ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລາຍງານປະຈຳປີ ຂອງກະຊວງ ການຕ່າງປະເທດ ສ​ຫລ ​ກ່ຽວ​ກັບ ການ​ປະ​ຕິ​ບັດ ສິດທິມະນຸດ ໃນທົ່ວໂລກ


ລັດຖະມົນຕີຕ່າງປະເທດ ໄມຄ໌ ພອມພຽວກ່າວຄຳປາໄສໃນລະ
ຫວ່າງການເຜີຍແພ່ ລາຍງານປະຈຳປີ ເລື້ອງສິດມະນຸດໃນທົ່ວ
ໂລກ ປີ 2018 ທີ່ວໍຊິງຕັນ ໃນວັນທີ 13 ມີນາ 2019.
ລັດຖະມົນຕີຕ່າງປະເທດ ໄມຄ໌ ພອມພຽວກ່າວຄຳປາໄສໃນລະ ຫວ່າງການເຜີຍແພ່ ລາຍງານປະຈຳປີ ເລື້ອງສິດມະນຸດໃນທົ່ວ ໂລກ ປີ 2018 ທີ່ວໍຊິງຕັນ ໃນວັນທີ 13 ມີນາ 2019.

ກະຊວງການຕ່າງປະເທດສະຫະລັດ ໄດ້​ວາດ​ພາບທີ່​ໜ້າ​ຢ້ານ​ກົວ ໃຫ້​ເຫັນ​ເຖິງຄວາມ
ຮຸນແຮງແລະການປະຕິບັດບໍ່ຖືກຕ້ອງ ຢູ່ໃນພວກປະເທດທີ່ມີປະຫວັດບໍ່​ດີຢູ່ແລ້ວໃນ “ລາຍງາຍກ່ຽວກັບການປະຕິບັດສິດທິມະນຸດ ຂອງປະເທດຕ່າງໆ ສຳລັບປີ 2018”.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ໄມ​ຄ໌ ພອມ​ພຽວ ໄດ້​ເນັ້ນ​ຢ້ຳ​ໃນວັນ​ພຸດ
ວານນີ້ກ່ຽວ​ກັບ​ການ​ລະ​ເມີດ​ຢູ່​ໃນ​ປະ​ເທດ​ອີ​ຣ່ານ ຊູ​ດານ​ໃຕ້ ນິ​ກາ​ຣາ​ກົວແລະ​ຈີນ ຢູ່​ໃນ
​ຄຳ​ປາ​ໄສ​ເປີດ​ເຜີຍ​ລາຍ​ງານ​ດັ່ງ​ກ່າວນີ້.

ທ່ານ​ພ​ອມ​ພຽວ​ກ່າວ​ວ່າ “ຂ້າ​ພະ​ເຈົ້າ​ຫວັງ​ວ່າ ຂ້າ​ພະ​ເຈົ້າ​ສາ​ມາດ​ເວົ້າ​ໄດ້​ວ່າ​ ປະຫວັດ​
ຂອງ​ທຸກໆ​ປະ​ເທດ​ທີ່​ມີ​ການ​ຊັ່ງ​ຊາ​ຕີ​ລາ​ຄາ​ໃນ​ລາຍ​ງານ​ປີນີ້ ບໍ່​ມີ​ຮອຍ​ດ່າງເປື້ອນ​ຫຼືແມ່ນ​
ກະ​ທັງ​ດີ​ຂຶ້ນ ແຕ່​ມັນ​ບໍ່​ແມ່ນ​ແບບນັ້ນ.”

ລາຍ​ງານ​ປີນີ້ ແມ່ນ​ຊັ່ງ​ຊາ​ຕີ​ລາ​ຄາ​ກ່ຽວ​ກັບ​ການ​ປະ​ຕິ​ບັດ​ສິດ​ທິ​ມະ​ນຸດຢູ່​ໃນ​ເກືອບ
200 ປະ​ເທດ ແລະ​ດິນ​ແດນ​ຕ່າງໆ.

ກ່ຽວກັບປະເທດລາວນັ້ນ ລາຍງານດັ່ງກ່າວເວົ້າວ່າ ສາທາລະນະລັດປະຊາທິປະ ໄຕ ປະຊາຊົນລາວ ຖືກປົກຄອງໂດຍແຕ່ພຽງພັກດຽວ ຕາມລັດຖະທໍາມະນູນທີ່ ຖືກຕ້ອງ
ຕາມກົດໝາຍ ຊຶ່ງແມ່ນພັກປະຊາຊົນປະຕິວັດລາວ. ການເລືອກຕັ້ງສະ ພາແຫ່ງຊາດ
ເທື່ອຫລ້າສຸດ ທີ່ມີຂຶ້ນ​ໃນປີ 2016 ​ແມ່ນ​ບໍ່​ໄດ້​ດຳ​ເນີນ​ໄປ​ຢ່າງ​ເສ​ລີ ແລະເປັນທຳ. ພັກ
ປະຊາຊົນປະຕິວັດລາວ ໄດ້ເປັນຜູ້ຄັດເລືອກຜູ້ລົງສະໝັກທັງ ໝົດ ແລະການລົງກະ
ແນນສຽງ ແມ່ນບັງຄັບໃຫ້​ປະ​ຊາ​ຊົນທຸກຄົນຕ້ອງໄປປ່ອນ ບັດ.​ ລຸນຫລັງການເລືອກ
ຕັ້ງດັ່ງກ່າວ​ ສະພາແຫ່ງຊາດໄດ້ຮັບຮອງເຫັນດີ ໃຫ້ ທ່ານທອງລຸນ ສີສຸລິດ ເປັນນາຍົກ
ລັດຖະມົນຕີ.

ລາຍ​ງານ​ເວົ້າ​ວ່າ ພວກພົນລະເຮືອນຍັງເປັນ​ຜູ້ຄວບຄຸມກຳລັງຮັກສາຄວາມປອດ ໄພໄວ້ຢ່າງມີປະ​ສິດທິຜົນຢູ່.

ເລື້ອງສິດທິມະນຸດ ແມ່ນ​ຮວມ​ທັງ ການຈັບກຸມແບບພະລະການ ພວກນັກໂທດ ການ
ເມືອງ ການກວດກາຕ່າງໆ ການເຂົ້າແຊກແຊງພໍສົມຄວນ ໃນສິດທິກ່ຽວກັບການ​
ໂຮມຊຸມນຸມຢ່າງສັນຕິແລະເສລີພາບໃນການຄົບຄ້າສະມາຄົມ ການຈຳ ກັດຮັດແຄບ ໃນການປະກອບສ່ວນທາງການເມືອງ ການສໍ້ລາດບັງຫຼວງ ແລະ ການລັກລອບຄ້າ
ມະນຸດ.

ລັດຖະບານບໍ່ຟ້ອງແລະບໍ່ລົງໂທດພວກເຈົ້າໜ້າທີ່ ທີ່ປະຕິບັດຜິດໃນ​ດ້ານສິດທິ ມະນຸດ ແລະພວກຕຳຫຼວດແລະກຳລັງຮັກສາຄວາມປອດໄພທີ່ກະທຳຄວາມຜິດ ດ້ານສິດທິມະ
ນຸດແມ່ນຖືກຍົກໂທດ.

ສ່ວນ​ຢູ່ປະເທດເວເນຊູເອລາ ລາຍງານນີ້ໄດ້ເວົ້າເຖິງການສັງຫານນອກກົດໝາຍ ການ
ໜີບເຕັງ ທາງດ້ານການສະແດງ ຄວາມຮູ້ສຶກອອກມາ ແລະການຈຳກັດໃນ ການປະ
ກອບສ່ວນທາງການເມືອງ. ລາຍງານເວົ້າຕື່ມວ່າ ການປ່ອນບັດເອົາປະ ທານາທິບໍດີ
ໃນວັນທີ 20 ເດືອນພຶສພາ ປີ 2018 ທີ່ເລືອກເອົາທ່ານນິໂກລັສ ມາດູໂຣນັ້ນ ເຂົ້າ​ຮັບ
​ຕຳແໜ່ງ​ຕື່ມ​ອີກນັ້ນ ເປັນ “ການປອມແປງຢ່າງໃຫຍ່” ທັງ ມີການຂັດຄ້ານບໍ່ໄປລົງຄະ
ແນນສຽງນໍາໂດຍພວກຝ່າຍຄ້ານ ແລະຖືກປະນາມ ໂດຍປະຊາຄົມນາໆຊາດ.

ທີ່ອີຣ່ານ ລາຍງານດັ່ງກ່າວເວົ້າວ່າ “ປະຫວັດດ້ານສິດທິມະນຸດຂອງລັດຖະບານ ອີຣ່ານ
ຍັງຄົງຢູ່ໃນສະພາບທີ່ຂີ້ຮ້າຍທີ່ສຸດ ແລະຍິ່ງຂີ້ຮ້າຍລົງ ໃນບາງກໍລະນີທີ່ ສຳຄັນ”.

ກ່ຽວກັບປະເທດຈີນ ລາຍງານດ້ານສິດທິມະນຸດ ຂອງກະຊວງຕ່າງປະເທດເວົ້າ ວ່າ ລັດ
ຖະບານພວມເພີ້ມທະວີການຈັບກຸມຄຸມຂັງຢ່າງໃຫຍ່ ຕໍ່ພວກສະມາຊິກ ຂອງຊົນຊາດ
ກຸ່ມນ້ອຍ​ຊາວມຸສລິມ​ວີ​ເກີ້ ຢູ່ໃນເຂດປົກຄອງຕົນເອງຊິນ​ຈຽງ.

The U.S. State Department is painting a grim picture of violations and abuses in countries that already have dismal records in its "Country Reports on Human Rights Practices for 2018."

Secretary of State Mike Pompeo Wednesday highlighted abuses in Iran, South Sudan, Nicaragua and China in his remarks on the release of the report.

"I wish I could say that the record of every country evaluated in this year's report is spotless or even improved, but it's simply not the case," Pompeo said.

This year's report evaluates the practices of roughly 200 countries and territories.

On Laos, the report said The Lao People’s Democratic Republic is ruled by its only constitutionally legitimate party, the Lao People’s Revolutionary Party (LPRP). The most recent National Assembly election held in 2016 was not free and fair. The LPRP selected all candidates, and voting is mandatory for all citizens. Following the election the National Assembly approved Thongloun Sisoulith to be the new prime minister.

Civilian authorities maintained effective control over the security forces.

Human rights issues included arbitrary detention; political prisoners; censorship; substantial interference with the rights of peaceful assembly and freedom of association; restrictions on political participation; corruption; and trafficking in persons.

The government neither prosecuted nor punished officials who committed abuses, and police and security forces committed human rights abuses with impunity.

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 29 ມີນາ 2024

XS
SM
MD
LG