ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ສະແດງຄວາມເປັນຫ່ວງຂຶ້ນ ກ່ຽວກັບເຮືອບິນລົບຂອງຈີນ ທີ່ບິນເຂົ້າໄປໃກ້ເກາະໄຕ້ຫວັນ ອີກຄັ້ງນຶ່ງ


ພາບຖ່າຍທີ່ບໍ່ໄດ້ລະບຸວັນເວລາ ໄດ້ຖືກເປີດເຜີຍໂດຍອົງການຂ່າວຊິນຫົວ (Xinhua News Agency) ຂອງທາງການຈີນ, ສະແດງໃຫ້ເຫັນເຮືອບິນລົບອາຍພົ່ນ SU-30 ກຳລັງບິນອອກຈາກສະຖານທີ່ ທີ່ບໍ່ໄດ້ຖືກລະບຸ ເພື່ອບິນລາດຕະເວນເທິງເຂດທະເລຈີນໃຕ້.
ພາບຖ່າຍທີ່ບໍ່ໄດ້ລະບຸວັນເວລາ ໄດ້ຖືກເປີດເຜີຍໂດຍອົງການຂ່າວຊິນຫົວ (Xinhua News Agency) ຂອງທາງການຈີນ, ສະແດງໃຫ້ເຫັນເຮືອບິນລົບອາຍພົ່ນ SU-30 ກຳລັງບິນອອກຈາກສະຖານທີ່ ທີ່ບໍ່ໄດ້ຖືກລະບຸ ເພື່ອບິນລາດຕະເວນເທິງເຂດທະເລຈີນໃຕ້.

ເຮືອບິນລົບຂອງກອງທັບຈີນ 16 ລຳ ໄດ້ບິນລ່ວງລ້ຳເຂົ້າໄປໃນເຂດນ່ານນ້ຳ ທາງພາກໃຕ້ຂອງໄຕ້ຫວັນ ໃນວັນອາທິດວານນີ້ ໃນຂະນະທີ່ສະຫະລັດ ໄດ້ສະແດງຄວາມເປັນຫ່ວງກ່ຽວກັບສິ່ງທີ່ຕົນເອີ້ນວ່າ “ການປະຕິບັດແບບທ້າທາຍ ເກາະຜິດທາງທະຫານ” ຂອງຈີນ ຢູ່ໃກ້ກັບເກາະທີ່ປົກຄອງຕົນເອງດັ່ງກ່າວ ຊຶ່ງຈີນອ້າງເອົາກຳມະສິດ ອີງຕາມລາຍງານຂອງອົງການຂ່າວເອພີ.

ຈີນໄດ້ສົ່ງເຮືອບິນລົບ 38 ລຳເຂົ້າໄປໃນພື້ນທີ່ດັ່ງກ່າວໃນວັນສຸກ ແລະເຮືອບິນ 39 ລໍາ ໃນວັນເສົາ ທີ່ຜ່ານມານີ້ ຊຶ່ງເປັນຈໍານວນຫຼາຍທີ່ສຸດໃນວັນດຽວ ນັບຕັ້ງແຕ່ໄຕ້ຫວັນ ໄດ້ເລີ້ມເປີດເຜີຍລາຍງານທັງຫຼາຍກ່ຽວກັບການບິນຜ່ານຕ່າງໆໃນເດືອນກັນຍາ ປີ 2020. ການບິນເຫຼົ່ານັ້ນ ໄດ້ເກີດຂຶ້ນ ໃນທັງຕອນກາງເວັນແລະກາງຄືນ ແລະຍັງບໍ່ເປັນທີ່ຈະແຈ້ງວ່າ ຈີນວາງແຜນທີ່ຈະສົ່ງເຮືອບິນ ເພີ້ມຂຶ້ນຕື່ມອີກ ໃນຕອນກາງຄືນວັນອາທິດຫຼືບໍ່.

ຖະແຫລງການຈາກທ່ານເນດ ໄພຣສ໌ ໂຄສົກກະຊວງການຕ່າງປະເທດສະຫະລັດ ໄດ້ກ່າວເຕືອນວ່າ ກິດຈະກຳທາງດ້ານການທະຫານ ຢູ່ໃກ້ເກາະໄຕ້ຫວັນຂອງຈີນນັ້ນ ເປັນຄວາມສ່ຽງ ໃນການຄຳນວນຜິດພາດ ແລະບ່ອນທຳລາຍສັນຕິພາບແລະສະຖຽນລະພາບຢູ່ໃນຂົງເຂດດັ່ງກ່າວ.

ຖະແຫລງການໄດ້ກ່າວວ່າ “ພວກເຮົາຮຽກຮ້ອງຕໍ່ປັກກິ່ງ ໃຫ້ຍຸຕິການກົດດັນທາງດ້ານການທະຫານ, ການທູດ ແລະເສດຖະກິດຂອງຕົນ ແລະການບີບບັງຄັບໄຕ້ຫວັນ.”

ຖະແຫລງການຍັງກ່າວຕື່ມວ່າ ສະຫະລັດ ຊຶ່ງເປັນຜູ້ສະໜອງອາວຸດໃຫ້ແກ່ໄຕ້ຫວັນລາຍໃຫຍ່ທີ່ສຸດນັ້ນ ຈະສືບຕໍ່ຊ່ອຍເຫຼືອລັດຖະບານຂອງປະເທດເກາະດັ່ງກ່າວ ເພື່ອຮັກສາຄວາມອາດສາມາດໃນການປ້ອງກັນຕົນເອງໄດ້ຢ່າງພຽງພໍ.

ຈີນແລະໄຕ້ຫວັນ ໄດ້ແຍກອອກຈາກກັນເມື່ອປີ 1949 ໃນລະຫວ່າງສົງຄາມກາງເມືອງ ຊຶ່ງຝ່າຍຄອມມິວນິສ ໄດ້ເຂົ້າຄວບຄຸມຈີນແຜ່ນດິນໃຫຍ່ ແລະກຸ່ມຈີນຄະນະຊາດ ໄດ້ຈັດຕັ້ງລັດຖະບານຂຶ້ນຢູ່ທີ່ໄຕ້ຫວັນ ອັນເປັນເກາະທີ່ມີປະຊາຊົນອາໄສຢູ່ 24 ລ້ານຄົນ ຕັ້ງຢູ່ຫ່າງຈາກແຄມຝັ່ງທະເລກ້ຳຕາເວັນອອກ ປະມານ 160 ກິໂລແມັດ.

ຈີນໄດ້ສົ່ງເຮືອບິນລົບຫຼາຍລຳ ບິນລ່ວງລ້ຳເຂົ້າໄປ ໃນພື້ນທີ່ທາງພາກໃຕ້ຂອງໄຕ້ຫວັນຢູ່ເລື້ອຍໆ ເປັນເວລາຫຼາຍປີມາແລ້ວ. ກະຊວງປ້ອງກັນປະເທດຂອງໄຕ້ຫວັນ ໄດ້ກ່າວວ່າ ເຮືອບິນລົບອາຍພົ່ນ 12 ລຳ ແລະເຮືອບິນທະຫານອີກສີ່ລຳໄດ້ບິນເຂົ້າໄປໃນເຂດລະບຸໂຕໃນການປ້ອງກັນໄພທາງອາກາດຂອງໄຕ້ຫວັນ ໃນວັນອາທິດວານນີ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG