ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບົດລາຍງານ ຂອງສະຫະລັດ ກ່າວວ່າ ອາກາດທີ່ອົບອຸ່ນຂຶ້ນ ໃນຂົງເຂດອາກຕິກ ເປັນໄພຂົ່ມຂູ່ຢູ່ໃນທົ່ວໂລກ ດ້ວຍລະດັບນໍ້າທະເລທີ່ເພີ້ມສູງຂຶ້ນ


ແຟ້ມ-ບັນດານັກວິທະຍາສາດ ພາກັນຂັບລົດຈັກຫິມະ ຜ່ານຂົງເຂດອາກຕິກ ໄປຍັງ ຄົງສ໌ຈອດ (Kongsfjord) ໃນລະຫວ່າງຕາເວັນຕົກດິນ ໃກ້ກັບ ນີ-ອາເລຊັນ (Ny-Alesund), ສວາລບາດ (Svalbard), ປະເທດນໍເວ, ວັນທີ 10 ເມສາ 2023.
ແຟ້ມ-ບັນດານັກວິທະຍາສາດ ພາກັນຂັບລົດຈັກຫິມະ ຜ່ານຂົງເຂດອາກຕິກ ໄປຍັງ ຄົງສ໌ຈອດ (Kongsfjord) ໃນລະຫວ່າງຕາເວັນຕົກດິນ ໃກ້ກັບ ນີ-ອາເລຊັນ (Ny-Alesund), ສວາລບາດ (Svalbard), ປະເທດນໍເວ, ວັນທີ 10 ເມສາ 2023.

ຂົງເຂດອາກ​ຕິກ​ໄດ້​ປະສົບ​ກັບ​ລະດູຮ້ອນ ທີ່ອົບ​ອຸ່ນ​ທີ່​ສຸດ​ ​ເປັນ​ປະ​ຫວັດ​ການ​ໃນ​ປີ​ນີ້, ​ເຊິ່ງໄດ້ເຮັດ​ໃຫ້​ເກີດ​ໄຟ​ໄໝ້​ປ່າ​ທີ່​ຜິດປົກກະຕິ ​ແລະ​ແຜ່ນ​ນ້ຳ​ກ້ອນ​ລະ​ລາຍ ​ໃນ​ຂະນະ​ທີ່​ໄພ​ຂົ່ມຂູ່ຢູ່ໃນທົ່ວ​ໂລກພົບກັບບັນຫາ ​ລວມມີ​ລະດັບ​ນ້ຳ​ທະ​ເລ​ທີ່​ສູງ​ຂຶ້ນ, ອີງຕາມລາຍງານຂອງສະຫະລັດ ທີ່ໄດ້ເປີດເຜີຍ ໃນວັນອັງຄານວານນີ້.

ອຸນຫະພູມຄວາມຮ້ອນໃນລະດູຮ້ອນຢູ່ບໍລິເວນອາກຕິກ ແມ່ນສູງທີ່ສຸດນັບຕັ້ງແຕ່ຢ່າງຫນ້ອຍຊຸມປີ 1900 ໃນຂະນະທີ່ຂົງເຂດອາກຕິກ ຍັງສືບ​ຕໍ່​ມີ​ຄວາມ​ອົບ​ອຸ່ນ​ຂຶ້ນໄວເປັນສອງເທົ່າຂອງໂລກ ເນື່ອງຈາກການປ່ຽນແປງທາງດິນຟ້າອາກາດທີ່ເກີດຈາກມະນຸດ, ອີງຕາມລາຍງານກ່ຽວກັບຂົງເຂດອາກຕິກ ຂອງອົງການ​ຄຸ້ມຄອງມະຫາສະຫມຸດ ແລະບັນຍາກາດແຫ່ງຊາດ ຫຼື NOAA ປະຈໍາປີ 2023.

ບົດ​ລາຍ​ງານ​ປະ​ຈໍາ​ປີ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຫດ​ການກ່ຽວກັບ​ສະພາບອາ​ກາດຮ້າຍ​ແຮງ​ທີ່ເກີດຂຶ້ນເລື້ອຍໆ​ ເຊິ່ງ​ມີ​ຜົນ​ກະ​ທົບ​ຢູ່ໃນ​ທົ່ວ​ໂລກ.

ອາກາດຮ້ອນພວມ​ປົກ​ຄຸມ​ບາງ​ເຂດໃນພາກເຫນືອຂອງການາດາ ແລະ ບັນດາໝູ່ເກາະອາກຕິກຂອງການາດາ ກໍມີເຫດການເກີດຂຶ້ນຄ້າຍຄືກັນເຊັ່ນປະລິມານ ນໍ້າຝົນທີ່ຕົກລົງມາຕໍ່າກວ່າປົກກະຕິຢູ່ບໍລິເວນພື້ນທີ່ເຫຼົ່ານັ້ນ, ອັນມີສ່ວນເຮັດໃຫ້ເກີດລະດູໄຟປ່າທີ່ຮ້າຍແຮງຢູ່ທີ່ນັ້ນ.

ເກາະກຣີນແລນ ສູນເສຍແຜ່ນນໍ້າກ້ອນ 350 ພັນຕື້ປອນ ຫຼື 158.7 ຕື້ໂຕນ ຈາກແຜ່ນນ້ຳກ້ອນຂອງເກາະ, ເຊິ່ງເຮັດໃຫ້ມີທ່າອ່ຽງໃນການສູນເສຍນ້ຳກ້ອນຕໍ່ເນື່ອງນັບຕັ້ງແຕ່ປີ 1998 ເປັນຕົ້ນມາ.

ອ່ານບົດລາຍງານນີ້ເປັນພາສາອັງກິດ

XS
SM
MD
LG