ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ເພີ້ມການລົງໂທດ ຕໍ່ພວກກຳອຳນາດ ໃນຣັດເຊຍ


ປະທານາທິບໍດີຣັດເຊຍ ທ່ານວະລາດີເມຍ ປູຕິນ (ຊ້າຍ) ແລະ ມະຫາເສດຖີ ອາລູມີນຽມ ທ່ານໂອເລັກ ເດຣີປາສກາ (ຂວາ) ພວມຍ່າງໄປຮ່ວມ ກອງປະຊຸມສະພາ ທີ່ປຶກສາທຸລະກິດ ຂອງ ເອເພັກ ທີ່ເມືອງດານັງ ປະເທດຫວຽດນາມ. (ວັນທີ 19 ພະຈິກ 2017)
ປະທານາທິບໍດີຣັດເຊຍ ທ່ານວະລາດີເມຍ ປູຕິນ (ຊ້າຍ) ແລະ ມະຫາເສດຖີ ອາລູມີນຽມ ທ່ານໂອເລັກ ເດຣີປາສກາ (ຂວາ) ພວມຍ່າງໄປຮ່ວມ ກອງປະຊຸມສະພາ ທີ່ປຶກສາທຸລະກິດ ຂອງ ເອເພັກ ທີ່ເມືອງດານັງ ປະເທດຫວຽດນາມ. (ວັນທີ 19 ພະຈິກ 2017)

ທຳນຽບຂາວໄດ້ປະກາດການລົງໂທດ ຕໍ່ 38 ສ່ວນບຸກຄົນ ແລະບໍລິສັດຂອງຣັດເຊຍ
ໂດຍກ່າວວ່າ ສະຫະລັດ ພວມລຸກຂຶ້ນ ຕໍ່ຕ້ານ “ກິດຈະກຳທີ່ເປັນໄພ” ທີ່ຍັງດຳເນີນຢູ່
ຕໍ່ມາ ຂອງຣັດເຊຍ ຕໍ່ປະເທດປະຊາທິປະໄຕຕາເວັນຕົກ ແລະຕໍ່ໂລກ.

ໃນການຖະແຫຼງຂ່າວໃນວັນສຸກວານນີ້ ທ່ານນາງຊາຣາ ຮັກກາບີ ແຊນເດີສ໌ ໂຄສົກ
ຂອງທຳນຽບຂາວກ່າວວ່າ ສະຫະລັດຍັງສືບຕໍ່ມີຄວາມຕ້ອງການ ຢາກຈະເຮັດວຽກ
ຮ່ວມກັບຣັດເຊຍ.

ທ່ານນາງແຊນເດີສ໌ ກ່າວວ່າ “ອີກຄັ້ງນຶ່ງ ສິ່ງທີ່ພວກເຮົາຢາກຈະເຫັນກໍຄື ການປ່ຽນ
ແປງ ໃນການປະພຶດໂດຍທັງໝົດ ຂອງຣັດເຊຍ. ພວກເຮົາຍັງສືບຕໍ່ຕ້ອງການຢາກ
ໃຫ້ ມີການໂອ້ລົມ ແລະເຮັດວຽກໄປສູ່ການເສີມສ້າງຄວາມສຳພັນທີ່ດີຂຶ້ນ.”

US Raises the Stakes with Tough Sanctions on Russian Oligarchs
please wait

No media source currently available

0:00 0:01:38 0:00

ການລົງໂທດເຫຼົ່ານີ້ ຈະມີຕໍ່ຊາວຣັດເຊຍທີ່ມີອຳນາດ 7 ຄົນ ຮວມທັງທ່ານໂອເລັກ ເດ-
ຣີປາສກາ ມະຫາເສດຖີອາລູມີນຽມ ແລະພັນທະມິດທີ່ໃກ້ຊິດຂອງປະທານາທິບໍດີວະ
ລາດີເມຍ ປູຕິນ ຂອງຣັດເຊຍ ແລະ 12 ບໍລິສັດ ທີ່ພວກເຂົາເຈົ້າເປັນເຈົ້າຂອງຫຼືຄວບ
ຄຸມ. ນອກນັ້ນ ເຈົ້າໜ້າທີ່ອະວຸໂສ ຂອງລັດຖະບານຣັດເຊຍ 17 ຄົນ ພ້ອມທັງບໍລິສັດ ລັດວິສາຫະກິດຄ້າອາວຸດຂອງຣັດເຊຍ ແລະສາຂາ ແລະກໍທະນາຄານແຫ່ງນຶ່ງແມ່ນ
ໄດ້ຕົກເປັນເປົ້າຂອງການລົງໂທດດັ່ງກ່າວ.

ພວກທີ່ຖືກລົງໂທດ ແມ່ນຮວມທັງສະມາຊິກວົງໃນຄົນສຳຄັນໆຂອງທ່ານປູຕິນ.

ຮູບຂອງພວກເຈົ້າໜ້າທີ່ ແລະນັກທຸລະກິດຣັດເຊຍ ທີ່ຢູ່ໃນບັນຊີ ການລົງໂທດ ຂອງກະຊວງການເງິນ ສະຫະລັດ ທີ່ນຳອອກເຜີຍແຜ່ ໃນວັນທີ 6 ເມສາ 2018
ຮູບຂອງພວກເຈົ້າໜ້າທີ່ ແລະນັກທຸລະກິດຣັດເຊຍ ທີ່ຢູ່ໃນບັນຊີ ການລົງໂທດ ຂອງກະຊວງການເງິນ ສະຫະລັດ ທີ່ນຳອອກເຜີຍແຜ່ ໃນວັນທີ 6 ເມສາ 2018

ຊັບສິນຂອງພວກທີ່ຖືກລົງໂທດຈະຖືກກັກຢູ່ໃນສະຫະລັດແລະຊາວອາເມຣິກັນໄດ້ຖືກ
ຫ້າມບໍ່ໃຫ້ເຮັດທຸລະກິດກັບພວກເຂົາເຈົ້າ.

ໃນວັນສຸກວານນີ້ ສະມາຊິກລັດຖະສະພາສະຫະລັດ ຈຳນວນນຶ່ງ ແລະພວກນັກຊ່ຽວ
ຊານດ້ານນະໂຍບາຍ ການຕ່າງປະເທດ ໄດ້ສະແດງຄວາມຊົມເຊີຍ ຕໍ່ການເອົາມາດ ຕະການດັ່ງກ່າວ ໂດຍເວົ້າວ່າ ການລົງໂທດ ແມ່ນຄວນມີມາແຕ່ດົນນານແລ້ວ.

ສະມາຊິກສະພາສູງ ມາໂກ ຣູບີໂອ ຈາກລັດຟລໍຣິດາ
ສະມາຊິກສະພາສູງ ມາໂກ ຣູບີໂອ ຈາກລັດຟລໍຣິດາ

ທ່ານແອແດັມ ຊິຟ ສະມາຊິກຄົນສຳຄັນຂອງພັກເດໂມແຄຣັດ ໃນຄະນະກຳມາທິການ
ສືບລັບຂອງສະພາຕ່ຳ ກ່າວວ່າ ການເຄື່ອນໄຫວດັ່ງກ່າວ ແມ່ນການເອົາມາດຕະການ
ທີ່ແຮງສຸດ ໂດຍລັດຖະບານປະທານາທິບໍດີ ດໍໂນລ ທຣຳ ມາຈົນເຖິງປັດຈຸບັນກ່ຽວກັບ
ການແຊກແຊງຂອງຣັດເຊຍ ເຂົ້າໃນການເລືອກຕັ້ງປະທານາທິບໍດີ ປີ​ 2016 ຂອງສະ
ຫະລັດແລະ “ການຄາດຕະກຳພວກຄັດຄ້ານລັດຖະບານ ທັງຢູ່ໃນແລະຕ່າງປະເທດ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG