ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊິ​ເຣຍ ​ອາດ​ຈະ ອະນຸຍາດ​ ໃຫ້ສົ່ງ ຄວາມຊ່ອຍ​ເຫຼື​ອ ດ້ານມະນຸດສະທຳ ໄປໃຫ້ ບາງເຂດ (ວີດີໂອ/ສະໄລດ໌)


ລມຕ​ ການ​ຕ່າງປະ​ເທດ​ ສຫລ ທ່ານ Kerry ​(ຊ້າຍ) ຍ່າງຄຽງຂ້າງ ກັບທ່ານ Sergey Lavrov ລັດຖະມົນຕີ​ການ​ຕ່າງປະ​ເທດຣັດເຊຍ
ລມຕ​ ການ​ຕ່າງປະ​ເທດ​ ສຫລ ທ່ານ Kerry ​(ຊ້າຍ) ຍ່າງຄຽງຂ້າງ ກັບທ່ານ Sergey Lavrov ລັດຖະມົນຕີ​ການ​ຕ່າງປະ​ເທດຣັດເຊຍ
ລັດຖະມົນຕີ​ການ​ຕ່າງປະ​ເທດຣັດ​ເຊຍ ທ່ານ Sergei Lavrov
​ໄດ້​ກ່າວ​ວ່າ ລັດຖະບານ​ຊິ​ເຣຍ ​ອາດ​ຈະ​ອະນຸຍາດ​ໃຫ້​ມີການ
ຈັດສົ່ງຄວາມຊ່ອຍ​ເຫຼື​ອທາງດ້ານມະນຸດສະທຳ ໄປໃຫ້ ບາງເຂດ
ທີ່ຖືກປິດລ້ອມໃນເຂດຊານເມືອງ ຂອງ​ກຸງ Damascus.

ທ່ານ​ Lavrov ​ໄດ້​ກ່າວ​ໃນ​ວັນ​ຈັນ​ວານ​ນີ້ ວ່າລັດຖະບານ​ຊິ​ເຣຍ
ຫວັງ​ວ່າ ຕົນ​ຈະ​ສະມາດ ບັນລຸການ​ຕົກລົງ​ກັບ​ພວກຕໍ່ຕ້ານ ​
ເພື່ອ​ຈະ​ຈັດສົ່ງການ​ຊ່ອຍເຫຼືອ ໄປໃຫ້ພົນລະ​ເຮືອນ​ໃນ​ເຂດຄຸ້ມ
Ghuta ​ຕາ​ເວັນ​ອອກ ​ແລະ​ Yarmouk​ ຕະຫລອດທັງໃນ​ເຂດ
​Baza ຊຶ່ງຕັ້ງ ຢູ່ໃນເຂດຊານເມືອງ​ຂອງເມືອງ Aleppo ນໍາ.

​ໃນ​ບາງ​ເຂດ​ຂອງ​ຊິ​ເຣຍ ​ແມ່ນ​ວ່າບໍ່​ໄດ້​ຮັບ​ການ​ຊ່ອຍ​ເຫຼືອຈາກ​ພາຍ​ນອກ ມາ​ເປັນເວລາ
ຫຼາຍໆ​ປີ​ແລ້ວ.

ທ່ານ​ Lavrov ​ແລະ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ ທ່ານ John Kerry ​
ໄດ້​ພົບ​ປະກັນ​ທີ່​ກຸງ​ປາຣີ ​ໃນ​ວັນ​ຈັນ​ວານ​ນີ້ ​ເພື່ອ​ວາງ​ແຜນຈັດ​ການ​ເຈລະຈາ​ສັນຕິພາບ
ໃນຊີ ເຣຍ ​ໃນ​ວັນ​ທີ 22 ມັງກອນ ​ທີ່​ຈະ​ມາ​ເຖິງ​ນີ້ ​ຢູ່ທີ່ນະຄອນ​ Geneva.


ທ່ານ Kerry ​ໄດ້​ກ່າວ​ວ່າ ທ່ານ​ແລະທ່ານ​ Lavrov ​ໄດ້​ປຶກສາ​ຫາລື​ກັນ ​ໃນ 2-3 ​ເລື່ອງ
ທີ່​ທ່ານ​ກ່າວ​ວ່າ ​ອາດຈະກະກຽມເພື່ອໃຫ້ປະສົບ​ຄວາມ​ສໍາ​ເລັດ​ໃນ​ການເຈລະຈາ​ສັນຕິ
​ພາບ ທີ່ນະຄອນ Geneva ຊຶ່ງນັ້ນແມ່ນຮວມທັງການຢຸດຍິງ ທີ່​ເມືອງ Aleppo ​ແລະ​ການ
​ແລກປ່ຽນພວກ​ນັກ​ໂທດນໍາ.

​ແຕ່​ວ່າ​ທັງ​ສອງ​ທ່ານ​ຍັງ​ບໍ່​ທັນ​ໄດ້​ຕົກລົງ​ເທື່ອ​ວ່າ ຈະ​ເຊີນ​ອີ​ຣ່ານ​ເຂົ້າ​ຮ່ວມໃນ​ການເຈລະຈາ​
ຄັ້ງ​ນີ້​ນໍາ ຫຼື​ບໍ່?

ຜູ້​ໄກ່​ເກ່ຍນາໆຊາດ ທ່ານLakhbar Brahimi ​ໄດ້​ກ່າວ​ວ່າ ອິຣ່ານເປັນ​ປະ​ເທດ​ທີ່​ສໍາຄັນ
​ໃນ​ຂົງ​ເຂດ ​ແລະ​ຄວນ​ຈະ​ມີໜ້າໃນກອງປະຊຸມ​ນໍາ.

ຣັດ​ເຊຍ ຕ້ອງການ​ທີ່​ຈະ​ໃຫ້​ອີຣ່ານ​ເຂົ້າ​ຮ່ວມ​ໃນ​ການເຈລະຈາ​ ​ແຕ່​ວ່າ​ສະຫະລັດໄດ້
​ກ່າວ​ວ່າ​ ອີຣ່ານ​ຕ້ອງ​ສະໜັບ​ສະ​ໜຸນ ລັດຖະບານໄລຍະຂ້າມຜ່ານ​ໃນຊີ​ເຣຍ ຊຶ່ງມີທ່າ
ທາງວ່າ ​ຈະ​ບໍ່​ຮວມ​ເອົາ​ປະທາ​ນາທີ​ບໍດີ​ຊີ​ເຣຍ ທ່ານ Bashar al-Assad ເຂົ້ານຳ.

Friends of Syria Pushing Opposition Toward Geneva Talks
please wait

No media source currently available

0:00 0:02:46 0:00
ລິງໂດຍກົງ
XS
SM
MD
LG