ​
ຖະ​ບານ ກາ​ບູ​ລ ​ວ່າ​ເປັນ “ຫຸ່ນ​ເຊີດ​ຂອງ ​ອາ​ເມ​ຣິ​ກາ.”

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG