ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໒໘ ພຶດສະພາ ໒໐໒໓

ສະຫະລັດ ແລະຣັດເຊຍ ຕົກລົງກັນ ກ່ຽວກັບ ການຢຸດຍິງ ໃນຊີເຣຍ


ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ John Kerry ພວມຈັບມືກັບລັດຖະມົນຕີການຕ່າງປະເທດຣັດເຊຍ ທ່ານ Sergei Lavrov ຫຼັງຈາກກອງປະຊຸມຖະແຫຼງຂ່າວຮ່ວມກັນ. (9 ກັນຍາ 2016)

ສະຫະລັດ ລະຣັດ​ເຊຍ ​ໄດ້​ປະກາດ​ກ່ຽວ​ກັບ​ແຜນການ​ທີ່​ສັບ​ຊ້ອນ​ແລະກວ້າງຂວາງ ​ໃນ​ຕອນ​ເຊົ້າວັນເສົາ​ມື້ນີ້ທີ່​ນະຄອນ​ເຈ​ນີວາ ​ເພື່ອ​ຍຸຕິ​ສົງຄາມ​ເປັນ​ເວລາ 5 ປີ​ໃນ​ຊີ​ເຣຍແລະ ໃຫ້​ປະ​ເທດ​ທັງ​ສອງ ຮ່ວມ​ມື​ກັນ ​ໃນ​ການ​ຕໍ່ສູ້​ຕ້ານ​ກຸ່ມ​ກໍ່​ການ​ຮ້າຍຕ່າງໆ​ຢູ່​ໃນ​ປະ​ເທດ​ດັ່ງ ກ່າວ.

ຂໍ້​ຕົກລົງ​ສະບັບ​ນີ້ຮຽກຮ້ອງ​ໃຫ້​ທຸກ​ພັກ​ຝ່າຍ ​ໃຫ້​ຄຳ​ໝັ້ນສັນຍາ​ຄືນ​ອີກ​ທີ່​ຈະ​ປະຕິບັດ​ຕາມ​ ຂໍ້ຕົກລົງ​ຢຸດ​ຍິງ​ໃນ​ທົ່ວ​ປະ​ເທດ. ການ​ສູ້​ລົບ​ກັນ​ຈະ​ຕ້ອງ​ຍຸຕິ​ລົງ​ ໃນເວລາ​ຕາ​ເວັນ​ຕົກຂອງ​ວັນ​ທີ 12 ກັນຍາ ຊຶ່ງ​ເປັນ​ວັນ​ເລີ້ມຕົ້ນບຸນ Eid ຂອງ​ສາສະໜາ​ອິສລາມ.

ກຳລັງທີ່ຈົງຮັກພັກດີ ຕໍ່ປະທານາທິບໍດີຊີເຣຍ ທ່ານ Bashar al-Assad ທີ່ຄ້າຍທະຫານແຫ່ງນຶ່ງ ທາງພາກຕາເວັນອອກສຽງໃຕ້ ຂອງເມືອງ Aleppo
ກຳລັງທີ່ຈົງຮັກພັກດີ ຕໍ່ປະທານາທິບໍດີຊີເຣຍ ທ່ານ Bashar al-Assad ທີ່ຄ້າຍທະຫານແຫ່ງນຶ່ງ ທາງພາກຕາເວັນອອກສຽງໃຕ້ ຂອງເມືອງ Aleppo

ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ ທ່ານ John Kerry ກ່າວ​ໃນ​ຂະນະ​ທີ່ຢືນ​ຄຽງ​ຂ້າງ​ກັບ​ລັດຖະມົນ​ຕີການຕ່າງປະ​ເທດຣັດ​ເຊຍທ່ານ Sergei Lavrovວ່າ “ພວກເຮົາ​ບໍ່​ສາມາດ​ຄິດ​ຫຍັງ​ໄດ້ ​ທີ່​ເໝາະ​ສົມຫລາຍ​ໄປ​ກວ່າ​ ໃຫ້​ທຸກ​ພັກ​ຝ່າຍ ຕົກລົງ​ກັນ ​ແລະເຮັດ​ ໃຫ້​ບຸນ Eid ມີ​ຄວາມ​ໝາຍ​ຫຼາຍຂຶ້ນສຳລັບ​ຊາວ​ຊີ​ເຣຍ​ແລະ​ສຳລັບ​ຂົງ​ເຂດ.”

ທ່ານ Kerry ກ່າວ​ຕື່ມ​ວ່າ “​ໃນການ​ເຮັດ​ວຽກ​ຮ່ວມ​ກັນນີ້ ຣັດ​ເຊຍ​ ແລະ​ສະຫະລັດ​ແລະຄະ ນະ​ທີມງານ​ຂອງ​ພວກ​ເຮົາ​ໄດ້​ວາງ​ແຜນ​ທີ່​ສັບ​ຊ້ອນໃນ​ອັນ​ທີ່​ພວກ​ເຮົາ​ຄິດ​ວ່າ​ເປັນ​ວິທີ​ການ​ທີ່ສາມາດ​ບັງຄັບ​ໃຊ້​ເພີ້ມ​ຂຶ້ນ​ແລະ​ໃນ​ຂອບ​ເຂດ​ທີ່​ກວ້າງຂວາງ ຖ້າ​ແຜນ​ດັ່ງກ່າວນີ້ຫາກໄດ້​ຮັບ​ການຈັດຕັ້ງປະຕິບັດ ​ດ້ວຍ​ຄວາມ​ຈິງ​ໃຈ​ແລະ​ສື່​ຊັດ​ແລ້ວ ນີ້ສາມາດ​ເປັນ​ໂອກາດ​ເວລາ​ບ່ອນ​ທີ່​ການ​ດຳ​ເນີນ​ຄວາມ​ພະຍາຍ​າມຫຼາຍຝ່າຍ ຢູ່​ທີ່ໂຕະ​ການ​ທູດ ການ​ເຈລະຈາ​ ອາດ ສາມາດມີ​ຂຶ້ນ​ໄດ້ ​ແລະ​ທ່ານ​ສາມາດ ​ສະໜອງ​ໃຫ້​ ປະຊາຊົນ​ຊາວ​ຊີ​ເຣຍ ມີ​ການ​ໂອນ​ອຳ ນາດ.”

ປະທານາທິບໍດີຊີເຣຍ ທ່ານ Bashar al-Assad
ປະທານາທິບໍດີຊີເຣຍ ທ່ານ Bashar al-Assad

ປະ​ເທດ​ທັງ​ສອງ​ໄດ້​ຕົກລົງ​ກັນ​ກ່ຽວ​ກັບ​ບາດ​ກ້າວ​ຕ່າງໆ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ກຳລັງ​ຂອງ​ລັດ ຖະບານຊີ​ເຣຍ ​ໃຊ້​ເຮືອບິນ​ໂຈມ​ຕີ​ບ່ອນ​ທີ່​ພວກ​ຕໍ່ຕ້ານ​ມີໜ້າ ​ແລະ​ເຂດອື່ນໆ​ອີກ​ທີ່​ມີ​ການ​ຕົກລົງ​ກັນ.

ທ່ານ Kerry ກ່າວ​ຕື່ມ​ວ່າ “ອີງ​ຕາມ​ຂໍ້​ມູນ​ທີ່ມີທັງ​ໝົດ​ແລ້ວ ການ​ໂຈມ​ຕີ​ທາງ​ອາກາດ​ຂອງ Assad ​ແມ່ນ​ສາ​ເຫດ​ສຳຄັນ​ໃນ​ການ​ບາດ​ເຈັບ​ລົ້ມຕາຍ​ຂອງ​ພົນລະ​ເຮືອນແລະ​ການ​ອົບ ພະຍົບຫຼົບ​ໄພ ຊຶ່ງ​ເປັນ​ການລະ​ເມີດ​ທີ່​ເກີດ​ຂຶ້ນ​ເລື້ອຍໆ​ໃນ​ການ​ສູ້​ລົບ​ກັນ. ການ​ຍຸຕິ​ການ​ປະຕິບັດ​ງານ​ທາງ​ທະຫານ​ທັງ​ໝົດ​ຂອງ​ອຳນາດ​ການ​ປົກຄອງ ຢູ່​ໃນ​ເຂດສຳຄັນ​ຕ່າງໆທີ່​ ໄດ້​ກຳນົດ​ໄວ້ ຄວນ​ຈະ​ເປັນ​ການສິ້ນສຸດ​ໃນ​ການຖິ້ມລະເບີດ​ຖັງ​ແລະ​ການຖິ້ມລະ​ເບີດລົງ​ໃສ່​ແບບ​ບໍ່​ມີ​ການ​ຈຳ​ແນ​ກຕໍ່​ພົນລະ​ເຮືອນ​ຢູ່​ຕາມ​ຄຸ້ມ​ຄ່າງໆ.”

ທ່ານ Kerry ກ່າວ​ວ່າ ນີ້ອາດ​ຈະ “ປ່ຽນ​ແປງ​ລັກສະນະ​ຂອງ​ການ​ຂັດ​ແຍ້​ງ.”

ສ່ວນ​ທ່ານ Lavrov ກ່າວວ່າ ທ່ານ​ໄດ້​ແຈ້ງ​ໃຫ້​ລັດຖະບານ​ຊີ​ເຣຍຊາບ​ແລ້ວ​ ກ່ຽວ​ກັບ​ການ ຈັດ​ແຈງແລະ​ອຳນາດ​ການ​ປົກຄອງ Bashar al-Assad ກໍ​ພ້ອມ​ແລ້ວທີ່​ຈະ​ປະຕິບັດ​ຕາມ​ຂໍ້​ຕົກລົງ​ນີ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG