ເປັນທີ່ຄາດກັນວ່າ ໃນອີກບໍ່ຊ້ານີ້ ພາບຖ່າຍຈາກດາວທຽມ
ຂອງ ອົງການການບິນ ແລະອາວະກາດແຫ່ງຊາດ National
Aeronautics and Space Administration ຫລື NASA
ຂອງສະຫະລັດ ຈະເລີ້ມຊ່ວຍໃຫ້ ປະຊາກອນປະມານ 60
ລ້ານຄົນ ຢູ່ໃນເຂດລຸ່ມແມ່ນໍ້າຂອງ ຂອງພູມິພາກເອເຊຍອາ
ຄະເນ ສາມາດຮັບມືໄດ້ ກັບໄພທຳມະຊາດຕ່າງໆ ແລະການ
ທ້າທາຍຂອງການປ່ຽນແປງຂອງດິນຟ້າອາກາດ. Ron
Corben ຜູ້ສື່ຂ່າວວີໂອເອທີ່ບາງກອກລາຍງານວ່າ ໂຄງການ
ນີ້ ແມ່ນເພີ້ມຕື່ມໃສ່ ກັບພວກໂຄງການທີ່ມີຢູ່ແລ້ວ ຂອງ
NASA ທີ່ກຳລັງຊ່ວຍເຫລືອ ບັນດາປະຊາຄົມຢູ່ໃນຂົງເຂດ
ອາເມຣິກາໃຕ້ ອາຟຣິກາ ແລະເອເຊຍໃຕ້. ກິ່ງສະຫວັນມີ
ລາຍລະອຽດມາສະເໜີທ່ານ.
ຟັງລາຍງານພາສາອັງກິດຊ້າໆ ກ່ຽວກັບຂ່າວນີ້:
ໂຄງການຫ້າປີ ທີ່ນຳພາໂດຍສະຫະລັດ ຈະນຳເອົາບັນດາປະເທດໃນເຂດແມ່ນຳ້ຂອງ
ຕອນລຸ່ມ ກໍຄື ມຽນມາ ລາວ ໄທ ກຳປູເຈຍ ແລະຫວຽດນາມ ມາຮ່ວມງານກັນ ໃນຂະນະ
ທີ່ຂົງເຂດດັ່ງກ່າວ ປະເຊີນໜ້າກັບສິ່ງທ້າທາຍທີ່ໃຫຍ່ຂຶ້ນເລື້ອຍໆ ຈາກຜົນກະທົບຂອງ
ການປ່ຽນແປງຂອງດິນຟ້າອາກາດ ໂດຍສະເພາະ ຮູບແບບຂອງສະພາບອາກາດທີ່
ຮ້າຍແຮງຫລາຍຂຶ້ນນັບມື້.
ບັນດານັກອະນຸລັກສິ່ງແວດລ້ອມ ກ່າວວ່າ ສິ່ງທ້າທາຍຕ່າງໆນັ້ນ ແມ່ນຮວມ ທັງບັນຫາ
ກ່ຽວກັບ ການໃຊ້ນ້ຳ ການຕັດປ່າໄມ້ ໄພນ້ຳຖ້ວມ ແລະ ການຫລຸດຜ່ອນໄພພິບັດຕ່າງໆລົງ.
ຫ້ອງການຫລຸດຜ່ອນຄວາມສ່ຽງຕໍ່ໄພພິບັດ ຂອງສະຫະປະຊາຊາດ ຫລື UNISDR ກ່າວ
ວ່າ ຄ່າເສຍຫາຍຈາກໄພທຳມະຊາດ ແມ່ນເພີ້ມຂື້ນເລື້ອຍໆ ແລະວ່າ ຈາກປີ 2000 ຫາ
2012 ນັ້ນ ຄວາມເສຍຫາຍຂອງໂລກ ຈາກໄພທຳມະຊາດ ທີ່ພົວພັນກັບດິນຟ້າອາກາດ
ແມ່ນຕົກເປັນ 1 ພັນ 7 ຮ້ອຍລ້ານ ໂດລາ ເຮັດໃຫ້ມີຜູ້ເສຍຊີວິດ 1 ລ້ານ 2 ແສນຄົນ ແລະ
ສົ່ງຜົນກະທົບແກ່ 2900 ຄົນ. ໃນຄວາມພະຍາຍາມເພື່ອປັບປຸງຂ່າວຂໍ້ມູນ ໃຫ້ແກ່ບັນດາ
ປະຊາຄົມ ທີ່ຢູ່ໃນຄວາມສ່ຽງນັ້ນ ອົງການ NASA ທີ່ໜູນຫລັງໂດຍ ອົງການພັດທະນາ
ລະຫວ່າງປະເທດຂອງ ສະຫະລັດ ຫລື USAID ຈະປະຕິບັດງານກັບບັນດາຄູ່ຮ່ວມງານ
ທ້ອງຖິ່ນຮວມທັງ ສູນກາງຕຽມພ້ອມຈັບມືກັບໄພພິບັດໃນເອເຊຍ ຂອງປະເທດໄທ ຫລື
ADPC ເພື່ອສະໜອງພາບຈາກດາວທຽມ ໃຫ້ແກ່ບັນດາລັດຖະບານທ້ອງຖິ່ນ.
ເຈົ້າໜ້າທີ່ໂຄງການ ຂອງສູນກາງ ADPC ທ່ານນາງ Gabrielle Iglesias ກ່າວວ່າ ໂຄງ
ການນີ້ແມ່ນແນ່ໃສ່ເພື່ອສະໜອງຂໍ້ມູນກ່ຽວກັບ ການປ່ຽນແປງຂອງສະພາບການອາກາດ
ໃຫ້ແກ່ບັນດາປະຊາຄົມ ແລະຊ່ວຍໃຫ້ເຂົາເຈົ້ານຳໃຊ້ມັນ ຢ່າງໄດ້ຜົນ.
ທ່ານນາງ Gabrielle Iglesias ກ່າວວ່າ :
“ໂຄງການດັ່ງກ່າວນີ້ ແມ່ນຈະເຮັດ ໂຄງການມັນຈະເວົ້າໄດ້ຊັ້ນບໍ??) ທັງສອງ
ບາດກ້າວນັ້ນ - ຄື ພັດທະນາເຄື່ອງມືສຳຫລັບວິໄຈຂໍ້ມູນ ແລະສະຖິຕິ ທີ່ດາວທຽມ
ເກັບກຳມາໄດ້ ແລະຫລັງຈາກນັ້ນ ກໍຍົກລະດັບຄວາມສາມາດຂອງພວກເຈົ້າໜ້າ
ທີ່ລະດັບຕັດສິນໃຈ ເພື່ອໃຫ້ເຂົ້າໃຈ ແລະຕີຄວາມໝາຍ ຂອງຜົນການວິໃຈຂໍ້ມູນ
ເຫລົ່ານັ້ນ ເພື່ອນຳໃຊ້ໃນການຕັດສິນໃຈຂອງເຂົາເຈົ້າ ກ່ຽວກັບ ການນຳໃຊ້ທີ່ດິນ
ການປົກປ້ອງສິ່ງແວດລ້ອມ ແລະການປັບໂຕ.”
ບັນດາເຈົ້າໜ້າທີ່ຂັ້ນສູງຂອງ USAID ກ່າວວ່າ ຂໍ້ມູນຈະຖືກສົ່ງຕໍ່ໄປໃຫ້ ບັນດານັກວິທະ
ຍາສາດ ຜູ້ຕາງໜ້າລັດຖະບານ ຫົວໜ້າຄຸ້ມຄອງຊັບພະຍາກອນແຫ່ງຊາດ ແລະບັນດາຜູ້
ຊ່ຽວຊານດ້ານການຕອບໂຕ້ຮັບມືກັບໄພພິບັດ. ຢູ່ໃນຄຳຖະແຫລງຕໍ່ ວີໂອເອ ບັນດາເຈົ້າ
ໜ້າທີ່ກ່າວວ່າ ເປົ້າໜາຍແມ່ນເພື່ອແນການສະໜັບ ສະໜຸນ ແບບໃຫ້ໄດ້ຜົນຫລາຍຂຶ້ນ
ໄປຍັງພວກຂົງເຂດທີ່ຕ້ອງການການຊ່ວຍເຫລືອຢ່າງຮີບດ່ວນທີ່ສຸດ ຫລັງຈາກໄພພິບັດ
ທຳມະຊາດ.
ລາຄາສຳຫລັບຊື້ເອົາຮູບພາບຈາກດາວທຽມດັ່ງກ່າວ ໄດ້ລົດໜ້ອຍລົງຢ່າງຫລວງຫລາຍ
ໃນບໍ່ເທົ່າໃດປີທີ່ຜ່ານມາ ຊຶ່ງເຮັດໃຫ້ສາມາດໄດ້ຮັບພາບແລະຂໍ້ສູນເຫລົ່ານັ້ນ ໄດ້ງ່າຍຂື້ນ
. ຂໍ້ມູນດັ່ງກ່າວແມ່ນເປັນປະໂຫຍດ ໂດຍສະເພາະ ໃນທັນທີຫລັງຈາກເກີດໄພທຳມະຊາດ.
ໃນປີ 2008 ພາຍຸ Cyclone Nargis ໄດ້ຖະຫລົ່ມເຂດປາກແມ່ນ້ຳອີຣາວະດີ ຂອງມຽນມາ
ໂດຍໄດ້ເອົາຊີວິດຜູ້ຄົນໄປ 130,000 ພັນຄົນ.
ຊາວມຽນມາໃນລັດຣາຄາຍ ພາກັນຫລົບໜີ ໄຕ້ຝຸ່ນມະຫາເສນ ເມື່ອປີ 2013:
ທ່ານນາງ Iglessias ຈາກສູນ ADPC ກ່າວວ່າ ໂສກນາດຕະກຳ ຂອງພາຍຸ Cyclone
Nirgis ເນ້ນໃຫ້ເຫັນເຖິງຄວາມຕ້ອງການຂໍ້ມູນເພີ້ມຕື່ມ ໃນເວລາວິກິດ.
ທ່ານນາງ Iglesias ກ່າວວ່າ
“ລັກສະນະທີ່ສຳຄັນອີກຢ່າງນຶ່ງກໍຄື ປັບປຸງຄວາມຕຽມພ້ອມສຳຫລັບໄພພິບັດນັ້ນ
ເອງ. ໂຕຢ່າງໃນກໍລະນີ Cyclone Nargis ຢູ່ມຽນມາ ພາກສ່ວນຂອງບັນຫາ ບໍ່
ແມ່ນ ການຂາດເຂີນວິທີການເຕືອນໄພລ່ວງໜ້າແຕ່ຫົວທີ ແຕ່ວ່າ ຈະເຮັດຢ່າງ
ໃດ ເວລາເຮົາໄດ້ຮັບຂໍ້ມູນວ່າ Cyclone ກຳລັງມຸ້ງໜ້າປໄປຫາເຂດໃດເຂດນຶ່ງ
ໂດຍສະເພາະຂອງມຽນມາ. ເພາະສະນັ້ນ ບັນຫາໃນເວລານັ້ນ ກໍແມ່ນວ່າ ເຮົາ
ຈະຍົກຍ້າຍຄົນໄປຢູ່ໃສ ແລະການຂາດເສັ້ນທາງຍົກຍ້າຍໄປຫາບ່ອນຫລົບໄພ
ແລະອື່ນໆ.”
ຮູບພາບຈາກດາວທຽມ ຂໍ້ມູນສ່ວນພູມີພາກ ແລະແຜນທີ່ ຈະຊ່ວຍໃນດ້ານຕ່າງໆ ນັບ
ແຕ່ການຄຸ້ມຄອງນ້ຳ ການວາງແຜນໃຊ້ທີ່ດິນ ການຫລຸດຜ່ອນຄວາມສ່ຽງຕໍ່ໄພພິບັດ
ການພັດທະນາພື້ນຖານໂຄງລ່າງ ແລະການຄຸ້ມຄອງ ຊັບພະຍາກອນທຳມະຊາດ. ຂໍ້ມູນ
ຈາກດາວທຽມດັ່ງກ່າວ ໄດ້ນຳໃຊ້ມາແລ້ວຢູ່ ບັງກລາແດັສ ແທນຊາເນຍ ແອລຊາລວາດໍ
ກົວເຕີມາລາ ແລະເຄັນຢາ ໃນການຕອບໂຕ້ຕໍ່ບັນຫາຕ່າງໆ ເລີ້ມຈາກ ແບບແຜນຝົນຕົກ
ໂຣຄາພະຍາດທີ່ມາຈາກໂຕແມງ ເຊັ່ນ ໄຂ້ປ່າມາລາເຣຍ ການແຜ່ຂະຫຍາຍຂອງເທົາໃນ
ນ້ຳ ແລະສັດປ່າ ແລະການປ້ອງກັນປ່າ.
ບັນດາເຈົ້າໜ້າທີ່ USAID ກ່າວວ່າ ຂົງເຂດແມ່ນ້ຳຂອງຕອນລຸ່ມ ຍັງປະເຊີນກັບບັນຫາທ້າ
ທາຍດ້ານການພັດທະນາ ທີ່ສະລັບຊັບຊ້ອນຫລາຍຂຶ້ນນັບມື້ເຊັ່ນກັນ ສະນັ້ນ ມັນຈຶ່ງເປັນ
ການສຳຄັນ ທີ່ຈະຕ້ອງດຶງເອົາຄວາມສາມາດບົ່ມຊ້ອນໂດຍເຕັມຂອງວິທະຍາສາດ ແລະ
ເທັກໂນໂລຈີ ມາໃຊ້ໃນການຕັດສິນໃຈ.