ໃນຂະນະທີ່ຄວາມຮຸນແຮງ ຍັງສືບຕໍ່ເປັນໄພຂົ່ມຂູ່ເພີ່ມຂຶ້ນຕໍ່ສິດເສລີພາບທາງສາສະໜາ, ບົດລາຍງານວ່າດ້ວຍເສລີພາບທາງດ້ານສາສະໜາສາກົນປີ 2015 ຂອງກະຊວງການ ຕ່າງປະເທດ ໄດ້ຊີ້ໃຫ້ເຫັນເຖິງກົດໝາຍ ກ່ຽວກັບ ການໝິ່ນປະໝາດ ແລະ ການປະສາ ສະໜາ ແມ່ນຄວາມກັງວົນອັນໃຫຍ່ຫລວງໃນທົ່ວໂລກ. ນັກຂ່າວວີໂອເອປະຈຳກະຊວງ ການຕ່າງປະເທດ Nike Ching ມີລາຍງານກ່ຽວກັບເລື່ອງນີ້, ເຊິ່ງ ພຸດທະສອນ ຈະນຳ ລາຍລະອຽດມາສະເໜີທ່ານ.
ຈາກ ເອເຊຍໃຕ້ ຫາ ພາກຕາເວັນອອກກາງ ໄປເຖິງ ອາຟຣິກາໄດ້ມີການກໍ່ການຮ້າຍຕໍ່ ພົນລະເຮືອນໂດຍໃຊ້ສາສະໜາເປັນຂໍ້ອ້າງ. ກຸ່ມທີ່ບໍ່ຂຶ້ນກັບລັດຖະບານເຊັ່ນ ພວກລັດອິສ ລາມ ແລະ ໂບໂກ ຮາຣາມ ໄດ້ຂ້າທຸກໆຄົນ ທີ່ມີຄວາມເຊື່ອຖືແຕກຕ່າງໄປຈາກການຕີ ຄວາມໝາຍ ແບບຫົວຮຸນແຮງຈັດຂອງສາສະໜາອິສລາມ ຫຼື ຕໍ່ຕ້ານແນວຄິດຂອງພວກ ເຂົາ.
ແຕ່ບົດລາຍງານຂອງກະຊວງການຕ່າງປະເທດຍັງຊີ້ໃຫ້ເຫັນເຖິງ ວິທີໃຊ້ກົດໝາຍໝິ່ນ ປະໝາດສາສະໜາ ຢູ່ໃນບາງປະເທດນັ້ນ ແມ່ນເພື່ອໃຫ້ການສະໜັບສະໜຸນຕໍ່ການໃຊ້ ຄວາມຮຸນແຮງ.
ທ່ານ David Saperstein ທູດພິເສດຮັບຜິດຊອບກ່ຽວກັບເສລີພາບດ້ານສາສະໜາສາ ກົນ ກ່າວວ່າ “ໜຶ່ງສ່ວນສີ່ຂອງທຸກໆປະເທດໃນໂລກມີບາງຮູບແບບ ກ່ຽວກັບ ກົດໝາຍ ຕໍ່ຕ້ານການໝິ່ນປະໝາດ, ປະຊາຊົນ 1 ໃນ 10 ຄົນໃດ ໄດ້ຖືກລົງໂທດຍ້ອນປະສາສະ ໜາ. ດັ່ງນັ້ນ ນີ້ແມ່ນບັນຫາທີ່ຮ້າຍແຮງ ເພາະວ່າຫຼາຍຄັ້ງ ແມ່ນມີໂທດປະຫານຊີວິດ ຕິດມາ ຫຼື ການລົງໂທດ ທີ່ມີຄວາມຮ້າຍແຮງຫຼາຍ. ແລະ ພວກເຮົາເຫັນເລື່ອງດັ່ງກ່າວນີ້ຢູ່ໃນຫຼາຍປະເທດທົ່ວໂລກ.”
ແຕ່ວ່າໄດ້ມີການເຄື່ອນໄປໃນແງ່ບວກຢູ່ໃນບົດລາຍງານປະຈຳປີນີ້ ເຊິ່ງກ່າວວ່າ ບັນດາ ເຈົ້າໜ້າທີ່ໃນ ຫວຽດນາມ ແມ່ນກຳລັງຄ່ອຍໆຂະຫຍາຍ ສິດເສລີພາບທາງສາສະໜາ, ທັງໆທີ່ມີສິ່ງທ້າທາຍຕ່າງໆກຳລັງດຳເນີນຢູ່. ໃນຕົ້ນປີນີ້, ວໍຊິງຕັນ ໄດ້ຍົກເລີກການຫ້າມ ຂາຍອາວຸດທີ່ມີມາຫຼາຍທົດສະວັດ ໃຫ້ກັບປະເທດຫວຽດນາມ.
ທ່ານ Antony Blinken ຮອງລັດຖະມົນຕີການຕ່າງປະເທດ ກ່າວວ່າ “ລັດຖະບານໄດ້ ທຳຄວາມພະຍາຍາມບາງຢ່າງ ເພື່ອສະໜອງຄວາມໂປ່ງໄສ ກ່ຽວກັບ ການຮ່າງຂະ ບວນການກົດໝາຍສາສະໜາ, ມັນໄດ້ເຮັດໃຫ້ການຮຽກຮ້ອງເພື່ອລົງທະບຽນ ແລະ ການອະນຸມັດ ໃນຮ່າງກົດໝາຍເອງ ມີການຜ່ອນຄາຍຂຶ້ນ. ຂ້າພະເຈົ້າຢາກສະໜັບສະ ໜູນໃຫ້ບັນດາຄູ່ຮ່ວມຂອງພວກເຮົາໃນ ຫວຽດນາມສືບຕໍ່ເຄື່ອນໄຫວໄປໃນທິດທາງທີ່ ຈະຊ່ວຍບັນເທົາຂໍ້ຈຳກັດ ໃນບັນດາຊຸມຊົນສາສະໜາຂອງພວກເຂົາເຈົ້າ.”
ແຕ່ນັກເຄື່ອນໄຫວສິດທິມະນຸດຄົນໜຶ່ງ ໄດ້ກ່າວຜ່ານທາງ Skype ວ່າລາວຍັງຄົງມີຄວາມ ເປັນຫ່ວງຢູ່.
ທ່ານ John Sifton ຈາກກຸ່ມປົກປ້ອງສິດທິມະນຸດ Human Rights Watch ກ່າວວ່າ “ແທ້ຈິງແລ້ວ, ໃນຈຸດນີ້ ມັນເປັນທີ່ຊັດເຈນວ່າ ການບໍ່ສາມາດຈັດເອົາຫວຽດນາມເປັນ ປະເທດທີ່ມີຄວາມໜ້າເປັນຫ່ວງພິເສດນັ້ນ ແມ່ນການຕັດສິນໃຈທາງດ້ານການເມືອງ, ບໍ່ແມ່ນເລື່ອງກ່ຽວກັບຄວາມດີຂອງພວກເຂົາເຈົ້າ, ແຕ່ແມ່ນສິ່ງທີ່ຄວນຈະເປັນການ ຊ່ວຍ ເຫຼືອໃນການໄກ່ເກ່ຍດ້ານການທູດ.”
ດ້ວຍການມອບໝາຍຈາກທາງລັດຖະສະພາ ກະຊວງການຕ່າງປະເທດໄດ້ພິມເຜີຍແຜ່ ບົດລາຍງານປະຈຳປີ ເພື່ອອະທິບາຍເຖິງການກະທຳຕ່າງໆທີ່ລ່ວງລະເມີດຄວາມເຊື່ອ ທາງດ້ານສາສະໜາ. ນອກນັ້ນຍັງໄດ້ສົ່ງຜົນສະທ້ອນຕໍ່ຄຳໝັ້ນສັນຍາຂອງ ວໍຊິງຕັນ ເພື່ອ ສ້າງຄວາມກ້າວໜ້າໃຫ້ແກ່ສິດເສລີພາບດ້ານສາສະໜາ.
ຊົມລາຍງານນີ້ຕື່ມໃນໜ້າພາສາອັງກິດ