ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ​ໄດ້​​ຈັດໃຫ້​ພວກກະບົດຮູຕີ ເປັນກຸ່ມກໍ່ການຮ້າຍ ຄືນ​ອີກ


ລາຍງານ: ກຸ່ມກໍ່ການຮ້າຍຮູຕີ.

ກອງທັບສະຫະລັດ ໄດ້ທຳການໂຈມຕີທີ່ຕັ້ງ​ຖານຍິງສູກສອນໄຟ ຢູ່ໃນ​ເຂດທີ່ຄວບຄຸມໂດຍກຸ່ມກະບົດຮູຕີຂອງເຢເມນອີກຄັ້ງ ລຸນຫຼັງການໂຈມຕີຂອງ ພວກະບົດດັ່ງກ່າວ ໃນຕອນແລງ ຂອງມື້ວັນພຸດແລ້ວນີ້ ທີ່ໄດ້ສ້າງຄວາມເສຍຫາຍໃຫ້ແກ່ກຳປັ່ນສິນຄ້າຂອງສະຫະລັດທີ່ແລ່ນຢູ່ໃນອ່າວເອເດັນ. ການ​ໂຈມ​ຕີ​ດັ່ງກ່າວ ​ມີ​ຂຶ້ນ​ໃນ​ຂະນະ​ທີ່​ສະຫະລັດ ​ໄດ້​ຈັດ​ໃຫ້​ພວກ​ກະບົດຮູຕີ​ຂອງ​ເຢ​ເມນທີ່ໜຸນຫຼັງໂດຍອີຣ່ານນັ້ນ ​ເຂົ້າ​ໄປ​ເປັນ​ ອົງການ​ກໍ່​ການ​ຮ້າຍລະດັບ​ໂລກ ​ຄືນ​ໃໝ່ ຫລັງ​ຈາກ​ການ​ໂຈມ​ຕີ​ດ້ວຍ​ລູກ​ສອນ​ໄຟແລະ​ເຮືອບິນ​ບໍ່​ມີ​ຄົນ​ຂັບ​ໃນຊ່ວງຫລາຍ​ອາທິດຜ່ານມາ ​ຕໍ່​ການ​ຂົນ​ສົ່ງ​ຂອງສາກົນ​ຢູ່ຂົງເຂດ​ທະ​ເລ​ແດງ ​ແລະບໍລິເວນ​ອ່າວເອເດັນ. ​ແຕ່​ໃນ​ຂະ​ນະດຽວກັນ​ທີ່​ນັກ​ຂ່າວ​ VOA ປະຈໍາທໍານຽບ 5 ແຈ ຄາລາ ບາບ (Carla Babb) ​ລາຍ​ງານ​ວ່າ ພວກ​ນັກ​ວິຈານ​ຍັງ​ມີ​ຄວາມ​ເປັນ​ຫ່ວງ​ກ່ຽວ​ກັບ​ການ​ຮຸກ​ຮານ​ຂອງ​ອີ​ຣ່ານ​ທີ່​ເພີ້ມ​ຂຶ້ນ​ຢູ່​ໃນ​ພາກ​ພື້ນແຫ່ງນັ້ນ, ເຊິ່ງ ທິບສຸດາ ມີລາຍລະອຽດມາສະເໜີທ່ານ.

ໃນ​ວັນ​ພຸດ​ແລ້ວ​ນີ້, ສະຫະລັດ ​ໄດ້​ຮ້ອງ​ພວກ​ຫົວ​ຮຸນ​ແຮງຮູຕີວ່າ​ເປັນ​ກຸ່ມ​ກໍ່​ການ​ຮ້າຍ ລຸນຫລັງ​ມີ​ການ​ໂຈມ​ຕີ​ປະມານ 30 ​ຄັ້ງ​ໃສ່​ເສັ້ນທາງ​ຂົນ​ສົ່ງ​ສິນຄ້າ​ສາກົນ ນັບ​ຕັ້ງ​ແຕ່​ກາງ​ເດືອນ​ພະຈິກເປັນຕົ້ນມາ.

ຜູ້ອໍານວຍການດ້ານການສື່ສານຍຸດທະສາດ ຂອງສະພາຄວາມຫມັ້ນຄົງແຫ່ງຊາດ ທ່ານຈອນ ເຄີບີ ກ່າວວ່າ:

"ຖ້າກຸ່ມກໍ່ການຮ້າຍຫາກຍຸຕິການໂຈມຕີ, ພວກເຮົາສາມາດພິຈາລະນາການຕັດສິນໃຈຄືນໃໝ່ໄດ້."

ຖ້າບໍ່ດັ່ງ​ນັ້ນ​, ສະຫະລັດ ​ແລະ ອັງກິດ ອາດ​ຈະ​ດໍາເນີນການການ​ໂຈມ​ຕີ ​ຕໍ່ທີ່​ຕັ້ງ​ຂອງ​ເຣ​ດ້າ, ສະຖານ​ທີ່​ຍິງ​ ​ແລະ ສະຖານ​ທີ່​ປ່ອຍເຮືອບິນບໍ່ມີຄົນຂັບ ແລະ ຍິງລູກ​ສອນ​ໄຟ ​ຂອງພວກກໍ່ການຮ້າຍຮູຕີ ຢູ່ໃນເຢເມນ ຕື່ມອີກ.

ພົນ​ຕີ ແພັດ ຣາຍເດີ້ (Pat Ryder), ຫົວໜ້າອົງການຂ່າວປະຈໍາ​ທຳ​ນຽບຫ້າ​ແຈກ່າວວ່າ:

"ພວກກໍ່ການຮ້າຍຮູຕີ ຕ້ອງຖາມຕົນເອງວ່າ ພວກເຂົາຕ້ອງການໃຫ້ຄວາມອາດສາມາດຂອງພວກເຂົາຊຸດໂຊມລົງ ແລະຖືກລົບກວນຍ້ອນການໂຈມຕີແບບຊະ ຊາຍ ແລະເປັນອັນຕະລາຍ ທີ່ຜິດກົດຫມາຍເຫຼົ່ານີ້ຫຼາຍປານໃດ?"

ທ່ານເບນາມ ເບັນ ຕາເລບລູ (Behnam Ben Taleblu), ຈາກມູນ​ນິທິ​ປ້ອງ​ກັນ​ປະຊາທິປະໄຕ ຫຼື FDD ກ່າວວ່າ:

ມັນ​ແກ່​ຍາວເວລາມາຫຼາຍ​ເປັນ​ພິ​ເສດ. ແລະ​ມັນ​ກໍຍັງ​ບໍ່​ທັນ​ສໍາເລັດການຟື້ນຟູເທື່ອ.”

ຄືກັບ ທ່ານເບນາມ ເບັນ ຕາເລບລູ ຂອງ FDD, ບັນດານັກວິຈານ ກ່າວວ່າ ຕ້ອງໄດ້ປະຕິບັດການຕໍ່ພວກກໍ່ການຮ້າຍຮູຕີຫຼາຍກວ່ານີ້ ຜູ້ທີ່ຮັບ​ໜ້າ​ທີ່ເປັນຕົວແທນໃຫ້ແກ່ຜູ້ສະຫນອງອຸບ​ປະ​ກອນ​ທາງທະຫານຕ່າງໆໃຫ້ແກ່ພວກເຂົາ ນັ້ນ
ກໍ​ຄື ອີຣ່ານ.

ທ່ານເບນາມ ເບັນ ຕາເລບລູ ຈາກມູນນິທິປ້ອງກັນປະຊາທິປະໄຕ ກ່າວວ່າ:

"ນີ້ແມ່ນໂຄງການອານານິຄົມໃໝ່ ທີ່ສາທາລະນະລັດອິດສລາມມີສ່ວນຮ່ວມໃນການສ້າງໂຕແທນທັງຫຼາຍ ແລະເຈາະ​ຮູ​ເຂົ້າ​ສູ່​ດິນ​ແດນ​ອາ​ຣັບ ໃນພາກຕາເວັນອອກກາງ ເພື່ອເຮັດໃຫ້ພວກເຂົາສາມາດຕໍ່ສູ້ໃນອຸດົມການ​ທີ່​ເປັນ​ສັດ​ຕູ​ໃນ​ດ້ານ​ແນວ​ຄິດຂອງສາທາລະນະລັດອິສລາມ, ເຊິ່ງກໍ​ຄື ລັດ​ຂອງ​ຊາວຢິວໃນ​ພ​າກຕາ ເວັນອອກກາງ.”

ການສະໜອງ​ອາວຸດ​ທີ່​ຜິດ​ກົດໝາຍຂອງອີຣ່ານ​ໃຫ້​ແກ່​ພວກຫົວຮຸນແຮງ​ທີ່ເປັນໂຕແທນ ​ຢູ່​ໃນພາກ​ຕາ​ເວັນ​ອອກ​ກາງ​ເຊັ່ນ ໃນກາຊາ, ​ເລ​ບາ​ນອນ, ຊີເຣຍ, ອີຣັກ ​ແລະ ເຢເມນ.

ໃນເດືອນນີ້, ກອງກໍາລັງຂອງສະຫະລັດ ໄດ້​ຂຶ້ນ​ໄປ​ກວດເຮືອນ້ອຍລຳນຶ່ງຢູ່ນອກຝັ່ງທະເລຂອງໂຊມາເລຍ ແລະຍຶດໄດ້ ອາວຸດຍຸດໂທປະກອນ ທີ່ທັນສະໄໝຈຳ ນວນນຶ່ງ ທີ່ສົ່ງ​ໄປ​ໃຫ້ເຢເມນ ເຊິ່ງຜະລິດໂດຍອີຣ່ານ.

ອີຣ່ານ ປະຕິເສດການສະໜອງລູກສອນໄຟ ໃຫ້ແກ່ພວກກໍ່ການຮ້າຍຮູຕີ, ເຖິງແມ່ນວ່າຈະມີຫຼັກຖານໃຫ້ເຫັນຊ້ຳແລ້ວຊ້ຳອີກວ່າ ກົງກັນຂ້າມກັບຄໍາຢືນຢັນຂອງພວກເຂົາກໍຕາມ.

ທ່ານເບນາມ ເບັນ ຕາເລບລູ, ຈາກມູນ​ນິທິ​ປ້ອງ​ກັນປະຊາທິປະ​ໄຕກ່າວອີກຄັ້ງນຶ່ງວ່າ:

"ອີຣ່ານມີຍຸດທະສາດໂຕ​ແທນ, ເຊິ່ງແນ​ໃສ່​ເພື່ອເຮັດໃຫ້​ມີໄລຍະຫ່າງລະຫວ່າງພວກເຂົາ ແລະການຂົ່ມຂູ່, ແລະສ້າງການປະຕິເສດຂຶ້ນມາ. ​ແຕ່​ດ້ວຍ​ການຄົ້ນພົບລູກສອນໄຟທີ່ມີພະລັງອັນໃໝ່ນີ້, ແທ້ຈິງແລ້ວ ລັດຖະບານຜະເດັດການ ​ແມ່ນ​ມີລັກສະນະພໍໃຈ​ສົມຄວນ ​ໃນ​ການ​ສະ​ແດງ​ອອກຕໍ່ສິ່ງນີ້ດ້ວຍຕົນ​ເອງ.”

ເຕຫະຣ່ານ​, ໄດ້​ທຳ​ການ​ໂຈມ​ຕີ​ດ້ວຍ​ລູກ​ສອນ​ໄຟ​ທີ່​ຮ້າຍ​ແຮງ​ຢູ່​ໃນ​ອີຣັກ ​ແລະ​ປາ​ກິ​ສຖານ​ໃນ​ອາທິດ​ນີ້, ເຊິ່ງໄດ້​ເຮັດ​ໃຫ້​ປະ​ເທດ​ເພື່ອນ​ບ້ານຫຼາຍປະເທດມີຄວາມ​ບໍ່ພໍໃຈຮຸນແຮງ. ອິສລາມາບັດຮ້ອງຄືນເອກອັກຄະລັດຖະທູດປະຈໍອີຣ່ານຂອງຕົນ, ໃນຂະນະທີ່ຊາວອີຣັກຢູ່ໃນຊາວເຄີດ ທາງພາກເໜືອຂອງປະ​ເທດ ໄດ້​ພາ​ກັນປະທ້ວງຂະຫນາດໃຫຍ່.

The U.S. military carried out another attack against missile launch sites inside Houthi-controlled areas of Yemen after a Houthi attack late Wednesday that damaged a U.S.-owned commercial ship sailing in the Gulf of Aden. The attacks came as the United States redesignated Yemen’s Iranian-backed Houthi rebels as a global terrorist organization following weeks of missile and drone attacks on international shipping in the Red Sea and the Gulf. But as VOA Pentagon correspondent Carla Babb reports, critics remain concerned about Iran’s increasing aggression in the region.

The U.S. on Wednesday called Houthi militants a terror group, after about 30 attacks on international shipping lanes since mid-November.

National Security Council director of strategic communications John Kirby.

“If the Houthis cease attacks, we can reconsider the decision.”

If not, the United States and Britain could launch more attacks against Houthi radar sites, launch sites and drone and missile facilities inside Yemen.

Pentagon Press Secretary Major General Pat Ryder.

“The Houthis need to ask themselves how much of their capability do they want degraded and disrupted in light of these illegal reckless and dangerous attacks.”

Foundation for Defense of Democracies’ Benham Ben Taleblu.

“It is exceptionally long overdue. And it's still not even a complete restoration.”

Critics of the administration, like FDD’s Behnam Ben Taleblu, say more needs to be done against the Houthis, who serve as proxies for their military supplier, Iran.

Behnam Ben Taleblu, Foundation for Defense of Democracies, Skype.

“This is a neo-colonial project the Islamic Republic is engaging in to establish proxies and poke holes across the Arab heartland of the Middle East, to be able to have them fight the ideal ideological adversary of the Islamic Republic, which is the Jewish state in the Middle East.”

Iran supplies illicit weapons to violent proxies across the Middle East: in Gaza, Lebanon Syria, Iraq and Yemen.

This month, U.S. forces boarded this small boat off the coast of Somalia and confiscated several advanced conventional weapons bound for Yemen and made by Iran.

Iran denies supplying the Houthis with missiles, despite repeated evidence to the contrary.

Again, Foundation for Defense of Democracies Taleblu.

“Iran has this proxy strategy // which aims to put distance between it and threats, and to create deniability. But with this newfound missile power, the regime is actually quite content in showcasing this itself.”

Tehran carried out deadly missile strikes inside Iraq and Pakistan this week, angering its neighbors. Islamabad recalled its Iranian ambassador, as Iraqis in the northern Kurdish region launched massive protests.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG