ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດຖະແຫລງກ່ຽວກັບ ການສ້າງເຂື່ອນໄຊຍະບູລີ ຂອງລາວ


ຄົນລາວຄົນນຶ່ງຂີ່ລົດຖີບ ຜ່ານ​ສໍານັກງານກອງ​ເລຂາຄະນະກໍາທິການແມ່ນໍ້າຂອງສາກົນ ທີ່ນະຄອນຫລວງວຽງຈັນ ບ່ອນທີ່ມີການປະຊຸມກັນ ກ່ຽວກັບການສ້າງເຂື່ອນໄຊຍະບູລີ ​ເມື່ອວັນທີ 19 ເມສາ 2011
ຄົນລາວຄົນນຶ່ງຂີ່ລົດຖີບ ຜ່ານ​ສໍານັກງານກອງ​ເລຂາຄະນະກໍາທິການແມ່ນໍ້າຂອງສາກົນ ທີ່ນະຄອນຫລວງວຽງຈັນ ບ່ອນທີ່ມີການປະຊຸມກັນ ກ່ຽວກັບການສ້າງເຂື່ອນໄຊຍະບູລີ ​ເມື່ອວັນທີ 19 ເມສາ 2011

ໃນ​ວັນ​ອັງຄານ​ ທີ 26 ​ເມສາ ວານ​ນີ້ ຫ້ອງການ​ໂຄສົກ
ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ ​ໄດ້​ອອກ​ຄໍາ​ຖະ
ແຫລ​ງສະບັບ​ນຶ່ງ​ກ່ຽວກັບ​ຜົນ​ການ​ປະຊຸມ​ຂອງ​ຄະນະ​
ກໍາມາ​ທິການ​ແມ່​ນໍ້າຂອງສາກົນ ກ່ຽວ​ກັບ​ໂຄງການ​ສ້າງ
ເຂື່ອນ​ໄຊ​ຍະ​ບູລີ​ຂອງ​ລາວ ຊຶ່ງ​ມີ​ເນື້ອ​ໃນ​ວ່າ:

"ໃນ​ວັນ​ທີ 19 ​ເມສາ​ຜ່ານ​ມາ​ນີ້ ຄະນະ​ກໍາມະການ​ຮ່ວມ​
ຂອງ​ຄະນະ​ກໍາມາ​ທິການ​ແມ່​ນໍ້າຂອງ​ສາກົນ​ຫລື MRC ​ໄດ້​ພົບ​ປະກັນ​ເພື່ອ​ທໍາ​ການ​ໂອ້​ລົມ​ສົນທະນາ​ກ່ຽວກັບ​ເລື້ອງ​ໂຄງການ​ສ້າງ​ເຂື່ອນ​ໄຟຟ້າ​ພະລັງ​ນໍ້າ​ໄຊ​ຍະ​ບູລີ ອັນ​ເປັນ​ເຂື່ອນທໍາ​ອິດທີ່​ໄດ້​ສະ​ເໜີ​ສ້າງ​ຂຶ້ນ​ ໃນ​ເຂດ​ລຸ່ມ​ລໍາ​ແມ່ນໍ້າ ຂອງ. ພວກ​ເຮົາ​ເຂົ້າ​ໃຈ​ວ່າ ພວກ​ສະມາຊິກ​ຂອງ​ຄະນະ​ກໍາມາ​ທິການ​ແມ່​ນໍ້າຂອງ​ສາກົນ​ບໍ່​ໄດ້​ບັນລຸ​ຂໍ້​ຕົກລົງ​ຢ່າງ​ເປັນ​ເອກ​ກະສັນ​ກັນກ່ຽວ​ກັບ​ວ່າໂຄງການ​ນີ້​ຈະ​ດໍາ​ເນີນ​ຕໍ່​ໄປ​ຫລື​ບໍ? ​ແລະ​ຕົກລົງ​ກັນ​ວ່າ ການ​ຕັດສິນ​ໃຈ​ກ່ຽວ​ກັບ​ເລື້ອງ​ນີ້​ຈະ​ນໍາ​ໄປ​ພິຈາລະນາ​ກັນ​ໃນ​ລະດັບ​ລັດຖະມົນຕີ​ໃນ​ວັນ​ເວລາ​ຕໍ່​ໄປ.

ສະຫະລັດ​ຮັບ​ຮູ້​ບົດບາດ​ອັນ​ສໍາຄັນ​ທີ່​ພວກ​ເຂື່ອນ​ຕ່າງໆ​ສາມາດ​ທໍາ​ໄດ້​ ໃນການຈັດແຈງຊັບ
ພະຍາກອນນໍ້າ​ເພື່ອ​ການ​ເຕີບ​ໂຕ​ດ້ານ​ເສດຖະກິດ​ໃຫ້​ຄືບ​ໜ້າຕໍ່​ໄປ​ແລະ​ປົກ​ປ້ອງ​ບໍ່​ໃຫ້​ເກີດ​
ນໍ້າ​ຖ້ວມ​ແລະຄວາມ​ແຫ້ງ​ແລ້ງ​ນັ້ນ. ​ໃນ​ເວລາ​ດຽວ​ກັນ ປະສົບ​ການ​ຂອງ​ພວກ​ເຮົາ​ເອງ​ໄດ້
ເຮັດ​ໃຫ້​ພວກ​ເຮົາ​ມີ​ສະຕິ​ລະວັງ​ໂຕ​ຢ່າງ​ສູງ ຕໍ່​ຜົນກະທົບ​ທາງ​ດ້ານ​ເສດຖະກິດສັງຄົມ​ແລະ​
ສະພາບ​ແວດ​ລ້ອມ​ ທີ່​ໂຄງ​ລ່າງ​ພື້ນຖານ​ຂະໜາດໃຫຍ່ສາມາດ​ກໍ່​ຂຶ້ນໄດ້​ ໃນ​ໄລຍະຍາວ​ນັ້ນ.
ໃນ​ຫລາຍໆ​ປີ​ຕໍ່ໜ້າ​ ພວກ​ປະ​ເທດ​ໃນ​ເຂດ​ລຸ່ມ​ແມ່​ນໍ້າຂອງ​ຄາດ​ວ່າ​ ຈະ​ມີ​ການພັດທະນາ
ກວ້າງຂວາງ​ອອກ​ໄປ​ຕື່ມ ຊຶ່ງໄດ້ມີ​ການ​ສະ​ເໜີສ້າງ​ເຂື່ອນຂຶ້ນ​ອີກ 11 ​ແຫ່ງ​ ຕາມລໍາແມ່​
ນໍ້າຂອງ ​ແລະ 70 ແຫ່ງ​ຕາມ​ສາຂາ​ຂອງ​ແມ່​ນໍ້າຂອງ. ການ​ຕັດ​ສິນ​ໃຈ​ເຫລົ່າ​ນີ້ຄວນ​ຈະດໍາ
ເນີນ​ໄປ​ຢ່າງ​ຖີ່​ຖ້ວນ ແລະ​ຮອບ​ຄອບ​ໂດຍ​ທາງ​ວິທະຍາສາດ​ທີ່​ດີ​ທີ່​ສຸດ​ ແລະ​ການ​ປຶກສາຫາ
ລື​ກັນ​ກັບ​ພວກ​ທີ່ມີສ່ວນໄດ້ສ່ວນເສຍທຸກໆຝ່າຍ.

ສະຫະລັດ​ສະ​ແດງ​ຄວາມ​ຍິນ​ດີ​ນໍາ​ການ​ຮັບ​ຮູ້​ໂດ​ຍພວກ​ປະ​ເທດ​ໃນ​ແຄມ​ແມ່​ນໍ້າຂອງ​ທີ່ຈະ​ຕ້ອງການ​ພິຈາລະນາ​ຢ່າງ​ເຕັມ​ສ່ວນ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຂອງ​ຜົນ​ສະທ້ອນ​ທາງ​ດ້ານ​ເສດຖະກິດ ສິ່ງ​ແວດ​ລ້ອມ​ແລະ​ສັງຄົມ​ຂອງ​ການ​ພັດທະນາ​ໄຟຟ້າ​ພະລັງນໍ້າ​ແລະ​ຄວາມ​ພະຍາຍາມ​ຂອງ​ພວກ​ເຂົາ​ເຈົ້າ​ໂດຍ​ຜ່ານ​ການ​ດໍາ​ເນີນ​ຂັ້ນ​ຕອນ​ໃນ​ການ​ປຶກສາ​ຫາລື​ລ່ວງ​ໜ້າ​ຂອງ​ຄະນະ​ກໍາມາ​ທິການ​ແມ່​ນໍ້າຂອງ​ສາກົນ​ນີ້. ສະຫະລັດ​ໃຫ້ຄວາມສຳ ຄັນຕໍ່ການ​ເປັນ​ພາຄີ​ມາ​ຕັ້ງ​ແຕ່​ດົນ​ນານ​ຂອງ​ຕົນ​ກັບ​ຄະນະ​ກໍາມາ​ທິການ​ແມ່​ນໍ້ຂອງ​ສາກົນ​ແລະ​ກັບ​ພວກ​ປະ​ເທດ​ສະມາຊິກ​ຂອງ​ຄະນະກຳມາທິ ການດັ່ງກ່າວ. ພວກ​ເຮົາຂໍ​ສົ່ງ​ເສິມ​ພວກ​ປະ​ເທດ​ເຫລົ່າ​ນີ້​ໃຫ້​ສືບ​ຕໍ່​ດໍາ​ເນີນ​ງານ​ຮ່ວມ​ກັນ​ເພື່ອ​ລະນຶກເຖິງ​ວິ​ໄສ​ທັດ​ຮ່ວມ​ກັນ​ຂອງ​ພວກ​ປະ​ເທດ​ໃນ​ເຂດ​ລຸ່ມ​ແມ່​ນໍ້າຂອງ​ໃຫ້​ມັ່ງ​ຄັ່ງ​ສົມບູນ​ທາງ​ດ້ານ​ເສດຖະກິດ ຄວາມຍຸດຕິທຳທາງດ້ານ​ສັງຄົມແລະສິ່ງ​ແວດ​ ລ້ອມ​ທີ່​ດີ​ ສຳລັບເຂດອ່າງແມ່ນໍ້າຂອງນັ້ນ."

XS
SM
MD
LG