ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

​ສະ​ຫະ​ລັດ ລົງ​ໂທດ​ຊາວ​ຢູ​ເຄ​ຣນ 4 ຄົນ ທີ່​ຖືກ​ກ່າວ​ຫາ​ວ່າ ໃຫ້​ການ​ຊ່ວຍ​ເຫຼືອ​ຣັດ​ເຊຍ


ຮູບ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທີ່​ນະ​ຄອນ​ຫຼວງວໍ​ຊິງ​ຕັນ ຖ່າຍ​ເມື່ອ​ວັນ​ທີ 26 ມັງ​ກອນ 2017.
ຮູບ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທີ່​ນະ​ຄອນ​ຫຼວງວໍ​ຊິງ​ຕັນ ຖ່າຍ​ເມື່ອ​ວັນ​ທີ 26 ມັງ​ກອນ 2017.

ລັດ​ຖະ​ບານ​ສະ​ຫະ​ລັດ ກ່າ​ວ​ວ່າ ຕົນ​ໄດ້​ທຳ​ການ​ລົງ​ໂທດ​ຕໍ່​ຊາວ​ຢູ​ເຄ​ຣນ 4 ຄົນ ທີ່ “ໄດ້​ພົວ​ພັນ​ໃນ​ການ​ປະ​ຕິ​ບັດ​ຕາມ ​ຄຳ​ສັ່ງ​ຂອງ​ລັດ​ຖະ​ບານ​ຣັດ​ເຊຍ ເພື່ອ​ສ້າງ​ຄວາມ​ບໍ່​ທຸ່ນ​ທ່ຽງ​ຂຶ້ນ​ໃນ​ປະ​ເທດ​ຢູ​ເຄ​ຣນ.”

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ແອນ​ໂທ​ນີ ບ​ລິງ​ເກັນ ກ່າວ​ຢູ່​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງວ່າ “ສ່ວນ​ບຸກ​ຄົນ​ທີ່​ພວກ​ເຮົາ​ແນ​ເປົ້າ​ໝາຍ​ໃສ່​ນີ້ 2 ຄົນແມ່ນ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຢູ​ເຄ​ຣນ ທີ່​ໄດ້​ເຮັດ​ວຽກ​ຕາມ​ຄຳ​ສັ່ງ​ຂອງ​ອົງ​ການສືບ​ລັບ FSB ແລະ​ໃຫ້​ການ​ສະ​ໜັບ​ສະ​ໜຸນ​ຕໍ່​ການ​ສ້າງ​ຄວາມ​ບໍ່​ທຸ່ນ​ທ່ຽງຂອງ​ຣັດ​ເຊຍ ແລະ​ການ​ປະ​ຕິ​ບັດ​ງານ​ທີ່​ເປັນ​ອັນ​ຕະ​ລາຍ ເພື່ອ​ບ່ອນ​ທຳ​ລາຍ ​ບໍ່​ພຽງ​ແຕ່​ຢູ​ເຄ​ຣນ​ເທົ່າ​ນັ້ນ ແຕ່​ຍັງ​ທຳ​ລາຍ​ພື້ນ​ຖານ​ຂອງ​ຫຼັກ​ປະ​ຊາ​ທິ​ປະ​ໄຕ​ນຳ​ດ້ວຍ.”

ສະ​ຫະ​ລັດ ​ໄດ້​ກ່າ​ວ​ຫາ​ຊາວ​ຢູ​ເຄ​ຣນ​ທັງ 4 ວ່າ ​ຊ່ວຍ​ເຫຼືອຣັດ​ເຊຍ “ໃຫ້​ສາ​ມາດເຂົ້າ​ເຖິງຂໍ້​ມູນທີ່​ຫຼໍ່​ແຫຼມ​ສຳ​ຄັນ​” ແລະ “ສ້າງ​ຄວາມ​ບໍ່​ທຸ່ນ​ທ່ຽງ​ໃນ​ຢູ​ເຄ​ຣນ.”

ບຸກ​ຄົນ​ທັງ 4 ແມ່ນ​ປະ​ກອບ​ດ້ວຍ ທາ​ຣາ​ສ ໂກ​ຊັກ (Taras Kozak) ໂອ​ເລ ໂວ​ໂລຊິນ (Oleh Voloshyn) ໂວ​ໂລ​ດີ​ເມຍ ໂອ​ລີ​ນິກ (Volodymyr Oliy-nyk) ແລະວ​ລາ​ດີ​ເມຍ ຊີ​ໂກວິ​ສ (Vladimir Sivkovich.)

ທ່ານບ​ລິງ​ເກັນກ່າວ​ວ່າ “ຣັດ​ເຊຍ​ໄດ້​ໃຊ້​ກົນ​ລະ​ຍຸດ​ ແບບ​ປະ​ສົມ​ປະ​ສານ ຮວມ​ທັງ ໃຫ້​ຂໍ້​ມູນທີ່​ບໍ່​ຖືກ​ຕ້ອງແລະ​ໃຊ້​ອິດ​ທິ​ພົນ​ໃນ​ການ​ໂຄ​ສະ​ນາ​ຊວນ​ເຊື່ອ ເພື່ອ​ສ້າງ​ຄວາມບໍ່​ທຸ່ນ​ທ່ຽງ​ໃນ​ຢູ​ເຄ​ຣນ​ມາ​ແລ້ວ ​ເປັນ​ເວ​ລາ​ຫຼາຍໆ​ປີ. ໃນ​ປີ 2020 ເຈົ້າ​ໜ້າ​ທີ່​ຂອງວັງ​ເຄ​ຣັມ​ລິນໄດ້​ເລີ້ມ​ແຜນ​ການ​ປະ​ຕິ​ບັດ​ງານ​ໃຫ້​ຂໍ້​ມູນ​ຮອບ​ດ້ານ ສ່ວນ​ນຶ່ງ​ກໍ​ແມ່ນແນ​ໃສ່ເພື່ອ​ທຳ​ລາຍ​ຄວາມ​ສາ​ມາດ​ຂອງ​ຢູ​ເຄ​ຣນ ໃນ​ຖາ​ນະ​ທີ່​ເປັນ​ປະ​ເທດ​ນຶ່ງບໍ່​ໃຫ້ດຳ​ເນີນ​ການ​ໄດ້​ໂດຍ​ລຳ​ພັງ ສ່ວນ​ບຸກ​ຄົນ​ທີ່​ຖືກ​ລະ​ບຸ​ຊື່​ໃນ​ມື້ນີ້ ແມ່ນ​ຜູ້​ມີ​ບົດບາດ​ໃນ​ການ​ປຸກ​ລະ​ດົມ​ດັ່ງ​ກ່າວ.”

ທ່ານບ​ລິງ​ເກັນ​ກ່າວ​ວ່າ ການ​ລົງ​ໂທດນີ້ ແມ່ນ “ບໍ່​ໄດ້​ຮວມ​ຢູ່​ໃນ ແລະແຍກຕ່າງ​ຫາກຈາກມາດ​ຕະ​ການ​ທີ່​ມີ​ຜົນ​ກະ​ທົບ​ສູງ​ໃນ​ຂອບ​ເຂດ​ທີ່ກວ້າງ​ຂວາງຂອງ​ສະ​ຫະ​ລັດ ​ປະ​ເທດພັນທະ​ມິດແລະພາ​ຄີ ທີ່​ຈະ​ນຳ​ໃຊ້ ເພື່ອ​ສ້າງ​ຄວາມ​ເສຍ​ຫາຍ​ຢ່າງ​ໜັກ​ໃຫ້​ແກ່​ເສ​ດ​ຖະ​ກິດ​ ແລະ​ລະ​ບົບ​ການ​ເງິນ​ຂອງ​ຣັດ​ເຊຍ ຖ້າ​ຫາກ​ປະ​ເທດ​ດັ່ງ​ກ່າວ​ຍັງ​ຈະ​ຮຸກ​ຮານ​ຢູ​ເຄ​ຣນ​ຕື່ມ​ອີກ.”

ທ່ານບ​ລິງ​ເກັນ ​ທີ່​ໄປ​ຢ້ຽມ​ຢາມ​ເບີ​ລິນ ​ໃນ​ວັນ​ພະ​ຫັດ​ວານນີ້ ເພື່ອ​ປຶກ​ສາ​ຫາ​ລື​ກັບ​ພັນ​ທະ​ມິດ​ທີ່​ສຳ​ຄັນໆ ກ່ຽວ​ກັບ​ສະ​ຖາ​ນະ​ການ​ຢູ່​ຕາມ​ເຂດ​ຊາຍ​ແດນ​ຣັດ​ເຊຍ ​ຕິດ​ກັບ​ຢູ​ເຄ​ຣນໃນ​ຂະ​ນະ​ທີ່​ທ່ານ​ກະ​ກຽມ​ຈະ​ໂອ້​ລົມ​ກັບ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຣັດ​ເຊຍ ທ່ານ​ເຊີ​ເກ ລາວ​ຣັ​ອ​ຟ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG