ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໒໕ ກັນຍາ ໒໐໒໓

ສະຫະລັດ ແລະ ຣັດເຊຍ ຊອກຫາຊ່ອງທາງ ທັບມ້າງສະພາບບໍ່ໄປບໍ່ມາ ໃນຊີເຣຍ


ລັດຖະມົນຕີຕ່າງປະເທດສະຫະລັດ ທ່ານ John Kerry (ຂວາ) ພົບປະກັບ ລັດຖະມົນຕີຕ່າງປະເທດຣັດເຊຍ ທ່ານ Sergey Lavrov (ຊ້າຍ)

ລັດຖະມົນຕີ​ຕ່າງປະ​ເທດ ສະຫະລັດ ທ່ານ John Kerry ກ່າວໃນ​ວັນ​ສຸກ​ວານນີ້ວ່າ ສະ ຫະລັດ ​ແລະຣັດ​ເຊຍ​ກຳ​ລັງ​ຊອກ​ຫາຊ່ອງ​ທາງ​ໃໝ່​ເພື່ອ​ທັບ​ມ້າງ​ສະພາບ ບໍ່​ໄປ​ບໍ່​ມາທາງ ດ້ານການທູດ​ ເປັນເວລາ​ນຶ່ງເດືອນ ກ່ຽວກັບ​ການ​ຢຸດ​ຍິງ ​ຢູ່​ໃນ​ ​ເມືອງ Aleppo ​ທີ່​ຖືກ​ປິດ​ລ້ອມ​ຂອງ​ຊີ​ເຣຍ.

ທ່ານ​ກ່າວ​ວ່າ “​ແນວ​ຄິດ” ດັ່ງກ່າວ ຈະ​ຖືກ​ທົດ​ສອບ ​ໃນການ​ສົນທະນາຫາລື​ທີ່ ຕິດຕາມ​ມາ ລະຫວ່າງບັນດາ​ນັກ​ການ​ທູດ ສະຫະລັດ ​ແລະຣັດ​ເຊຍ ​ໃນອາທິດ​ໜ້າ​ນີ້ ​ທີ່​ນະຄອນ Geneva.

​ໃນ​ການ​ຖະແຫຼງ ​ທີ່​ກອງ​ປະຊຸມ​ນັກ​ຂ່າວ ຮ່ວມ​ກັບຄູ່​ຕຳ​ແໜ່​ງຝ່າຍອີ​ຕາ​ລີ ​ທີ່​ນະຄອນ Rome ທ່ານ Kerry ​ໄດ້​ຮຽກຮ້ອງໃຫ້​ສືບ​ຕໍ່ ດຳ​ເນີນ​ຄວາມ​ພະຍາຍາມ ​ເພື່ອ​ຮັບ​ມື​ກັບ​ວິ​ກິດ​ການ​ມະ​ນຸດ​ສະ​ທຳ​ທີ່​ເມືອງ Aleppo ​ໂດຍ​ກ່າ​ວວ່າ​ ມັນ​ເປັນສິ່ງ​ສຳຄັນ​ສຳລັບທຸກ​ພັກ​ຝ່າຍ
ທີ່​ຈະ​ຕ້ອງ​ເຮັດ​ວຽກກ່ຽວ​ກັບ​ຮ່າງ​ການ​ປະຕິບັດ​ງານ ​ເພື່ອສະ​ໜອງ​ທາງອອກ​ໃຫ້​ແກ່​ປະຊາ
ຊົນ​ ​ໃນເມືອງ​ທີ່​ຖືກ​ປິດ​ລ້ອມ”.

ທ່ານ Kerry ກ່າວ​ວ່າ “ຫວັງ​ວ່າ ​ຖ້າ​ຫາກ​ສະຖານະ​ການ​ດ້ານ​ມະ​ນຸດ​ສະ​ທຳ​ສາ ມາດ​ຮັບ​ມືໄດ້ ​ຢ່າງ​ມີ​ປະສິດ​ທິ​ຜົນ​ຫລາຍ​ຂຶ້ນ ໃນ​ເມືອງ Aleppo ແລະ​ຖ້າ​ຫາກ ສາມາດ​ສ້າງຮ່າງ​ການ​ປະຕິບັດ​ງານ ສຳລັບ​ໃຫ້​ຜູ້​ຄົນ​ອອກ​ຈາກ​ເມືອງ Aleppo ເພື່ອ​ໃຫ້​ເມືອງ Aleppo ​ເອງ ໄດ້​ຮັບ​ການບັນ​ເທົາ​ຈາກ​ຄວາ​ມທຸກທໍລະມານ ທີ່​ອາດ​ເຮັດ​ໃຫ້​ມີຊ່ອງ​ຫວ່າງຫຼາຍຂຶ້ນ​ ​ບາ​ງທີຈະ​ສາມາດເລີ້ມ​ການ​ສົນທະນາ​ຢ່າງ​ໃດ​ຢ່າງ​ນຶ່ງ​ ທີ່​ນະຄອນ Geneva ​ໄດ້. ນັ້ນ​ແມ່ນ​ເປົ້າ​ໝາຍ​ ຂອງທູດ​ພິ​ເສດສະ ຫະ​ປະຊາ​ຊາດ ຮັບຜິດຊອບ​ກ່ຽວ​ກັບ​ເລື້ອງຊີ​ເຣຍ ທ່ານ Staffan de Mistura ນັ້ນ​ແມ່ນ​ເປົ້າ​ໝາຍ​ຂອງ​ພວກ​ເຮົາ ຊຶ່ງ​ກໍ​ປາກົດ​ວ່າ​ ເປັນ​ເປົ້າ​ໝາຍ​ຂອງ​ຣັດ​ເຊຍ​ເຊັ່ນ​ກັນ ພວກ​ເຮົາ​ບໍ່​ຮູ້​ວ່າ​ມັນ​ເປັນ​ເປົ້າໝາຍ​ຂອງປະທານາທິບໍ​ດີ​ຊີ​ເຣຍ ທ່ານ Bashar Assad ຫລື​ບໍ່ ​ແຕ່​ວ່າ​ນັ້ນເປັນ​ສິ່ງ​ທີ່ຕ້ອງ​ໄດ້​ທົດ​ສອບ​ໃນ​ອີກ​ສອງ​ສາມ​ມື້​ຂ້າງ​ໜ້ານີ້.”

ທະຫານລັດຖະບານຊີເຣຍຍ່າງຜ່ານຊາກຫັກພັງ ຢູ່ຄຸ້ມບ້ານ al-Sakhour ທີ່ເມືອງ Aleppo.
ທະຫານລັດຖະບານຊີເຣຍຍ່າງຜ່ານຊາກຫັກພັງ ຢູ່ຄຸ້ມບ້ານ al-Sakhour ທີ່ເມືອງ Aleppo.

ຫລັງ​ຈາກ​ພົບ​ປະ​ກັບ ລັດຖະມົນຕີຕ່າງປະ​ເທດຣັ​ດ​ເຊຍ​ ທ່ານ Sergei Lavrov ​ທີ່​ນະຄອນ Rome ​ແລ້ວ ທ່ານ Kerry ​ໄດ້ກ່າວ​ວ່າ ວິທີ​ການ​ໃໝ່​ ​ທີ່​ໄດ້​ແນ​ໃສ່ ​ເພື່ອ​ໃຫ້​ເປີດ​ການ​ເຈລະ
ຈາ ​ລະຫວ່າງລັດຖະບານ​ຊີ​ເຣຍ ​ແລະ​ພວກ​ຕໍ່ຕ້ານ​ ຊຶ່ງ ​ເປັນ​ເປົ້າ​ໝາຍ​ທີ່​ຍັງບໍ່​ສາມາດ​ບັນລຸ​ໄດ້ ​ນັບ​ແຕ່​ຕົ້ນ​ປີ 2014 ​ເປັນຕົ້ນມາ ​ໃນ​ຂະ ນະ​ທີ່​ເນັ້ນ​ໜັກ​ວ່່າ ສະຫະລັດ​ແລະຣັດ​ເຊຍ​ ອາດ​ຈະ​ບໍ່​ລໍຖ້າການເຂົ້າຮັບ​ຕຳ​ແໜ່​ງ ເປັນ​ປະທານ​າທິບໍດີ​ຂອງ​ທ່ານ Donald Trump ໃນ​ວັນ​ທີ 20 ​ເດືອນ​ມັງກອນ ​ຈະ​ມາ​ເຖິງ​ນີ້.


ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG