ອົງການສະຫະປະຊາຊາດກ່າວວ່າ ການໂຈມຕີໂຮງຮຽນຢູ່ທົ່ວໂລກກຳລັງເພີ້ມທະວີ
ຂຶ້ນ ໂດຍມີການໂຈມຕີຫລາຍກວ່າ 500 ເທຶຶ່ອໃນຫົກເດືອນທຳອິດຂອງປີນີ້ຫລາຍໆ
ແຫ່ງແມ່ນຢູ່ໃນເຂດສົງຄາມ.
ທ່ານນາງ Virginia Gamba ຜູ້ຕາງໜ້າພິເສດອົງການສະຫະປະຊາຊາດ ໃຫ້ພວກ
ເດັກນ້ອຍ ຢູ່ໃນບັນຫາຂັດແຍ້ງ ດ້ວຍກຳລັງອາວຸດ ກ່າວຕໍ່ກອງປະຊຸມ ສະພາຄວາມ
ໝັ້ນຄົງສະຫະປະຊາຊາດວ່າ ປີ 2017 ອາດເປັນປີ ທີ່ມີການວາງລະເບີດ ແລະການ
ທຳລາຍໂຮງຮຽນຫລາຍເປັນປະຫວັດການ.
ໃນປີ 2016 ທ່ານນາງ Gamba ກ່າວວ່າ ສະຫະປະຊາຊາດສາມາດໃຫ້ການຢືນຢັນ
ວ່າ ມີການໂຈມຕີ 753 ເທື່ອໃສ່ໂຮງຮຽນ ແລະໂຮງໝໍ. ແຕ່ທ່ານນາງກ່າວວ່າ ໂຕເລກ
ທີ່ແທ້ຈິງແມ່ນສູງກວ່ານັ້ນອີກ ເພາະວ່າ ຫລາຍໆແຫ່ງແມ່ນເປັນອັນຕະລາຍສຳລັບພະ
ນັກງານສະຫະປະຊາຊາດ ທີ່ຈະເຂົ້າໄປເຖິງ.
ທ່ານນາງກ່າວວ່າ ແນວທາງໃໝ່ໃນການໂຈມຕີ ໄດ້ປາກົດໃຫ້ເຫັນ ຫວ່າງສອງສາມປີ
ມານີ້ວ່າ ໄດ້ມີການແນເປົ້າໝາຍ ໃສ່ໂຮງຮຽນພວກເດັກນ້ອຍ ນາຍຄູ ແລະສະຖາບັນ
ການສຶກສາ. ທ່ານນາງກ່າວວ່າ ນີ້ອາດເກີດຂຶ້ນໄດ້ເພາະວ່າໂຮງຮຽນແມ່ນເບິ່ງກັນວ່າ
ເປັນສັນຍາລັກຂອງລັດ ຫລືພວກກຸ່ມປະກອບອາວຸດ ທີ່ບໍ່ພໍໃຈກັບຫລັກສູດການສອນ
ຂອງໂຮງຮຽນ.
ທ່ານນາງ Gamba ກ່າວວ່າເດັກນ້ອຍແມ່ຍິງ ແລະຜູ້ປົກຄອງເຂົາເຈົ້າ ໂດຍສະເພາະ
ໄດ້ເປັນເປົ້າໝາຍ ໃນຄວາມພະຍາຍາມ ໃຫ້ຢຸດເຊົາຄວາມກ້າວໜ້າດ້ານການສຶກສາ
ຂອງພວກເດັກນ້ອຍແມ່ຍິງ.
ທ່ານນາງໄດ້ໃຫ້ຂໍ້ສັງເກດວ່າ ຢູ່ໄນຈີເຣຍ ກຸ່ມກໍ່ການຮ້າຍ Boko Haram ໄດ້ປະຕິບັດ
ການໂຈມຕີຢ່າງທາລຸນ ຕໍ່ພວກເດັກນ້ອຍ ແລະໂຮງຮຽນ. ທ່ານນາງ Gamba ກ່າວວ່າ
ໂຮງຮຽນ 1,500 ແຫ່ງຢູ່ທາງພາກຕາເວັນອອກສຽງເໜືອຂອງໄນຈີເຣຍໄດ້ຖືກທຳລາຍ
ໂດຍ ພວກກໍ່ການຮ້າຍ Boko Haram ນັບແຕ່ປີ 2014 ເປັນຕົ້ນມາ.
ຢູ່ໃນອັຟການິສຖານ ທ່ານນາງກ່າວວ່າ ການສຶກສາຂອງພວກແມ່ຍິງ ກໍເປັນເປົ້າໝາຍ
ໃນການໂຈມຕີ. ທ່ານນາງກ່າວເຖິງ ເຫດການນຶ່ງ ໃນເດືອນເມສາ ປີ 2016 ວ່າ ກຳລັງ
ຕາລິບານ ໄດ້ບັງຄັບໃຫ້ ຫົວໜ້າໂຮງຮຽນ28 ແຫ່ງເຂົ້າປະຊຸມ ບ່ອນທີ່ເຂົາເຈົ້າໄດ້ຮຽກ
ຮ້ອງວ່າ ບໍ່ໃຫ້ເດັກນ້ອຍແມ່ຍິງອາຍຸສູງກວ່າ 11 ປີໄປເຂົ້າໂຮງຮຽນ.