ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ສຫລ ບໍ່ເຫັນດີ ທີ່ຈະຕິດຕັ້ງອາວຸດນິວເຄຼຍແບບຍຸດທະວິທີ ຄືນອີກ ໃນເກົາຫຼີໃຕ້


ນັກທ່ອງທ່ຽວຄົນນຶ່ງຖ່າຍຮູບເຂົ້າໄປໃນຟາກຊາຍແດນຂອງເກົາຫລີເໜືອຢູ່ເຂດຊານເມືອງ Imjingak ຂອງແຂວງ Paju, ໃກ້ກັບເສັ້ນຊາຍແດນລະຫວ່າງເກົາຫລີເໜືອ ກັບເກົາຫລີໃຕ້, ວັນທີ 24 ກັນຍາ 2021
ນັກທ່ອງທ່ຽວຄົນນຶ່ງຖ່າຍຮູບເຂົ້າໄປໃນຟາກຊາຍແດນຂອງເກົາຫລີເໜືອຢູ່ເຂດຊານເມືອງ Imjingak ຂອງແຂວງ Paju, ໃກ້ກັບເສັ້ນຊາຍແດນລະຫວ່າງເກົາຫລີເໜືອ ກັບເກົາຫລີໃຕ້, ວັນທີ 24 ກັນຍາ 2021

ສະຫະລັດຈະບໍ່ສະໜັບສະໜູນການຕິດຕັ້ງອາວຸດນິວເຄຼຍແບບຍຸດທະວິທີຄືນອີກໃນເກົາຫຼີໃຕ້, ຫຼືການຈັດການແບ່ງປັນອາວຸດນິວເຄຼຍກັບໂຊລ, ອີງຕາມເຈົ້າໜ້າທີ່ກະຊວງການຕ່າງປະເທດສະຫະລັດ, ຫຼັງຈາກຜູ້ສະໝັກ ເປັນປະທານາທິບໍດີເກົາຫຼີໃຕ້ ທີ່ມີຄະແນນນຳໜ້າ ສະເໜີໃຫ້ມີການເຄື່ອນໄຫວດັ່ງກ່າວ.

“ສິ່ງທີ່ຂ້າພະເຈົ້າສາມາດເວົ້າໄດ້ກໍມີແຕ່ວ່າ ນະໂຍບາຍຂອງສະຫະລັດຈະບໍ່ສະໜັບສະໜູນຕໍ່ການເຮັດແນວນັ້ນ. ແລະຂ້າພະເຈົ້າຈະປະຫລາດໃຈຫລາຍ ທີ່ເຫັນວ່າ ຜູ້ທີ່ອອກນະໂຍບາຍນັ້ນ ບໍ່ຮູ້ ກ່ຽວກັບເລື້ອງນີ້ ຫຼື [ຜູ້] ອອກຖະແຫຼງ ການເຫຼົ່ານັ້ນ ບໍ່ຮູ້ວ່ານະໂຍບາຍຂອງສະຫະລັດ ເປັນແນວໃດ,” ນັ້ນຄືຄໍາເວົ້າຂອງທ່ານມາກ ແລມເບີດທ໌ (Mark Lambert), ຮອງຜູ້ຊ່ວຍລັດຖະມົນຕີກະ ຊວງການຕ່າງປະເທດສະຫະລັດຮັບຜິດຊອບເລື້ອງຍີ່ປຸ່ນ ແລະເກົາຫຼີທີ່ກ່າວຢູ່ໃນເວທີປາໄສທາງອອນລາຍ.

ຖະແຫຼງການດັ່ງກ່າວແມ່ນເພື່ອຕອບຄຳຖາມ ກ່ຽວກັບທ່ານຢູນ ຊອກ-ຢູລ (Yoon Seok-youl), ຜູ້ສະໝັກເປັນປະທານາທິບໍດີຂອງເກົາຫຼີໃຕ້ທີ່ມີຫົວອະນຸລັກນິຍົມ, ທີ່ໃນອາທິດນີ້ກ່າວວ່າ ທ່ານຈະຮ້ອງຂໍໃຫ້ວໍຊິງຕັນນຳໃຊ້ອາ ວຸດນິວເຄຼຍຍຸດທະວິທີຄືນໃໝ່ຫຼືເຫັນດີເຊັນຂໍ້ຕົກລົງໃນການແບ່ງປັນນິວເຄຼຍຖ້າເກົາຫຼີໃຕ້ ຫາກຖືກນາບຂູ່ຈາກເກົາຫຼີເໜືອ.

ສະຫະລັດໄດ້ຖອນອາວຸດນິວເຄຼຍຍຸດທະວິທີ, ຊຶ່ງບາງຄັ້ງເອີ້ນວ່າ ອາວຸດນິວເຄຼຍທີ່ໃຊ້ໃນສະໜາມລົບ, ຈາກເກົາຫຼີໃຕ້ໃນຕົ້ນຊຸມປີ 1990. ນັກການເມືອງເກົາຫຼີໃຕ້ຫົວອະນຸລັກນິຍົມໄດ້ຂໍຮ້ອງມາຫຼາຍປີແລ້ວວ່າ ໃຫ້ມີການນໍາມາໃຊ້ຄືນອີກໂດຍສະເພາະໃນຂະນະທີ່ເກົາຫຼີເໜືອໄດ້ຂະຫຍາຍໂຄງການອາວຸດນິວເຄຼຍຂອງຕົນເອງ.

ເບິ່ງຄືວ່າທ່ານຢູນເປັນຊື່ໃຫຍ່ທີ່ສຸດ ໃນການເມືອງຂອງເກົາຫຼີໃຕ້ ທີ່ໄດ້ມີການຮຽກຮ້ອງດັ່ງກ່າວເມື່ອມໍ່ໆມານີ້. ການຢັ່ງຫາງສຽງໄດ້ຊີ້ໃຫ້ເຫັນວ່າ, ທ່ານຢູນ,ອະດີດຫົວໜ້າໄອຍະການ, ຈະມີການແຂ່ງຂັນທີ່ດຸເດືອດກັບທ່ານລີ ແຈ-ເມືອງ (Lee Jae-myung), ເຈົ້າແຂວງທີ່ມີຫົວອຽງຊ້າຍໃນການເລືອກຕັ້ງປະທານາ ທິບໍດີໃນເດືອນມີນາປີໜ້ານີ້. ທັງສອງຄົນປາກົດວ່າເປັນຜູ້ນຳໜ້າທີ່ກາຍເປັນຜູ້ຖືກແຕ່ງຕັ້ງຈາກພັກຂອງພວກເພິ່ນ ເພື່ອເຂົ້າຮ່ວມແຂ່ງຂັນໃນການເລືອກຕັ້ງ.

“ມັນບໍ່ແມ່ນຄັ້ງທຳອິດທີ່ນັກການເມືອງຫົວອະນຸລັກນິຍົມທີ່ໃຫ້ຄຳໝັ້ນສັນຍາອັນນັ້ນ. ແຕ່ແນ່ນອນວ່າ ທ່ານຢູນແມ່ນຜູ້ສະໝັກທີ່ີມີຄະແນນນຳໜ້າຄົນທຳອິດທີ່ເຮັດແນວນັ້ນ,” ນັ້ນຄືຄໍາເວົ້າຂອງທ່ານລີ ຊາງຊິນ (Lee Sang-sin), ຜູ້ຊ່ຽວ ຊານດ້ານລັດຖະສາດການເມືອງຢູ່ສະຖາບັນການທ້ອນໂຮມຊາດຂອງເກົາຫຼີທີ່ຕັ້ງຢູ່ນະຄອນຫລວງໂຊລ.

ເກືອບ 70 ເປີເຊັນ ຂອງປະຊາຊົນເກົາຫຼີໃຕ້ສະໜັບສະໜູນໃຫ້ປະເທດພັດທະນາຄວາມສາມາດ ດ້ານນິວເຄຼຍຂອງຕົນ, ນັ້ນຄືການຊີ້ບອກຢູ່ໃນການສຳຫຼວດທີ່ເຜີຍແຜ່ອອກມາໃນຕົ້ນເດືອນນີ້ ໂດຍສະຖາບັນອາຊານຂອງເກົາຫຼີໃຕ້, ເຊິ່ງເປັນອົງການຄົ້ນຄ້ວາແຫ່ງນຶ່ງ. ທ່ານລີ ຜູ້ທີ່ເພັ່ງເລັງໃສ່ຄວາມຄິດເຫັນຂອງປະຊາຊົນກ່າວວ່າ ການຄົ້ນພົບດັ່ງກ່າວແມ່ນສອດຄ່ອງຢ່າງກວ້າງຂວາງ ກັບການສໍາຫຼວດອັນອື່ນໆ ກ່ຽວກັບບັນຫານີ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG