ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສະຫະລັດ ເຕືອນວ່າ ອາດມີການລະເມີດ ສິດທິມະນຸດ ໃນ ບູຣຸນດີ


ຜູ້ຕ້ອງສົງໄສ ທີ່ເປັນພວກນັກລົບ ພາກັນຍ່າງຢູ່ຕໍ່ໜ້າ ສື່ມວນຊົນ ໂດຍເຈົ້າໜ້າ ທີ່ຕຳຫລວດບູຣຸນດີ.
ຜູ້ຕ້ອງສົງໄສ ທີ່ເປັນພວກນັກລົບ ພາກັນຍ່າງຢູ່ຕໍ່ໜ້າ ສື່ມວນຊົນ ໂດຍເຈົ້າໜ້າ ທີ່ຕຳຫລວດບູຣຸນດີ.

ກະຊວງ​ຕ່າງປະ​ເທດ ສະຫະລັດ ກ່າວ​ວ່າ ​ຕົນ​ຮູ້ສຶກ “ຕື່ນຕົກ​ໃຈ​
ທີ່​ສຸດ” ກ່ຽວ​ກັບລາຍ​ງານຈາກ Burundi ໃນ​ການລະ​ເມີດ​ສິດທິ
​ມະນຸດ ຢ່າງ​ຮ້າຍ​ແຮງທີ່​ເກີດມາ​ຈາກ​ວິ​ກິດ​ການທາງ​ດ້ານ​ເມື​ອງ
​ເປັນ​ເວລາ​ເກົ້າ​ເດືອນ.

​ໂຄສົກກະຊວງ​ຕ່າງປະ​ເທດສະຫະລັດ ທ່ານ Mark Toner ​ໄດ້
​ອອກ ​ຖະ​ແຫລງການ ​ໃນ​ວັນ​ອັງ​ຄານ​ວານ​ນີ້ຮ້ອງ​ຂໍ​ໃຫ້ລັດຖະ
ບານ Burundi “ອະນຸຍາດ​ໃນ​ທັນທີ ​ໃຫ້​ມີ​ການ​ສືບສວນແບບ
​ບໍ່​ເຂົ້າຂ້າງ​ອອກ​ຂາ ກ່ຽວ ກັບການ​ກ່າວ​ຫາ​ຫວ່າງ​ມໍ່ໆ​ມາ​ນີ້ ​ແລະ​
ນຳ​ເອົາ​ຜູ້​ຮັບຜິດຊອບ​ທີ່​ພົບ​ເຫັນ​ວ່າ​ກະທຳ​ຜິດທັງ​ໝົດ​ມາ​ລົງ​ໂທດ.”

ມີ​ລາຍ​ງານ​ຈຳນວນ​ນຶ່ງ​ກ່ຽວ​ກັບການ​ຂົ່​ມຂືນສຳ​ເລົາພວກແມ່ຍິງ ​ໂດຍ​ກຳລັງ​ຮັກສາ​ຄວາມ
​ປອດ​ໄພ ການທໍລະມານ ການ​ສັງຫານ​ແບບ​ຮວບ ຮັດ​ຕັດ​ຕອນ ​ແລະ​ລາຍ​ງານ​ກ່ຽວ​ກັບ
ຂຸມ​ຝັງ​ສົບ​ໝູ່ ທີ່​ໄດ້​ເຮັດ​ໃຫ້ຫົວ ໜ້າສິດທິ​ມະນຸດສະຫະປະຊາ​ຊາດ ທ່ານ Zeid Ra’ad
al-Hussein ​ເຕືອນ​ໃນ​ວັນ​ສຸກ​ແລ້ວ​ນີ້​ວ່າ “ການ​ເຕືອນ​ສັນ​ຍານໄພ​ທັງ​ໝົດ ຮວມທັງການ​
ເພີ້​ມຂຶ້ນ​ໃນ​ດ້ານ​ຊົນ​ຊາດ​ຊົນ​ເຜົ່າຂອງ​ວິ​ກິດ​ການ ທີ່​ກຳລັງ​ເປັນໄຟ​ແດງຢູ່​ໃນ​ຂະນະ​ນີ້.”

ທ່ານ Toner ຍັງ​ໄດ້​ຮຽງ​ຮ້ອງ​ໃຫ້​ລັດຖະບານ Burundi “ອະນຸຍາດ​ໂດຍ​ທັນ​ທີ ໃຫ້ສົ່ງ
ບັນດາ​ຜູ້​ສັງ​ເກດ​ການສິດທິ​ມະນຸດຂອງ​ສະຫະພາບ​ອາ​ຟຣິກາ ​ຢ່າງ​ເຕັມທີ່ ​ແລະ​ບໍ່​ມີ​ການ​
ກີດ​ກັນ​ໃດ ເພື່ອ​ສືບສວນ​ການ ກ່າວ​ຫາ​ເຫລົ່ານີ້. Burnudi ​ໄດ້​ປະຕິ​ເສດ​ຕໍ່ຂໍ້​ສະ​ເໜີຂອງ
​ສະຫະພາບ ອາ​ຟຣິກາ ​ໃນ​ເດືອນ​ແລ້ວ​ນີ້ ທີ່​ຈະ​ສົ່ງກໍາລັງ​ຮັກສາ​ສັນຕິພາບ ​ໄປ​ປະ​ເທດ
Burundi ​ເພື່ອ​ຍຸດຕິຄວາມ​ຮຸນ​ແຮງ. ລັດຖະບານກ່າວ​ວ່າ ທະ​ຫານຂອງ​ສະຫະພາບ​
ອາ​ຟຣິກາ ອາດ​ຈະ​ຖືກ​ໂຈມ​ຕີ ຖ້າ​ຫາກ​ເຂົາ​ເຈົ້າ​ເຂົ້າໄປ​ໂດຍປາດ​ສະ​ຈາກການ​ໄດ້​ຮັບ
​ອະນຸຍາດ.

ລັດຖະບານ Burundi ຍັງ​ໄດ້​ປະຕິ​ເສດ ບໍ່​ເຂົ້າ​ຮ່ວມສົນທະ​ນາ ທີ່​ຮວມ ທັງ​ພວກຝ່າ​ຍ
ຄ້ານ​ ທີ່​ບູຣຸນດີ​ກ່າວ​ຫາວ່າ “​ໃຫ້ການ​ສະໜັບສະໜູນຕໍ່​ຄວາມ​ຮຸນ​ແຮງນັ້ນ.”

XS
SM
MD
LG