ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

MRC ໂຈະການຕັດສິນໃຈ ກຽວກັບການສ້າງເຂຶ່ອນ ໄຟຟ້າໄຊຍະບຸລີ ທລາວ


ປະຊາຊົນ ປະມານ 60 ລ້ານຄົນ ອາໃສກາງຕໍ່ແມ່ນໍ້າຂອງ ເປັນຫລັກໃນການດໍາລົງຊີວິດຂອງພວກເຂົາເຈົ້າ ໂດຍສະເພາະການຫາປາ ແລະການປູກເຂົ້າ.
ປະຊາຊົນ ປະມານ 60 ລ້ານຄົນ ອາໃສກາງຕໍ່ແມ່ນໍ້າຂອງ ເປັນຫລັກໃນການດໍາລົງຊີວິດຂອງພວກເຂົາເຈົ້າ ໂດຍສະເພາະການຫາປາ ແລະການປູກເຂົ້າ.

ພວກ​ປະ​ເທດ​ທີ່ຕັ້ງເລາະລຽບຕາມ​ລໍາ​ແມ່​ນໍ້າຂອງ​ ບໍ່​ເຫັນ​ພ້ອມ​ກັບ​ລາວທີ່​ສະເໜີ​ສ້າງ​ເຂຶ່ອນ​ໄຟຟ້າ​ພະລັງນໍ້າແຫ່ງ​ທໍາ​ອິດ​ ໃສ່​ຕອນ​ລຸ່ມ​ຂອງ​ແມ່​ນໍ້າຂອງ ​ທີ່​ລາວ​ເວົ້າວ່າ ​ເຂຶ່ອນດັ່ງ ກ່າວ​ຈະ​ບໍ່​ສ້າງ​ບັນຫາ​ຮ້າຍ​ແຮງ​ ​ໃນ​ຂະນະ​ທີ່​ພວກ​ປະ​ເທດ​ເພື່ອນ​ບ້ານ​ຂອງ​ລາວຕ້ອງ ການ​ຂໍ້​ມູນ​ເພີ່ມ​ຕື່ມ​ກ່ຽວ​ກັບ​ຜົນ​ກະທົບ​ຕ່າງໆ ທາງດ້ານ​ສະ​ພາບ​ແວດ​ລ້ອມ ​ແລະ​ການ​ເສດຖະກິດ​ນັ້ນ. Daniel Schearf ຜູ້ສື່ຂ່າວ VOA ສງລາຍງານກ່ຽວກັບເລື່ອງນີ້ ມາຈາກບາງກອກ ດັ່ງທອງ​ປານມີ​ລາຍລະອຽດມາສະ​ເໜີ​ທ່ານ ​ໃນ​ອັນ​ດັບ​ຕໍ່​ໄປ

ໃນວັນອັງຄານຜານມາ​ນີ້ ພວກ​ຜູ້​ຕາງ​ໜ້າ​ຈາກ​ລາວ ກໍາປູ
ເຈຍ ​ໄທ ​ແລະ​ຫວຽດນາມ​ໄດ້​ໂຈະ​ການ​ຕັດສິນ​ໃຈ​ ກ່ຽວ​ກັບ
ການອະນຸມັດ​ແຜນການ​ຂອງ​ລາວ ​ທີ່​ຈະສ້າງ​ເຂຶ່ອນ​ໄຟຟ້າ​
ພະລັງນໍ້າຫຼືໄຟຟ້ານໍ້າຕົກ ຢູ່​ຕອນ​ລຸ່ມ​ແມ່​ນໍ້າຂອງ.

ທີ່ກອງ​ປະຊຸມຂອງ​ຄະນະ​ກໍາມະການ​ແມ່​ນໍ້າຂອງ ຢູ່​ນະຄອນ
ຫລວງວຽງ​ຈັນ​ນັ້ນ ລາວ​ຢືນຢັດ​ວ່າການ​ສ້າງ​ເຂຶ່ອນຢູ່​ແຂວງ​
ໄຊຍະ​ບູລີ​ຈະດໍາ​ເນີນ​ຕໍ່ໄປ ​ໂດຍ​ກ່າວ​ວ່າ ຈະສາງໃຫໄດ ມາດຕະຖານ​ຂອງສາກົນ.

ຜູ້​ຕາງ​ໜ້າ​ຂອງ​ລາວ​ກ່າວ​ວ່າ ​ເຂຶ່ອນ​ໄຟຟ້າ​ນໍ້າຕົກ​ທີ່​ວ່າ​ນີ້​ເບິ່ງ​ຄື​ວ່າ​ຈະ​ບໍ່​ສ້າງ​ຜົນ​ກະທົບທາງ​ດ້ານ​ສະພາບ​ແວດ​ລ້ອມໃດໆ​ຕໍ່​ພວກ​ປະ​ເທດ​ເພື່ອນ​ບ້ານ.

ແຕ່​ແນວ​ໃດກໍ​ດີ ທ່ານ ​ເຕນາ​ວຸດ ປະທານຄະນະ​ກໍາມະ
ການຮ່ວມຂອງກຳມາທິການ​ແມ່​ນໍ້າຂອງຫລື MCR
ກ່າວ​ວ່າ ກໍາປູ​ເຈຍ ​ໄທ ​ແລະ​ຫວຽດນາມ ຍັງ​ມີ​ຂໍ້ຂ້ອງ​ໃຈ ​ກ່ຽວ​ກັບ​ເລຶ່ອງນີ້​ຢູ.

//ສຽງ// ທ່ານ ເຕນາວຸດ ກ່າວວ່າ “ສາມປະເທດກໍຄື ກໍາປູເຈຍ ໄທ ແລະຫວຽດ ນາມຕ້ອງການຂໍ້ມູນເພີ່ມຕື່ມ ຂະນະທີ່ລາວຕ້ອງການຢາກຈະໃຫ້ຂັ້ນຕອນການ ດໍາເນີນການ ສໍາເລັດລົງຫລັງຈາກໄລຍະຫົກເດືອນ.”

ກໍາປູເຈຍ ໄທ ແລະຫວຽດນາມ ຕ້ອງການໃຫ້ຊັ່ງຊາຕີລາຄາຢ່າງສົມບູນຄົບຖ້ວນກ່ຽວກັບ
ຜົນກະທົບຕ່າງໆທາງດ້ານສະພາບແວດລ້ອມຂ້າມເຂດແດນ.

ສີ່ປະເທດເຫັນພ້ອມນຳກັນ ທີ່ຈະຈັດກອງປະຊຸມລະດັບລັດຖະມົນຕີຂຶ້ນໃນທ້າຍປີນີ້ ເພື່ອ
ຫາຊ່ອງທາງຕົກລົງກັນ. ພາຍໃຕ້ຄະນະກໍາມະການ MRC ນັ້ນ ທັງສີ່ປະເທດເພື່ອນບ້ານ
ແມນປຶກສາຫາລືຊຶ່ງກັນແລະກັນ ກ່ຽວກັບໂຄງການຕ່າງໆຕາມລໍາແມ່ນໍ້າຂອງ ແຕ່ບໍ່ຈຳ ເປັນຕ້ອງຂໍອະນຸຍາດ ຈາກກັນແລະກັນ.

ຫວຽດນາມເປັນປະເທດທີ່ຕຳໜິຕິຕຽນໂຄງການດັ່ງກ່າວນີ້ແຮງກວ່າໝູ່ ແລະສະເໜີໃຫ້
ໂຈະແຜນການທັງໝົດທີ່ຈະສ້າງຢູ່ຕາມລໍາແມ່ນໍ້າຂອງນັ້ນໄວ້ຢ່າງໜ້ອຍເປັນເວລາສິບປີ.

ກໍາປູເຈຍ ແລະຫວຽດນາມ ແມ່ນມີຄວາມເປັນຫ່ວງຫລາຍກ່ຽວກັບເຂຶ່ອນໄຟຟ້ານໍ້າຕົກ
ຂອງລາວດັ່ງກ່າວ ຊຶ່ງເປັນນຶ່ງໃນ 11 ໂຄງການ ທີ່ອາດສົ່ງຜົນກະທົບຕໍ່ຈໍານວນປາແລະ
ການຜະລິດເຂົ້າ. ການສຶກສາບັ້ນນຶ່ງຂອງຄະນະກໍາມະການແມ່ນໍ້າຂອງໃຫ້ຜົນສະຫລູບ
ວ່າ ເຂຶ່ອນດັ່ງກ່າວຂອງລາວ ຈະສົ່ງຜົນກະທົບຕໍ່ການຍົກຍ້າຍຂຶ້ນລ່ອງໄປມາຂອງພວກ
ປາແລະອາດຈະເຮັດໃຫ້ສັດສາວາສງທັງຫລາຍ ທີ່ຢູ່ໃນສະພາບໃກ້ຈະສູນພັນ ເຊັ່ນປາບຶກ
ຊຶ່ງເປັນປາໃຫຍ່ທີ່ສຸດຂອງແມ່ນໍ້າຂອງນັ້ນ ສູນພັນໄປໄດ້.

ໄທໄດ້ສະແດງຄວາມເປັນຫ່ວງຫລາຍກ່ຽວກັບຄວາມຍືນຍົງຖາວອນຂອງໂຄງການດັ່ງກ່າວ
ທີ່ມີມູນຄ່າ 3500 ລ້ານໂດລານັ້ນ.

ເຂຶ່ອນໄຟຟ້ານໍ້າຕົກທີ່ລາວສະເໜີສ້າງນີ້ ຄາດວ່າຈະຜະລິດກະແສໄຟຟ້າໄດ້ 1,260 ເມກະ
ວັດ ຊຶ່ງ 95 ເປີເຊັນຂອງກະແສໄຟຟ້າທັງໝົດນັ້ນ ຈະສົ່ງຂາຍໃຫ້ໄທ.

ແຕ່ລາຍງານສະບັບນຶ່ງຂອງຄະນະກໍາມະການແມ່ນໍ້າຂອງເວົ້າວ່າ ເຂື່ອນດັ່ງກ່າວອາດສູນ
ເສຍສະມັດຖະພາບການຜະລິດ ສູງເຖິງ 60​ ເປີເຊັນໃນໄລຍະ 30 ປີ ເພາະວ່າຂີ້ຕົມແລະ
ສິ່ງເສດເຫລືອຕ່າງໆ ຈະກໍ່ຕົວຂຶ້ນຢູ່ໃຕ້ພື້ນທີ່ຂອງອ່າງເກັບນໍ້ານັ້ນ.

ມີປະຊາຊົນປະມານ 60 ລ້ານຄົນທີ່ກາງຕໍ່ອາໃສແມ່ນໍ້າຂອງ ສໍາລັບການດໍາລົງຊີວິດຂອງ ພວກເຂົາເຈົ້າ.

ລາວ ຊງເປັນປະເທດທຍາກຈົນປະເທດນຶ່ງ ທີ່ບໍ່ມີທາງອອກສູ່ທະເລແລະປົກຄອງໂດຍ
ພັກຄອມມີວນີສ ກ່າວວ່າ ເຂຶ່ອນດັ່ງກ່າວນີ້ ຖືວ່າຈໍາເປັນເພອສ້າງລາຍໄດ້ໃຫ້ແກ່ປະເທດ.

ບັນດາເຂື່ອນໄຟຟ້າພະລັງນໍ້າທີ່ສ້າງຢູ່ຕາມລຳແມ່ນໍ້າຂອງ ເທົ່າເຖິງປັດຈຸບັນນີ້ ມີແຕ່ຢູ່ໃນ ຕອນເທິງຂອງແມ່ນໍ້າຂອງໃນດິນແດນຂອງຈີນ ທີ່ເອີ້ນແມ່ນໍ້າຂອງວ່າແມ່ນໍ້າລ້ານຊ້າງນັ້ນ.

ຈີນໄດ້ສ້າງເຂຶ່ອນສີ່ເຂຶ່ອນໂດຍບໍ່ໄດ້ປຶກສາກັບພວກປະເທດເພື່ອນບ້ານ ແລະຍັງມີແຜນ
ການທີ່ຈະສ້າງ​ເພີ່ມ​ອີກສີ່ເຂຶ່ອນໃນໄລຍະສິບປີຕໍ່ໜ້ານີ້.

ສະພາບການບໍ່​ໄປ​ບໍ່​ມາ​ທວານ ໄດ້ມີຂຶ້ນລຸນຫຼັງທີ່ມີ​ລາຍ​ງານໃນ​ອາທິດ​ນີ້ວ່າ​ ລາວໄດ້ເລີ່​ມ ສ້າງ​ຖະໜົນ​ເມື່ອ​ປີຜ່ານມາ​ນີ້ ສໍາລັບ​ໂຄງການ​ເຂຶ່ອນ​ໄຟຟ້ານໍ້າຕົກ​ດງກາວ​.

ທ່ານ ເຕນາວຸດ ກ່າວວ່າ ຄະນະກໍາມະການແມ່ນໍ້າຂອງໄດຮອງຂໍເອົາຄວາມກະຈ່າງ​ແຈ້ງ ​ຈາກ​ຝາຍລາວແລວ ກຽວກັບເລອງນ.

XS
SM
MD
LG