ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອະ​ດີດ ທະ​ຫານ​ມາ​ຣີນ​ອາ​ເມ​ຣິ​ກັນ ກັບ​ຄືນ​ໄປ​ບ້ານ​ທີ່​ລັດ​ເທັກ​ຊັ​ສ ຫຼັງ​ຈາກ​ມີ​ການ​ແລກ​ປ່ຽນ​ນັກ​ໂທດ ກັບ​ຣັດ​ເຊຍ


ພວກ​ນັກ​ຂ່າວ​ໄດ້​ໄປ​ເຕົ້າ​ໂຮມ​ກັນ ຢູ່ນອກ​ເຮືອນ​ຂອງຄອບ​ຄົວ​ອະ​ດີດ​ທະ​ຫານ​ມາ​ຣີນ ທ້າວ​ທ​ຣີ​ວໍ ຣີດ ທີ່​ເມືອງ​ແກ​ຣນ​ເບີ​ຣີ ໃນ​ລັດ​ເທັກ​ຊັ​ສ ເມື່ອ​ວັນ​ທີ 28 ເມ​ສາ 2022.
ພວກ​ນັກ​ຂ່າວ​ໄດ້​ໄປ​ເຕົ້າ​ໂຮມ​ກັນ ຢູ່ນອກ​ເຮືອນ​ຂອງຄອບ​ຄົວ​ອະ​ດີດ​ທະ​ຫານ​ມາ​ຣີນ ທ້າວ​ທ​ຣີ​ວໍ ຣີດ ທີ່​ເມືອງ​ແກ​ຣນ​ເບີ​ຣີ ໃນ​ລັດ​ເທັກ​ຊັ​ສ ເມື່ອ​ວັນ​ທີ 28 ເມ​ສາ 2022.

ຫຼັງ​ຈາກ​ໄດ້​ຕິດ​ຄຸກ​ຣັດ​ເຊຍ​ມາ​ເປັນ​ເວ​ລາ​ເກືອບ 3 ປີ ອະ​ດີດ​ທະ​ຫານ​ມາ​ຣີນ​ສະ​ຫະ​ລັດ ທ້າວ​ທຣີ​ວໍ ຣີດ (Trevor Reed) ກໍ​ໄດ້​ເດີນ​ທາງ​ກັບ​ຄືນ​ມາ​ຍັງ​ສະ​ຫະ​ລັດ​ໃນ​ວັນ​ພະ​ຫັດ​ວານນີ້ ຫຼັງ​ຈາກ​ໄດ້​ມີ​ການ​ແລກ​ປ່ຽນກັບນັກ​ໂທດ​ຊາວ​ຣັດ​ເຊຍ​ທີ່​ຖືກ​ຈັບ​ຢູ່​ໃນ​ສະ​ຫະ​ລັດ.

ທ້າວ​ຣີດ​ໄດ້​ຖືກ​ພົບ​ເຫັນ​ວ່າ​ມີ​ຄວາມ​ຜິດ ໃນ​ຖານ​ເຮັດ​ໃຫ້​ເຈົ້າ​ໜ້າ​ທີ່​ຕຳ​ຫຼວດ​ທີ່​ມົ​ສ​ກູ 2 ຄົນ​ຕົກ​ຢູ່​ໃນ​ອັນ​ຕະ​ລາຍ​ໃນ​ຂະ​ນະ​ທີ່​ລາວ​ເມົາ​ເຫຼົ້າ. ສະ​ຫະ​ລັດ​ເອີ້ນ​ການ​ດຳ​ເນີນ​ຄະ​ດີນັ້ນ​ວ່າ “ລະ​ຄອນ​ພິດ​ສະ​ດານ.”

ທ້າວ​ຣີດ​ໄດ້​ກັບ​ຄືນ​ໄປ​ເຖິງ​ລັດ​ເທັກ​ຊັ​ສ ຊຶ່ງ​ເປັນ​ບ້ານ​ເກີດ​ຂອງ​ລາວ ແລະ​ຈະ​ເຂົ້າ​ໄປ​ຮັບ​ການ​ປິ່ນ​ປົວ​ທີ່​ໂຮງ​ໝໍ​ທະ​ຫານ​ເປັນ​ເວ​ລາ​ສອງ​ສາມມື້ ເພື່ອກວດ​ກາ​ເບິ່ງ​ສຸ​ຂະ​ພາບ​ຂອງ​ລາວ.

ສະ​ມາ​ຊິກ​ສະ​ພາ​ຕ່ຳ​ຂອງ​ລັດ​ເທັກ​ຊັ​ສ ໄດ້​ນຳ​ຮູບ​ພາບ​ການ​ເດີນ​ທາງ​ໄປ​ເຖິງ​ຂອງ​ທ້າວ​ຣີດ ​ອອກ​ເຜີຍ​ແຜ່​ທາງ​ທວີ​ດ​ເຕີ້.

ແມ່​ຂອງ​ທ້າວ​ຣີດ ຍາ​ນາງ​ພອ​ລ​ລາ ຣີດ ຂຽນ​ຂໍ້​ຄວາມ​ລົງ​ໃນ​ທວີ​ດ​ເຕີ້ ໃນ​ຕອນ​ເຊົ້າ​ວັນ​ພະ​ຫັດ​ວານນີ້​ວ່າ “ມັນ​ເປັນ​ມື້​ທີ່​ຂ້ອນ​ຂ້າງ​ຕື່ນ​ເຕັ້ນ​ສຳ​ລັບ​ຄອບ​ຄົວ​ຣີດ. ທ້າວ​ທ​ຣີ​ວໍ​ໄດ້​ກັບ​ຄືນ​ມາ​ເຖິງ​ສະ​ຫະ​ລັດ​ແລ້ວ.”

ທ້າວ​ຣີດ​ໄດ້​ຖືກ​ແລກ​ປ່ຽນ​ຕົວ​ກັບ​ນັກ​ບິນ​ຣັດ​ເຊຍ ທ້າວຄອນ​ສ​ແຕນ​ຕິນ ຢາ​ຣົ​ສ​ເຊັນໂກ (Konstantin Yaroshenko) ​ທີ່​ຖືກພົບ​ເຫັນ​ວ່າ​ມີ​ຄວາມ​ຜິດ​ໃນ​ຖານ​ພະ​ຍາ​ຍາມ​ລັກ​ລອບ​ຢາ​ເສບ​ຕິດ​ເຂົ້າ​ມາ​ໃນ​ສະ​ຫະ​ລັດ. ລາວ​ໄດ້​ຖືກ​ຈັບ​ໂດຍ​ກຳ​ລັງ​ພິ​ເສດ​ຂອງ​ສະ​ຫະ​ລັດ ທີ່​ປະ​ເທດ​ໄລ​ບີ​ເຣຍ​ໃນ​ປີ 2010.

ມີ​ລາຍ​ງານ​ວ່າ ການ​ແລກ​ປ່ຽນ​ນັກ​ໂທດ​ດັ່ງ​ກ່າວ ມີ​ຂຶ້ນ​ທີ່​ສະ​ໜາມ​ບິນແຫ່ງ​ນຶ່ງ​ໃນ​ປະ​ເທດ​ເທີ​ກີ.

ພໍ່​ຂອງ​ທ້າວ​ທ​ຣີ​ວໍ ທ່ານ​ໂຈຍ ຣີດ (Joey Reed) ກ່າວ​ວ່າ “ເຮືອ​ບິນ​ຂອງ​ອາ​ເມ​ຣິກັນ ໄດ້​ລົງ​ຈອດ​ຢູ່​ໃກ້ໆ​ກັບ​ເຮືອ​ບິນ​ຂ​ອງ​ຣັດ​ເຊຍແລະ​ພວກ​ເຂົາ​ເຈົ້າ​ໄດ້​ແລກ​ປ່ຽນ​ນັກ​ໂທດ​ທັງ​ສອງໃນ​ເວ​ລາ​ພ້ອມໆ​ກັນ ຄື​ກັນ​ກັບ​ທີ່​ພວກ​ເຈົ້າ​ເຫັນ​ໃນ​ຮູບ​ເງົາ.”

ນອກນັ້ນ ສະ​ຫະ​ລັດ​ຍັງ​ໄດ້​ພະ​ຍາ​ຍາມ​ຫາ​ທາງ​ໃຫ້​ມີ​ການ​ປ່ອຍ​ໂຕ​ຊາວ​ອາ​ເມ​ຣິ​ກັນ​ອີກ​ຄົນ​ນຶ່ງ ຄື​ອະ​ດີດ​ທະ​ຫານ​ມາ​ຣີນ​ພອ​ລ ວີ​ແລນ ທີ່​ໄດ້​ຖືກ​ຕັດ​ສິນ​ໂທດ​ໃຫ້​ຕິດ​ຄຸກ 16 ປີ ໃນ​ເດືອນ​ມິ​ຖຸ​ນາ​ປີ 2020 ໃນ​ຂໍ້​ຫາ​ຈາ​ລະ​ກຳ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG