ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

​ສະ​ຫະ​ລັດ ກ່າວ​ວ່າ ຣັດ​ເຊຍ ຈະ​ຊື້​ຈະ​ຫຼວດ ແລະ​ລູກ​ປືນ​ໃຫຍ່​ຈາ​ກ​ເກົາ​ຫຼີ​ເໜືອ


ແຟ​້ມ - ຜູ້​ນຳ​ເກົາ​ຫຼີ​ເໜືອ ກິມ​ ຈົງ ອຶນ ເຂົ້າ​ຮ​່ວມ​ປະ​ຊຸມ​ກຳ​ມາ​ທິ​ການ​ສູນ​ກາງກອງ​ທັບ ຂອງ​ພັກ​ແຮງ​ງານ​ເກົາ​ຫຼີ ໃນ​ຮູບ​ທີ່​ນຳ​ອອກ​ເຜີຍ​ແຜ່​ໂດຍ​ອົງ​ການ​ຂ່າວ​ສູນ​ກາງ (KCNA) ເມື່ອ​ວັນ​ທີ 23 ມິ​ຖຸ​ນາ 2022.
ແຟ​້ມ - ຜູ້​ນຳ​ເກົາ​ຫຼີ​ເໜືອ ກິມ​ ຈົງ ອຶນ ເຂົ້າ​ຮ​່ວມ​ປະ​ຊຸມ​ກຳ​ມາ​ທິ​ການ​ສູນ​ກາງກອງ​ທັບ ຂອງ​ພັກ​ແຮງ​ງານ​ເກົາ​ຫຼີ ໃນ​ຮູບ​ທີ່​ນຳ​ອອກ​ເຜີຍ​ແຜ່​ໂດຍ​ອົງ​ການ​ຂ່າວ​ສູນ​ກາງ (KCNA) ເມື່ອ​ວັນ​ທີ 23 ມິ​ຖຸ​ນາ 2022.

ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຣັດ​ເຊຍ ພວມ​ຢູ່​ໃນ​ຂັ້ນ​ຕອນ​ທີ່​ຈະ​ຊື້​ຈະ​ຫຼວດ​ແລະ​ລູກ​ປືນ​ໃຫຍ່ ໃນ​ມູນ​ຄ່າ​ຫຼາຍ​ລ້ານ​ໂດ​ລາ​ຈາກ​ເກົາ​ຫຼີ​ເໜືອ ເພື່ອ​ນຳ​ໄປ​ໃຊ້​ໃນ​ການ​ສູ້​ລົບ​ທີ່​ພວມ​ດຳ​ເນີນ​ຢູ່​ໃນ​ປະ​ເທດ​ຢູ​ເຄ​ຣນ ນັ້ນ​ຄື​ການ​ພົບ​ເຫັນ​ໃໝ່​ຂອງ​ອົງ​ການ​ສືບ​ລັບ​ສະ​ຫະ​ລັດ​ ທີ່​ມີ​ການ​ຫຼຸດ​ລະ​ດັບ​ລົງ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ເອ​ພີ.

​ພົນ​ຈັດ​ຕະ​ວາ​ແພັດ ຣາຍ​ເດີ (Pat Ryder) ໂຄ​ສົກ​ຂອ​ງ​ທຳ​ນຽບ​ຫ້າ​ແຈກ່າວ​ໃນ​ວັນ​ອັງ​ຄານ​ວານນີ້​ວ່າ “ຂໍ້​ມູນ​ທີ່​ພວກ​ເຮົາ​ມີແມ່ນ​ຣັດ​ເຊຍ​ໄດ້​ຮ້ອງ​ຂໍ​ເປັນ​ພິ​ເສດ​ໃນ​ເລື້ອງ​ລູກ​ປືນ.” ທ່ານ​ກ່າວ​ວ່າ ສະ​ຫະ​ລັດພົບ​ເຫັນຮ່​ອງ​ຮອຍ​ທີ່​ຣັດ​ເຊຍ​ໄດ້​ພົບພໍ້​ກັບ​ເກົາ​ຫຼີ​ເໜືອ ແຕ່​ກໍ​ກ່າວ​ວ່າ ທ່ານ​ບໍ່​ມີ​ລາຍ​ລະ​ອຽດ​ກ່ຽວ​ກັບ​ເລື້ອງ​ອື່ນ ຮວມ​ທັງ​ເລື້ອງ​ເງິນ​ໄດ້​ມີ​ການ​ປ່ຽນ​ມື ​ຫຼືຄວາມ​ກ້າວ​ໜ້າ​ກ່ຽວ​ກັບ​ການ​ຈັດ​ສົ່ງ​ໃດໆ​ທີ່​ພວມ​ມີ​ຂຶ້ນ.

ທ່ານ​ຣາຍ​ເດີ ກ່າວ​ວ່າ “ແຕ່​ກໍ​ໄດ້​ສ​ະແດງ​ໃ​ຫ້​ເຫັນ ແລະ​ບົ່ງ​ບອກ​ເຖິງ​ສະ​ຖາ​ນະ​ການ​ທີ່​ວ່າ​ຣັດ​ເຊຍ​ພົບ​ເຫັນ​ໂຕ​ເອງ ຖ້າ​ຈະ​ເວົ້າ​ໃນ​ເລື້ອງ​ລໍ​ຈິ​ສ​ຕິກ​ແລະ​ຄວາມ​ສາ​ມາດ​ແບບ​ຍືນ​ຍົງ​ ທີ່​ມັນ​ພົວ​ພັນ​ກັບ​ຢູ​ເຄ​ຣນ” ໃນ​ການ​ໃຫ້​ຄວາມ​ເຫັນ​ຢ່າງ​ເປີດ​ເຜີຍ​ເທື່ອ​ທຳ​ອິດ​ກ່ຽວ​ກັບ​ການ​ຊັ່ງ​ຊາດ້ານ​ສືບ​ລັບ ແລະ​ທ່ານ​ກ່າວ​ຕື່ມ​ວ່າ “ພວກ​ເຮົາ​ຕີ​ລາ​ຄາ​ວ່າ ສະ​ຖາ​ນະ​ການ​ບໍ່​ໄດ້​ດຳ​ເນີນ​ໄປ​ດ້ວຍ​ດີໃນ​ດ້ານນັ້ນ ສຳ​ລັບ​ຣັດ​ເຊຍ.”

ທ່ານ​ຈອນ ເຄີ​ບີ ໂຄ​ສົກ​ສະ​ພາ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ ກ່າວ​ວ່າ ບໍ່​ມີ​ຮ່ອງ​ຮອຍ​ສະ​ແດງ​ໃຫ້​ເຫັນ​ວ່າ ໂຕ​ຈິງ​ແລ້ວ ການ​ຊື້​ອາ​ວຸດ​ຍັງ​ບໍ່​ທັນ​ມີ​ຂຶ້ນ​ຂຶ້ນ ຫຼື​ມີ​ການ​ສົ່ງ​ລູກ​ປືນ​ຂອງ​ເກົາ​ຫຼີ​ເໜືອ​ເຂົ້າ​ໄປ​ໃນສະ​ໜາມ​ລົບຢູ​ເຄ​ຣນ​ເທື່ອ​. ແຕ່​ແນວ​ໃດ​ກໍ​ຕາມ ທ່ານ​ກ່າວ​ວ່າ ການ​ເວົ້າ​ດັ່ງ​ກ່າວນັ້ນ ແມ່ນ “ຮ່ອງ​ຮອຍ​ອີກ​ອັນ​ນຶ່ງ​ກ່ຽວ​ກັບ​ວ່າ​ປູ​ຕິນ​ມີ​ຄວາມ​ສິ້ນ​ຫວັງ​ສ່ຳ​ໃດ.”

ທ່ານເຄີ​ບີ​ກ່າວ​ຕໍ່​ພວກ​ນັກ​ຂ່າວ​ໃນ​ວັນ​ອັງ​ຄານ​ວານນີ້​ວ່າ “ລາ​ວ​ໄດ້​ຊື້​ເຮືອ​ບິນ​ບໍ່​ມີ​ຄົນ​ຂັບ​ຈາກ​ອີ​ຣ່ານ ເວ​ລານີ້​ລາວ​ກຳ​ລັງ​ຊິ​ຊື້​ລູກ​ປືນ​ໃຫຍ່​ຈາກ​ເກົາ​ຫຼີ​ເໜືອ. ມັນ​ເປັນ​ຮ່ອງ​ຮອຍ​ທີ່​ສະ​ແດງ​ໃຫ້​ເຫັນ​ວ່າ ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ປະ​ເທດ​ຂອງ​ລາວ​ໄດ້​ປະ​ສົບ​ກັບ​ຄວາມ​ເສຍ​ຫາຍ​ຫຼາຍ​ສ່ຳ​ໃດ ອັນ​ເປັນ​ຜົນ​ເນື່ອງ​ມາ​ຈາກ​ສົງ​ຄາມນີ້​ແລະ​ລະ​ດັບ​ຂອງ​ຄວາມ​ສິ້ນ​ຫວັງ ທີ່​ລາວ​ໄດ້​ຕິດ​ຕໍ່​ໄປ​ຍັງ​ປະ​ເທດ​ຕ່າງໆ ເຊັ່ນ​ອີ​ຣ່ານ​ແລະ​ເກົາ​ຫຼີ​ເໜືອ​ເພື່ອ​ຂໍ​ຄວາມ​ຊ່ວຍ​ເຫຼືອ.”

ເຈົ້າ​ໜ້າ​ທີ່​ຂອງ​ໜ່ວຍ​ສືບ​ລັບ​ສະ​ຫະ​ລັດ​ເຊື່ອ​ວ່າ ຣັດ​ເຊຍ​ພວມ​ຊອກ​ຫາ​ຊ່ອງ​ທາ​ງ​ທີ່​ຈະ​ຊື້​ອຸບ​ປະ​ກອນ​ທາງ​ທະ​ຫານ​ຈາກ​ເກົາ​ຫຼີ​ເໜືອ​ໃນ​ອະ​ນາ​ຄົດ. ການ​ພົບ​ເຫັນ​ດັ່ງ​ກ່າວ​ຂອງ​ໜ່ວຍ​ສືບ​ລັບ ແມ່ນ​ໜັງ​ສື​ພິມ​ນິວຢອກ​ໄທ​ມ໌​ລາຍ​ງ​ານ​ເປັນ​ຜູ້​ທຳ​ອິດ.

ທ່ານ​ເຄີ​ບີ​ກ່າວ​ວ່າ ໜ່ວຍ​ສືບ​ລັບ​ສະ​ຫະ​ລັດ​ສະ​ເໜີ​ແນະ​ວ່າ ຣັດ​ເຊຍ​ພວມ​ຊອກ​ຫາ​ຕະ​ຫຼາດ ເພື່ອ​ຊື້​ລູກ​ປືນ​ໃຫຍ່ “ໃນ​ລະ​ດັບ​ຫຼາຍ​ລ້າ​ນ​ລູກ”​ ຈາກ​ເກົາ​ຫຼີ​ເໜືອ​ແຕ່​ບໍ່​ໄດ້​ໃຫ້​ລາຍ​ລະ​ອຽດ​ຫຍັ​ງ​ຫຼາຍ​ໄປ​ກວ່ານີ້.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG