ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ສົ່ງຄືນ ຮູບປັ້ນ ທີ່ຖືກລັກໄປ ໃຫ້ແກ່ ກຳປູເຈຍ (ສະໄສດ໌)


ຮູບປັ້ນ​ທີ່​ສຳຄັນ 3 ຮູບ ທີ່ລັກ​ເອົາໄປ​ຈາກກຳປູ​ເຈຍ ​ໃນ​ຂະ
ນະ​ທີ່​ເກີດ​ສົງຄາມ​ກາງ​ເມືອງນັ້ນ ​ໄດ້​ຖືກ​ສົ່ງ​ກັບ​ຄືນ​ຢ່າງ​ເປັນ
​ທາງ​ການ ​ໃນພິທີທີ່ຈັດຂຶ້ນຢູ່ນະຄອນ​ພະນົມ​ເປັນ.

ຮູບ​ປັ້ນ​ທັງ​ສາມ ​ໄດ້​ຖືກ​ສົ່ງ​ຄືນ​ຈາກການ​ເກັບ​ສະ​ສົມ​ຢູ່ໃນສະ
ຫະລັດ. ຢູ່​ໃນ​ພິທີ​ທີ່ຈັດຂຶ້ນໃນວັນ​ອັງຄານ​ວານ​ນີ້ ​ລັດຖະມົນ
ຕີ Sok An ​ໄດ້ກ່າວ​ຂອບ​ໃຈ ບັນ ດາ​ເຈົ້າ​ໜ້າ​ທີ່ສະຫະລັດ ​
ທີ່ໄດ້ໃຫ້ການສະໜັບສະໜຸນ ໃນການຊ່ວຍໃຫ້ໄດ້ຮູບ ປັ້ນ
ເຫຼົ່ານີ້ກັບ​ຄື​ນມາ​.

ທ່ານ Sok An ກ່າວ​ວ່າ “​ໃນ​ການ​ເດີນທາງ​ເປັນ​ເວລາ 40
ປີ ທີ່ລອດ​ພົ້ນ​ຈາກ ​ສົງຄາມກາງ​ເມືອງ ຈາກການຂະໂມຍ ການລັກລອບນຳສົ່ງ ແລະ​ເດີນ​ທາງ​ອ້ອມໂລກ ຮູບ​ປັ້ນ​ທັງ​ສາມ​ ບັດ​ນີ້​ໄດ້​ຮັບ​ອິ​ດສະຫລະ​ພາບ​ຄື​ນໃໝ່ອີກ ​ແລະ​ກັບ​ຄືນ​ມາ​ບ້ານເດີມ.”

ຮູບ​ປັ້ນ​ທັງ​ສອງ ​ໄດ້​ຖືກສົ່ງກັບ​ຄືນ​ຈາກ​ ບໍລິສັດ​ປະມູນ​ໃນ ສະຫະລັດ ຫລັງ​ຈາກ​ໄດ້​ປະກາດ​
ຢູ່ນະຄອນ​ນິວຢອກ ​ໃນ​ເດືອນ​ແລ້ວ​ນີ້. ວັດ​ຖຸອັນ​ທີ​ສາມ​ໄດ້​ສົ່ງ​ຄືນ​ຈາກ ຫໍພິພິດ​ທະພັນ
ແຫ່ງນຶ່ງ ໃນ​ລັດ California ທາງພາກຕາເວັນຕົກຂອງ ສະຫະລັດ.

ບັນດາ​ຮູບ​ປັ້ນ​ມີ​ຊື່ວ່າ Duryodhana, Brima ​ແລະ Balaram ​ແມ່ນ​ຄິດ​ກັນ ວ່າ​ຖືກ​ລັກ​ໄປ ຈາກບໍລິ​ເວນວັດ Koh Ker ​ໃນ​ແຂວງ Siem Reap ​ໃນ​ຂະນະ​ທີ່​ມີ​ການເກີດຄວາມ
ວຸ້ນວາຍ ໃນຊຸມປີ 1970.

ທ່ານ Jeff Daigle ຮອງ​ເອກ​ອັກຄະ​ລັດຖະທູດ ປະຈຳສະຖານທູດ ສະຫະລັດ ກ່າວ​ວ່າ ສະຫະລັດ ​ໄດ້​ອຸ​ທິດການ​ເຮັດ​ວຽກ​ກັບ ກຳ​ປູ​ເຈຍ ມາເປັນເວລາດົນນານ ແລ້ວ ເພື່ອປົກ ປັກຮັກສາ​ ມູນເຊື້ອທາງປະຫວັດ​ສາດ ແລະວັດທະນະທຳ ທີ່ມີ ເອກກະລັດ ຂອງອານາ
ຈັກກຳປູເຈຍ ເອົາໄວ້.
XS
SM
MD
LG