ສະຫະລັດ ແລະຣັດເຊຍ ໄດ້ແລກປ່ຽນນັກໂທດລະດັບສູງນຳກັນໃນວັນພຸດວານນີ້ ເຖິງແມ່ນວ່າ ທັງສອງປະເທດຍັງມີຄວາມຂັດແຍ່ງກັນຢ່າງແຮງກ່ຽວກັບການບຸກລຸກຢູເຄຣນ ຂອງມົສກູມາໄດ້ 2 ເດືອນແລ້ວນັ້ນ ກໍຕາມ.
ຣັດເຊຍໄດ້ປ່ອຍຕົວທ້າວເທຣວໍ ຣີດ (Trevor Reed), ອະດີດທະຫານມາຣິນຂອງສະຫະລັດ ທີ່ຕິດຄຸກຢູ່ໃນຣັດ ເຊຍຕັ້ງແຕ່ປີ 2019 ຫຼັງຈາກເຈົ້າໜ້າທີ່ ຣັດ ເຊຍກ່າວວ່າ ລາວໄດ້ທຳຮ້າຍເຈົ້າໜ້າທີ່ຕຳຫຼວດຄົນນຶ່ງ ເມື່ອລາວຖືກ ກັກຂັງ ຫລັງຈາກດື່ມເຫຼົ້າຢ່າງໜັກ ໃນຕອນກາງຄືນ ແລະ ຕໍ່ມາໄດ້ຖືກຕັດສິນຈຳຄຸກ ເປັນເວລາ 9 ປີ. ຄອບຄົວ ຂອງທ້າວຣີດ (Reed) ໃຫ້ຂໍ້ໂຕ້ແຍ້ງວ່າລາວບໍລິ ສຸດ.
ໃນທາງຕອບກັບ, ສະຫະລັດໄດ້ປ່ອຍຕົວທ້າວຄອນສແຕນຕິນ ຢາຣົສເຊັນໂກ (Konstantin Yaroshenko), ນັກບິນຣັດເຊຍທີ່ຖືກຕັດສິນລົງໂທດເປັນເວລາ 20 ປີ ໃນລັດຄອນເນັກຕິກັດໃນຂໍ້ຫາສົມຮູ້ຮ່ວມຄິດລັກລອບຂົນສົ່ງໂຄເຄນເຂົ້າມາສະຫະລັດ ພາຍຫຼັງລາວຖືກຈັບຢູ່ໄລບີເຣຍໃນປີ 2010 ແລະໄດ້ສົ່ງຕົວມາໃຫ້ສະຫະລັດ.
ເຖິງແມ່ນວ່າການແລກປ່ຽນນັກໂທດບໍ່ແມ່ນເລື້ອງປົກກະຕິກໍຕາມ, ເຈົ້າໜ້າທີ່ອາວຸໂສຂອງສະຫະລັດເວົ້າວ່າ ມັນເປັນການເຄື່ອນໄຫວທາງການທູດແຕ່ຝ່າຍດຽວ.
ເຈົ້າໜ້າທີ່ຜູ້ນັ້ນກ່າວວ່າ "ການສົນທະນາກັບຣັດເຊຍທີ່ນຳໄປສູ່ການແລກປ່ຽນນັກໂທດຄັ້ງນີ້ ແມ່ນຖືກຈຳກັດຢ່າງເຄັ່ງຄັດ ໃຫ້ຢູ່ໃນແຕ່ຫົວຂໍ້ເຫຼົ່ານີ້ເທົ່ານັ້ນ ບໍ່ແມ່ນການສົນທະນາທາງການທູດທີ່ກວ້າງອອກໄປ."
"ການປ່ອຍຕົວຂອງທ້າວຣີດ ບໍ່ໄດ້ສະແດງໃຫ້ເຫັນເຖິງການປ່ຽນແປງ, ບໍ່ມີເລີຍ ກ່ຽວກັບແນວທາງຂອງພວກເຮົາ ຕໍ່ເລື້ອງຄວາມຮຸນແຮງ ທີ່ຫນ້າວິຕົກ ຢູ່ໃນຢູ ເຄຣນ" ທີ່ດຳເນີນການໂດຍຣັດເຊຍນັ້ນ.”
ບັນດາເຈົ້າໜ້າທີ່ຈະບໍ່ບອກວ່າ ການແລກປ່ຽນນັກໂທດນັ້ນ ໄດ້ເກີດຂຶ້ນຢູ່ໃສ, ແຕ່ໃນຫຼາຍຊົ່ວໂມງກ່ອນທີ່ມັນຈະເກີດຂຶ້ນ ພວກນັກຂ່າວລະບຸໄດ້ວ່າ ມີເຮືອບິນລຳນຶ່ງຂອງອົງການບໍລິການຮັກສາຄວາມປອດໄພລັດຖະບານກາງຂອງຣັດເຊຍບິນໄປຍັງນະຄອນຫຼວງອັງກາຣາຂອງເທີກີ. ຫ້ອງການຄຸ້ມຄອງຄຸກຂອງສະຫະລັດ ຍັງໄດ້ປັບປ່ຽນຂໍ້ມູນໃນເວັບໄຊທ໌ຂອງຕົນເພື່ອສະທ້ອນໃຫ້ເຫັນວ່າ ທ້າວຢາຣົສເຊນໂກ (Yaroshenko) ບໍ່ໄດ້ຖືກຈໍາຄຸກອີກຕໍ່ໄປ ແລ້ວ.
ພໍ່ແມ່ຂອງທ້າວຣີດ, ທ່ານໂຈອີ ແລະນາງພາວລາ ຣີດ ໄດ້ຫາທາງໃຫ້ມີ ການປ່ອຍຕົວລູກຊາຍຂອງພວກເຂົາເຈົ້າ ມາແຕ່ດົນນານແລ້ວ ໂດຍການໂຄສະນາໃນຫນັງສືພິມ ແລະຂຽນປ້າຍໄປຕິດໄວ້ ຢູ່ນອກທຳນຽບຂາວ. ການໂຄສະນາຂອງເຂົາເຈົ້າໄດ້ຕ້ອງສາຍຕາຂອງພວກເຈົ້າໜ້າທີ່ທຳນຽບຂາວ ແລະເຂົາເຈົ້າກໍໄດ້ພົບກັບປະທານາທິບໍດີໂຈ ໄບເດັນ ໃນທ້າຍເດືອນແລ້ວນີ້.