ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ກ່າວວ່າ ການຍິງທົດລອງ ຈະຫຼວດ ຂອງອີຣ່ານ ເປັນບາດກ້າວ ທີ່ທ້າທາຍ


ພາບຈາກ website ຂອງກະຊວງການຕ່າງປະເທດ ອີຣ່ານ, 27 ກໍລະກົດ, 2017, ທີ່ອ້າງເຖິງການທົດລອງລູກສອນໄຟ Simorgh ທີ່ບັນທຸກດາວທຽມ ຈາກສະຖານທີ່ ທີ່ບໍ່ໄດ້ລະບຸໃນອີຣ່ານ.
ພາບຈາກ website ຂອງກະຊວງການຕ່າງປະເທດ ອີຣ່ານ, 27 ກໍລະກົດ, 2017, ທີ່ອ້າງເຖິງການທົດລອງລູກສອນໄຟ Simorgh ທີ່ບັນທຸກດາວທຽມ ຈາກສະຖານທີ່ ທີ່ບໍ່ໄດ້ລະບຸໃນອີຣ່ານ.

ສະຫະລັດ ອັງກິດ ຝຣັ່ງ ​ແລະ​ເຢຍຣະມັນ ​ໄດ້​ເອີ້ນ​ການ​ທົດ​ລອງ​ລູກ​ສອນ​ໄຟ ​ຫວ່າງ
ມໍ່ໆ​ມາ​ນີ້ວ່າ “ບໍ່​ສອດຄ່ອງ” ກັບມະຕິ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ອົງການ​ສະຫະ​ປະຊາ​
ຊາດ ​ແລະ​ຮຽກຮ້ອງ​ໃຫ້ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ​ ທຳ​ການ​ສືບສວນ​.

“ການ​ທົດ​ລອງ​ທີ່​ວ່າ​ນີ້ ​ຖື​ວ່າ​ເປັນ​ເອົາ​ບາດກ້າວ​ທີ່​ເປັນ​ການ​ຂົ່ມຂູ່ ເກາະ​ຜິດ ​ໂດຍ​ອີ
ຣ່ານ,​”
ນັ້ນຄື​ຂໍ້ຄວາມ​ທີ່​ໄດ້​ລະບຸ​ໃນ​ຈົດໝາຍ​ທີ່ີສົ່ງໄປໃຫ້​ເຖິງທ່ານ Antonio Gutteres ​ເລຂາທິການ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ ​ແລະປະທານ​ສະພາ​ຄວາມ​ໝັ້ນຄົງຂອງ
​ອົງການ​ສະຫະ​ປະຊາ​ຊາດ ​ໂດຍ​ສະຫະລັດ ຊຶ່ງ​ຕາງໜ້າ​ໃຫ້ 4 ປະ​ເທດ​ມະ​ຫາ​ອຳນາດ​
ໃນ​ວັນ​ພຸດ​ວານ​ນີ້.

​ໃນ​ວັນ​ພະ​ຫັດອາທິດ​ແລ້ວ ອີຣ່ານ ​ໄດ້​ປະກາດ​ໄປ​ວ່າ ຕົນ​ໄດ້​ສົ່ງ​ຈະ​ຫຼວດ ​ທີ່​ບັນທຸກ
ດາວ​ທຽມ ​ຂຶ້ນສູ່​ອາ​ວະ​ກາດ​ ໄດ້ຢ່າງສຳ​ເ​ລັດຜົນ. Tehran ​ໄດ້​ອ້າງ​ວ່າ ​ລູກ​ສອນ​ໄຟ
Simorgh ​ແມ່ນ​ມີ​ຄວາມ​ສາມາດ​ທີ່​ຈະ​ລຳລຽງດາວ​ທຽມ ທີ່​ໜັກ 250 ກິ​ໂລກຣາມ ​
ໃຫ້​ໄປ​ໄກ​ເຖິງ 500 ກິ​ໂລ​ແມັດ ​ເທິງ​ໂລກ, ​ແຕ່ບໍ່​ໄດ້​ໃຫ້​ລາຍ​ລະອຽດ​ກ່ຽວ​ກັບ​ຈະ​ຫຼວດ
ທີ່​ຕົນ​ຍິງ​ໃນ​ສັບປະດາ​ແລ້ວ​ນີ້.

ການ​ຍິງ​ທີ່​ວ່າ​ນີ້ ມີ​ຂຶ້ນຫລັງ​ຈາກ​ທີ່​ສະຫະລັດ ​ເພີ່ມ​ການ​ລົງ​ໂທດ​ທາງ​ດ້ານ​ເສດຖະກິດ ​
ໃນເ​ດືອນກໍ​ລະ​ກົດ​ຜ່ານ​ມາ​ນີ້ ຕໍ່ໂຄງການ​ລູກ​ສອນ​ໄຟຂີ​ປະ​ນາ​ວຸດ​ຂອງ​ອີຣ່ານ.

ພາຍ​ໃຕ້ຂໍ້ຄວາມ​ ໃນ​ການ​ຕົກລົງດ້ານ​ນິວ​ເຄລຍ ປີ 2015 ທີ່ໄດ້​ຈຳກັດ​ກິດຈະກຳ​ການ​
ດ້ານ​ນິວ​ເຄລຍ​ຂອງອີ​ຣ່ານ​ເພື່ອ​ແລກປ່ຽນ​ກັບ​ການ​ຫລຸດຜ່ອນການ​ລົງ​ໂທດ​ທາງ​ດ້ານ​
ເສດຖະກິດ, ​ການທົດ​ລອງ​ລູກ​ສອນ​ໄຟຂີ​ປະ​ນາ​ວຸດ ​ແມ່ນ​ບໍ່​ໄດ້ເກືອດ​ຫ້າມ​ຢ່າງ​ເປັນ​ການ
​ເປີດເຜີຍ. ​ແຕ່​ວ່າ ເອກ​ກະສາ​ນດັ່ງກ່າວ ແມ່ນ​ໄດ້ໃຫ້ການ​ສະໜັບສະໜູນໂດຍສະພາ
​ຄວາມ​ໝັ້ນຄົງຂອງ​ ອົງການ​ສະຫະ​ປະຊາ​ຊາດ ​ໃນ​ມະຕິ​ທີ່​ກ່າວ​ເພີ່ມຕື່ມ​ວ່າ ອີຣ່ານ ​
ແມ່ນຖືກ “ຮຽກຮ້ອງ” ບໍ່​ໃຫ້ດຳ​ເນີນ​ກິດຈະການ​ໃດໆ ທີ່​ກ່ຽວ​ຂ້ອງ​ການ​ທົດ​ລອງລູກ​
ສອນ​ໄຟຂີ​ປະ​ນາ​ວຸດ.

ຈົດ​ຂອງ​ໝາຍໃນ​ວັນ​ພຸດ​ວານ​ນີ້ ກ່າວ​ວ່າ ການ​ທົດ​ລອງ​ຂອງ​ອີຣ່ານ ​“ແມ່ນ​ບໍ່​ສອດຄ່ອງ”
ກັບ​ເນື້ອ​ໄນ​ຂອງ​ມະຕິ​ສະຫະ​ປະຊາ​ຊາດ.

“ພວກ​ເຮົາ ຂໍຮຽກຮ້ອງ​ໃຫ້​ອີຣ່ານ ຍຸຕິ​ໃນ​ທັນທີ ທຸກກິດຈະການ ທີ່​ກ່ຽວ​ຂ້ອງ​ກັບການ​ທົດ​
ລອງລູກ​ສອນ​ໄຟຂີ​ປະ​ນາ​ວຸດ ທີ່​ອອກ​ແບບເພື່ອ​ໃຫ້ສາມາດ​ນຳ​ສົ່ງ​ອາວຸດ​ນິວ​ເຄລຍ,
ທີ່​ຮວມ​ເຖິງການ​ທົດ​ລອງ ​ທີ່​ໃຊ້​ເທັກ​ໂນ​ໂລ​ຈີລູກ​ສອນ​ໄຟຂີ​ປະ​ນາ​ວຸດ​,”
ນັ້ນ​ແມ່ນ​ເນື້ອ​ໄນ​
ຂອງ​ຈົດໝາຍ​ທີ່​ມະຫາ​ອຳນາດ 4 ປະ​ເທດ ​ໄດ້​ຂຽນ​ສົ່ງ​ໄປ.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

ລັດຖະມົນຕີການຕ່າງປະເທດ ທ່ານ Rex Tillerson ໃຫ້ຄຳຖະແຫຼງການ ໃນກອງປະຊຸມຖະແຫຼງຂ່າວປະຈຳວັນ ໃນກະຊວງການຕ່າງປະເທດ ວໍຊີງຕັນ, 1 ສິງຫາ 2017.
ລັດຖະມົນຕີການຕ່າງປະເທດ ທ່ານ Rex Tillerson ໃຫ້ຄຳຖະແຫຼງການ ໃນກອງປະຊຸມຖະແຫຼງຂ່າວປະຈຳວັນ ໃນກະຊວງການຕ່າງປະເທດ ວໍຊີງຕັນ, 1 ສິງຫາ 2017.

XS
SM
MD
LG