ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ສະຫະລັດ ແລະ ຣັດເຊຍ ຈະຈັດກອງປະຊຸມເຈລະຈາ ດ້ານຄວາມໝັ້ນຄົງ ໃນເດືອນມັງກອນ ຈະມາເຖິງນີ້


ປະທານາທິບໍດີ ໂຈ ໄບເດັນ, ຂວາ, ແລະ ປະທານາທິບໍດີ ຣັດເຊຍ ວລາດີເມຍ ປູຕິນ ເດີນທາງຮອດສະຖານທີ່ຈັດກອງປະຊຸມ 'Villa la Grange', ໃນນະຄອນເຈນີວາ ຂອງສະວິດເຊີແລນ, ວັນທີ 16 ມິຖຸນາ 2021.
ປະທານາທິບໍດີ ໂຈ ໄບເດັນ, ຂວາ, ແລະ ປະທານາທິບໍດີ ຣັດເຊຍ ວລາດີເມຍ ປູຕິນ ເດີນທາງຮອດສະຖານທີ່ຈັດກອງປະຊຸມ 'Villa la Grange', ໃນນະຄອນເຈນີວາ ຂອງສະວິດເຊີແລນ, ວັນທີ 16 ມິຖຸນາ 2021.

ສະຫະລັດ ແລະຣັດເຊຍ ຈະຈັດການເຈລະຈາໃນເດືອນມັງກອນຈະມາເຖິງນີ້ ກ່ຽວກັບການຄວບຄຸມອາວຸດນິວເຄລຍ ແລະຄວາມເຄັ່ງຕຶງຢູ່ຕາມຊາຍແດນລະຫວ່າງ ຣັດເຊຍແລະຢູເຄຣນ.

ໂຄສົກປະຈຳສະພາຄວາມໝັ້ນຄົງແຫ່ງຊາດຂອງທຳນຽບຂາວ ໄດ້ກ່າວຕໍ່ບັນດານັກຂ່າວວ່າ ທັງສອງຝ່າຍຈະພົບປະກັນໃນວັນທີ 10 ມັງກອນ ຕິດຕາມດ້ວຍການເຈລະຈາ ລະຫວ່າງ ຣັດເຊຍກັບອົງການເນໂຕ້ ໃນວັນທີ 12 ມັງກອນ ແລະກອງປະຊຸມ ໃນວັນທີ 13 ມັງກອນ ກັບ ຣັດເຊຍ, ສະຫະລັດ ແລະບັນດາສະມາຊິກຂອງອົງການເພື່ອຄວາມໝັ້ນຄົງແລະການຮ່ວມມື ຢູ່ໃນຢູໂຣບ.

ໂຄສົກຂອງທຳນຽບຂາວທ່ານນີ້ ໄດ້ກ່າວວ່າ “ເມື່ອພວກເຮົານັ່ງລົງເຈລະຈາ, ຣັດເຊຍ ສາມາດນຳເອົາຄວາມເປັນຫ່ວງຕ່າງໆຂຶ້ນມາປຶກສາຫາລືກັນ ແລະພວກເຮົາຈະນຳເອົາຄວາມເປັນຫ່ວງຂອງພວກເຮົາຂຶ້ນມາປຶກສາກັບກິດຈະກຳຕ່າງໆຂອງຣັດເຊຍເຊັ່ນດຽວກັນ.” ທ່ານກ່າວຕໍ່ໄປວ່າ “ຍັງມີພາກສ່ວນ ບ່ອນທີ່ພວກເຮົາສາມາດເຮັດໃຫ້ມີຄວາມກ້າວໜ້າ ແລະພາກສ່ວນບ່ອນທີ່ພວກເຮົາຈະບໍ່ເຫັນດີນຳກັນ. ອັນນັ້ນເປັນສິ່ງທີ່ກ່ຽວກັບການທູດ.”

ບັນດາລັດຖະບານຂອງປະເທດຕາເວັນຕົກ ໄດ້ກັງວົນ ກ່ຽວກັບ ການເສີມກຳລັງທະຫານຂອງ ຣັດເຊຍ ຢູ່ຕາມຊາຍແດນຕິດກັບ ຢູເຄຣນ ໂດຍການສະແດງຄວາມເປັນຫ່ວງກ່ຽວກັບແຜນການບຸກລຸກທີ່ອາດເປັນໄປໄດ້ຂອງຣັດເຊຍ. ຜູ້ນຳຂອງຣັດເຊຍ ທ່ານ ວລາດີເມຍ ປູຕິນ ໄດ້ປະຕິເສດຕໍ່ແຜນການໃດໆເຊັ່ນນັ້ນ ແລະໄດ້ຮຽກຮ້ອງໃຫ້ຮັບປະກັນ ຕໍ່ການບໍ່ໃຫ້ອົງການເນໂຕ້ຂະຫຍາຍເຂົ້າໄປໃກ້ຜືນແຜ່ນດິນຂອງຕົນ.

ໂຄສົກສະພາຄວາມໝັ້ນຄົງແຫ່ງຊາດໄດ້ກ່າວວ່າ ໃນດ້ານຜົນປະໂຫຍດຂອງ ຢູເຄຣນ ເອງ ການເຈລະຈາລະຫວ່າງ ສະຫະລັດກັບຣັດເຊຍ ຈະບໍ່ບັນລຸການຕັດສິນໃຈໃດໆກ່ຽວກັບຢູເຄຣນ.

ທ່ານໂຄສົກໄດ້ເວົ້າວ່າ “ວິທີການແກ້ໄຂບັນຫາຂອງປະທານາທິບໍດີ ໄບເດັນ ກ່ຽວກັບ ຢູເຄຣນ ແມ່ນເປັນທີ່ຈະແຈ້ງແລະສອດຄ່ອງກັນ ກໍຄືຮ່ວມມືກັນໃນສອງດ້ານຄື: ການສະກັດກັ້ນ ແລະການທູດ. ພວກເຮົາສາມັກຄີກັນເປັນພັນທະມິດນຶ່ງ ກ່ຽວກັບ ຜົນຕິດຕາມມາທີ່ ຣັດເຊຍ ຈະປະເຊີນຖ້າຫາກຕົນທຳການເຄື່ອນໄຫວຕໍ່ ຢູເຄຣນ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG