ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສະ​ຫະ​ລັດ ຕຳ​ໜິ ​ພັນ​ທະ​ມິດ ​ຢູ​ໂຣບ ກ່ຽວ​ກັບ ​ຂໍ້​ຕົກ​ລົງ​ນິວ​ເຄລຍ ກັບ ອີ​ຣ່ານ


ຮອງປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ໄມ​ຄ໌ ເພັນສ໌ ໃນ​ກອງ​ປະ​ຊຸມ​ທີ່​ວໍຊໍ, ໂປ​ແລນ, 14 ກຸມ​ພາ 2019.
ຮອງປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ໄມ​ຄ໌ ເພັນສ໌ ໃນ​ກອງ​ປະ​ຊຸມ​ທີ່​ວໍຊໍ, ໂປ​ແລນ, 14 ກຸມ​ພາ 2019.

ສະ​ຫະ​ລັດໄດ້​ຮຽກ​ຮ້ອງໃຫ້​ຢູ​ໂຣບປະ​ຖິ້ມຂໍ້​ຕົກ​ລົງ​ອາ​ວຸດ​ນິວ​ເຄລຍປີ 2015 ​ກັບ​ອີ​ຣ່ານ
ຊຶ່ງວໍ​ຊີງ​ຕັນ​ໄດ້​ຖອນໂຕອອກ ໃນ​ປີກາຍ​ນີ້. ທີ​ກອງ​ປະ​ຊຸມ​ໃນ​ນະຄອນ ວໍຊໍ ທີ່ໄດ້​ມີ​ຫຼາຍ
ກວ່າ 60 ປະ​ເທດ​ເຂົ້າ​ຮ່ວມ​ນັ້ນ ຮອງປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ໄມ​ຄ໌ ເພັນ​ສ
ໄດ້​ກ່າວ​ຫາ​ວ່າພັນ​ທະ​ມິດ​ຢູ​ໂຣບ ​ພະ​ຍາ​ຍາມ​ມ້າງເພ​ການລົງ​ໂທດ​ຂອງ​ອາ​ເມ​ຣິ​ກາ ​
ຕ້ານໃນ​ອັນ​ທີ່ ທ່ານ​ເອີ້ນ​ວ່າລັດທິປະຕິວັດ​ແບບ​ສັງ​ຫານຂອງ​ອີ​ຣ່ານ. ຫຼ​າຍໆ​ປະ​ເທດ
ໃນອີຢູ ໄດ້​ປະ​ຕິ​ເສດ ທີ່​ຈະ​ເຂົ້າ​ຮ່ວມກອງ​ປະ​ຊຸມດັ່ງກ່າວ ຊຶ່ງ ແຮນ​ຣີ ຣິ​ຈ​ແວ​ລ ມີ​ລາຍ
​ລະ​ອຽດ​ກ່ຽວ​ກັບ​ເລື້ອງ​ນີ້ ດັ່ງວັນ​ນະ​ສອນ ​ຈະນຳ​ມາ​ສະ​ເໜີ​ທ່ານ​ ໃນ​ອັນ​ດັບ​ຕໍ່​ໄປ.

ກອງ​ປະ​ຊຸມ​ດັ່ງ​ກ່າວ ຮຽກ​ຮ້ອງ​ໃຫ້​ເວົ້າ​ເຖິງ​ຄວາມຂັດແຍ້ງກັນ​ທີ່​ຍືດເຍື້ອ​ຍາວ​ນານມາ
ໃນ​ພາກ​ຕາ​ເວັນ​ອອກ​ກາງ, ແຕ່​ຈຸດສຸມທີ່ສຳຄັນເລີຍກາຍເປັນເລື້ອງກ່ຽວກັບ​ອີ​ຣ່ານ.

ທ່ານ​ໄມ​ຄ໌ ພອມ​ພຽ​ວ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ກ່າວ​ວ່າ “ບໍ່​ມີ​ປະ​ເທດ​ໃດ ເວົ້າ​
ອອກ​ມາ ແລະ​ປະ​ຕິ​ເສດ ​ພື້ນ​ຖານຄວາມຈິງໃດໆທີ່​ພວກ​ເຮົາ ໄດ້​ວາງອອກກ່ຽວ​ກັບ
​ອີຣ່ານ ໄພ​ຂົ່ມ​ຂູ່​ຕ່າງໆທີ່​ປະ​ເທດ​ດັ່ງ​ກ່າວ​ໄດ້​ເຮັດຂຶ້ນ, ທຳ​ມະ​ຊາດ​ຂອງ​ລະ​ບອບ
ດັ່ງກ່າວ. ​ມັນ​ແມ່ນເຫັນ​ພ້ອມ​ກັນ.”

ຄວາມເຫັນ​ພ້ອມນຳ​ກັນ​ນັ້ນ ບາງ​ທີ​ອາດຈະແມ່ນໃນ​ບັນ​ດາ​ປະ​ເທດ​ທັງ​ຫຼາຍ​ທີ່​ເຂົ້າ​ຮ່ວມ
ກອງ​ປະ​ຊຸມນີ້. ແຕ່​ວ່າ ບາງ​ປະ​ເທດ​ພັນ​ທະ​ມິດ​ຂອງ​ສະ​ຫະ​ລັດຊຶ່ງພໍສັງເກດເຫັນໄດ້
ຍ້ອນການ​ບໍ່​ມາປາ​ກົດ​ຕົວ​ຂອງ​ພວກ​ເຂົາ​ເຈົ້າໃນກອງປະຊຸມນີ້ ຊຶ່ງ​ຮວມ​ທັງ ລັດ​ຖະ​ມົນ​ຕີ​
ການ​ຕ່າງ​ປະ​ເທດຂອງ​ຝ​ຣັ່ງ ແລະ​ເຢຍ​ຣະ​ມັ​ນ. ຕົວ​ແທນ​ຂອງ​ປະ​ທດອັງ​ກິດ ໄດ້​ອອກ​ຈາກ
ກອງ​ປະ​ຊຸມ​ສຸດຍອດ​ກ່ອນກຳນົດ.

ສາມ​ປະ​ເທດ​ພັນ​ທະ​ມິດ ໄດ້​ອອກຄວາມ​ເຫັນ​ຢ່າງແຂງຂັນ ເພື່ອສົ່ງ​ເສີມ ຂໍ້​ຕົກ​ລົງນິວ​ເຄີຍ
ອີ​ຣ່ານ ປີ 2015 ເຖິງ​ແມ່ນ​ວ່າວໍ​ຊີງ​ຕັນ ຈະໄດ້​ຖອນ​ຕົວ​ອອກ​ໄປ​ ກໍ​ຕາມ. ຮອງປະ​ທາ​ນາ
​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ໄມ​ຄ໌ ເພັນສໄດ້​ຮຽກ​ຮ້ອງ​ໃຫ້​ ​ປ່ຽນເລື້ອງ​. ​

ຮອງປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ໄມ​ຄ໌ ເພັນສ ກ່າວ​ວ່າ “ມັນ​ເຖິງ​ເວ​ລາແລ້ວ​ທີ່ບັນ​ດາ​
ປະ​ເທດ​ຢູ​ໂຣບພວກ​ເຮົາ ຈະ​ຖອນ​ອອກ​ຈາກຂໍ້ຕົກລົງ​ນິວ​ເຄລຍ​ ​ອີ​ຣ່ານ ແລະ​ເຂົ້າຮ່ວມ
ກັບ​ພວກ​ເຮົາ ໃນ​ຂະ​ນະ​ທີ່​ພວກ​ເຮົານຳ​ພາ​ເອົາ​ການ​ເສດ​ຖະ​ກິດ ແລະ​ຄວາມ​ກົດ​ດັນ
​ທາງ​ການທູດ ທີ່​ຈຳ​ເປັນ ໄປ​ມອບໃຫ້ແກ່​ປະ​ຊາ​ຊົນອີ​ຣ່ານ, ​ການ​ຮັກ​ສາ​ຄວາມ​ປອດ​ໄພ
ໃນຂົງ​ເຂດ ແລະໃນ​ໂລກ, ​ສັນ​ຕິພາບ ແລະ​ສິດ​ເສ​ລິ​ພາບ ທີ່​ພວກ​ເຂົາ​ເຈົ້າ​ຄວນຈະ​ໄດ້​ຮັບ.”

ພວກ​ນັກ​ວິ​ເຄາະ​ກ່າວ​ວ່າ ປະ​ເທດ​ໂປ​ແລນ ແລະ​ບາງ​ປະ​ເທດ​ໃນ​ຢູ​ໂຣບ ເບິ່ງ​ຄື​ວ່າ ຫຍັບ​ໃກ້​ເຂົ້າມາຫາການ​ເອົາ​ບາດ​ກ້າວ​ຂອງ​ວໍ​ຊີງ​ຕັນ ແລະ​ສະ​ຫະ​ລັດ ກໍເບິ່ງ​ເຫັນ​ເປັນ​ໂອ​ກາດດີ.

ນາຍົກລັດຖະມົນຕີໂປແລນ ທ່ານມາເຕີສ ມໍຣາວີກີ (Mateusz Morawiecki) ແລະທ່ານໄມຄ໌ ພອມພຽວ ລັດຖະມົນຕີການຕ່າງປະເທດສະຫະລັດ ກ່າວໃນກອງປະຊຸມສຸດຍອດ ທີ່ວໍຊໍ, ໂປແລນ, 14 ກຸມພາ 2019.
ນາຍົກລັດຖະມົນຕີໂປແລນ ທ່ານມາເຕີສ ມໍຣາວີກີ (Mateusz Morawiecki) ແລະທ່ານໄມຄ໌ ພອມພຽວ ລັດຖະມົນຕີການຕ່າງປະເທດສະຫະລັດ ກ່າວໃນກອງປະຊຸມສຸດຍອດ ທີ່ວໍຊໍ, ໂປແລນ, 14 ກຸມພາ 2019.

ທ່ານ Piotr Buras, ປະຈຳ​ສະ​ພາ​ຢູ​ໂຣບ ​ກ່ຽວ​ກັບ​ສາຍ​ພົວ​ພັນ​ການ​ຕ່າງ​ປະ​ເທດ ກ່າວ​ວ່າ
“ຂ້າ​ພະ​ເຈົ້າ​ມີ​ຄວາມ​ຮູ້​ສຶກວ່າ ລັດ​ຖະ​ບານ​ຂອງ​ທ່ານ​ທ​ຣຳ ບໍ່​ໄດ້​ສົນ​ໃຈ​ປານໃດ ກ່ຽວ​ກັບ​
ການ​ທ້ອນ​ໂຮມ​ຂອງ​ຢູ​ໂຣບ, ຫຼື ຍິ່ງ​ໄປ​ກວ່າ​ນັ້ນ ບາງ​ທີ ອາດ​ຈະສວາຍເອົາໂອກາດ
ການແຕກແຍກ​ຂອງ​ຢູ​ໂຣບນີ້ຊໍ້າ ຫຼື​ບໍ່ ກໍ​ອາດຈະເຮັດ​ໃຫ້​ມັນ​ຍິ່ງ​ເລິກ​ລົງ​ໄປຕື່ມ.”

ສ່ວນພວກ​ອື່ນແມ່ນ​ກ່າວ​ວ່າ ການ​ເອົາ​ບາດ​ກ້າວ ຂອງວໍ​ຊີງ​ຕັນ ແມ່ນ​ມີ​ຈຸດ​ປະ​ສົງ​ທີ່​ຈະ
ປະ​ສານງານການ​ແບ່ງ​ແຍກ​ຂົງເຂດອັ​ຕ​ແລນ​ຕິກ.

ທ່ານ​ຈອນ​ນາ​ເຕັນ ອີ​ຢາ​ລ ຈາກ​ສະ​ຖາ​ບັນ​ຣອຍ​ໂຢ​ລ​ຂອງ​ສະ​ຫະ​ລັດ ກ່າວ​ວ່າ “ສະ​ຫະ​ລັດ
ແມ່ນ​ມີຄວາມຕັ້ງໃຈທີ່ຈະເຂົ້າໄປ​ພົວ​ພັນ​ຄືນ​ໃໝ່ ກັບ​ພວກ​ເຂົາ​ເຈົ້າ​ໃນ​ນະໂຍບາຍ
ພາກ​ຕາ​ເວັນ​ອອກ​ກາງ, ໂດຍ​ສະ​ເພາະ ບັນ​ຫາ​ທີ່​ຫຼໍ່​ແຫຼມ​ແຕ່​ລະ​ອັນ​ ເຊັ່ນ ການ​ລົງໂທດ​
ຄືນ​ໃໝ່ ຕໍ່​ອີ​ຣ່ານ ບ່ອນທີ່​ມີຊ່ອງຫວ່າງຢ່າງ​ໃຫຍ່ ລະ​ຫວ່າງ​ຢູ​ໂຣບ ກັບສະ​ຫະ​ລັດນັ້ນ
ແລະ ອັນ​ທີ 2 ນັ້ນ ມັນ​ແມ່ນ​ຄວາມ​ພະ​ຍາ​ຍາມ​ອີກ​ອັນ​ນຶ່ງ ໂດຍກະ​ຊວງ​ການ​ຕ່າງ​
ປະ​ເທດທີ່​ຈະ​ເຕືອນ ທຳ​ນຽບ​ຂາວວ່າ ການ​ເປັນ​ເພື່ອນ​ກັບ​ຢູ​ໂຣບ​ ແມ່ນ​ເປັນເລື້ອງ
ທີ່ທົດ​ແທນບໍ່​ໄດ້ ຕອນ​ທີ່​ກ່າວ​ເຖິງ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງ​ອາ​ເມ​ຣິ​ກາ.”

ກອງ​ປະ​ຊຸມ​ສຸດຍອດ ແມ່ນ​ເຂົ້າ​ຮ່ວມ​ໂດຍ​ອິ​ສ​ຣາ​ແອ​ລ ແລະ​ຫຼາຍໆ​ປະ​ເທດ​ເຂດ​ອ່າວທີ່ຖື
ລັດທິ​ຊຸ​ນີມຸສລິມ. ກາ​ຕາ​ຣ໌, ເທີ​ກີ ແລະ​ເລ​ບາ​ນອນ ປະ​ຕິ​ເສດ ທີ່​ຈະ​ເຂົ້າ​ຮ່ວມ. ອີ​ຣ່ານ ທີ່ບໍ່​
ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ດັ່ງ​ກ່າວ ຖື​ວ່າ ເປັນ​ມັນຕາຍໄປແລ້ວ​ ເວລາ​ເຂົ້າ​ມາ​ເຖິງ​.

ເຊີນ​ຊົມ: ​ສະ​ຫະ​ລັດ ຕໍ່​ວ່າ​ຢູ​ໂຣບ ກ່ຽວ​ກັບ​ຂໍ້​ຕົກ​ລົງ​ນິວ​ເຄລຍ

Transatlantic Rift Laid Bare as U.S. Rebukes EU Allies over Iran Deal
please wait

No media source currently available

0:00 0:02:31 0:00

The United States has called on Europe to abandon the 2015 nuclear deal with Iran, which Washington pulled out of last year. At a conference in Warsaw attended by more than 60 nations, U.S. Vice President Mike Pence accused European allies of trying to break American sanctions against what he called Iran's murderous revolutionary regime'. Several EU states have refused to attend the meeting, as Henry Ridgwell reports.

The summit sought to address longstanding conflicts in the Middle East but the overriding focus was on Iran.

Mike Pompeo, U.S. Secretary of State
"No country spoke out and denied any of the basic facts that we all have laid out about Iran, the threat it poses, the nature of regime. It was unanimous."

Unanimous perhaps among those countries attending the conference. But some U.S. allies were notable for their absence, including the foreign ministers of France and Germany. Britain's representative left the summit early.

All three allies have voiced strong support for the 2015 Iran nuclear deal despite Washington's withdrawal. U.S. Vice President Mike Pence called for a change of course.

Mike Pence, U.S. Vice President
"The time has come for our European partners to withdraw from the Iran nuclear deal and join with us as we bring economic and diplomatic pressure necessary to give the Iranian people, the region and the world the security, peace and freedom they deserve."

Analysts say Poland and some other European states appear closer to Washington's approach and the United States sees an opportunity.

Piotr Buras, European Council on Foreign Relations
"I have the feeling that the Trump administration doesn't care much about Europe's unity, or even more perhaps it really tries to exploit some divisions within Europe, or even deepen them."

Others say Washington's approach is aimed at bridging transatlantic divides.

Jonathan Eyal, Royal United Services Institute
"The United States is willing to re-engage with them on a Middle East policy, especially on a very sensitive issue like the re-imposition of sanctions on Iran where the gulf between Europe and the U.S. is very big. And secondly it is also another attempt by the State Department to remind the White House that the friends in Europe are irreplaceable when it comes to most of America's foreign policy objectives."

The summit was attended by Israel and several Sunni Gulf states. Qatar, Turkey and Lebanon declined to take part. Iran which did not attend the meeting - dismissed it as dead on arrival'.

XS
SM
MD
LG