ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ສະຫະລັດ ວາງຂໍ້ຈຳກັດ ໃນການອອກວີຊາ ຕໍ່ ມຽນມາ ແລະ ລາວ


ນັກເດີນທາງຕ່າງປະເທດ ຢືນລຽນແຖວທີ່ດ່ານພາກສີ ແລະ ປົກປ້ອງເຂດຊາຍແດນ ສະຫະລັດ ຫຼັງຈາກໄດ້ເດີນທາງຮອດສະໜາມບິນສາກົນ ໄມອາມີ, ນະຄອນ ໄມອາມີ, ລັດ ຟລໍຣິດາ.
4 ມີນາ, 2015.
ນັກເດີນທາງຕ່າງປະເທດ ຢືນລຽນແຖວທີ່ດ່ານພາກສີ ແລະ ປົກປ້ອງເຂດຊາຍແດນ ສະຫະລັດ ຫຼັງຈາກໄດ້ເດີນທາງຮອດສະໜາມບິນສາກົນ ໄມອາມີ, ນະຄອນ ໄມອາມີ, ລັດ ຟລໍຣິດາ. 4 ມີນາ, 2015.

ສະຫະລັດ ໄດ້ວາງຂໍ້ຈຳກັດໃນການອອກວີຊາຕໍ່ ມຽນມາ ແລະ ລາວ ສຳລັບການບໍ່ສາ
ມາດທີ່ຈະຮັບເອົາຄົນຂອງເຂົາເຈົ້າ ໃນເວລາທີ່ສະຫະລັດ ພະຍາຍາມທີ່ຈະເນລະເທດ ພວກເຂົານັ້ນ.

ກະຊວງຮັກສາຄວາມປອດໄພພາຍໃນ ໄດ້ກ່າວໃນຖະແຫຼງຂ່າວສະບັບນຶ່ງວ່າ “ມຽນມາ
ແລະ ລາວ ໄດ້ປະຕິເສດ ຫຼືໄດ້ເລື່ອນເວລາການຮັບ ເອົາຄົນຂອງເຂົາເຈົ້າ ທີ່ຖືກສັ່ງໃຫ້
ເນລະເທດ ອອກຈາກ ສະຫະລັດ ຢ່າງບໍ່ມີເຫດຜົນ.”

ກະຊວງການຕ່າງປະເທດໃນວັນອັງຄານມື້ນີ້ ໄດ້ສັ່ງໃຫ້ສະຖານກົງສຸນໃນສອງປະເທດ
ນັ້ນ ເລີ່ມຈຳກັດການອອກວີຊາໃນບາງປະເພດ. ເຊິ່ງສຳລັບມຽນມານັ້ນ ໃຫ້ຢຸດ “ການ
ອອກວີຊາເຮັດວຽກ B1 ແລະ ວີຊາການເດີນທາງຊົ່ວຄາວ B2 ໃຫ້ແຕ່ເຈົ້າໜ້າທີ່ ໃນ
ປັດຈຸບັນ ໃນລະດັບຜູ້ອຳນວຍການໃຫຍ່ ແລະສູງກວ່ານັ້ນ ຈາກະຊວງແຮງງານ, ຄົນ
ເຂົ້າເມືອງ ແລະປະຊາກອນ ແລະ ກະຊວງພາຍໃນຂອງ ມຽນມາ, ແລະ ສະມາຊິກໃນ
ຄອບຄົວຂອງເຂົາເຈົ້າ ດ້ວຍຂໍ້ຍົກເວັ້ນທີ່ຈຳກັດ.”

ສຳລັບປະເທດ ລາວ ໃຫ້ຢຸດ “ການອອກວີຊາຊົ່ວຄາວ B1, B2 ແລະ B1/B2 ທັງໝົດ
ສຳລັບບັນດາເຈົ້າໜ້າທີ່ໃນລະດັບຜູ້ອຳນວຍການໃຫຍ່ ແລະສູງກວ່ານັ້ນ ຈາກກະຊວງ
ພາຍໃນພ້ອມກັບຄອບຄົວຂອງເຂົາເຈົ້າ. ແລະ ວີຊາຊົ່ວຄາວ A3 ແລະ A5 (ເຊິ່ງແມ່ນ
ສຳລັບນັກການທູດແລະ ພະນັກງານຂອງອົງການຈັດຕັ້ງສາກົນ) ທີ່ຖືກວ່າງຈ້າງ ໂດຍ
ເຈົ້າໜ້າທີ່ລັດຖະບານ ລາວ ທຸກຄົນ, ພ້ອມດ້ວຍຂໍ້ຍົກເວັ້ນທີ່ຈຳກັດ.

ກະຊວງຮັກສາຄວາມປອດໄພພາຍໃນ ໄດ້ກ່າວເພີ່ມເຕີມວ່າ “ຖ້າບໍ່ມີການຕອບສະ
ໜອງທີ່ເໝາະສົມ” ມາດຕະການລົງໂທດ “ອາດຈະຂະຂຫຍາຍອອກໄປສູ່ປະຊາກອນ
ໃນວົງກວ້າງ.” ແລະ ມັນຈະດຳເນີນຕໍ່ໄປຈົນກວ່າກະຊວງຮັກສາຄວາມປອດໄພພາຍ
ໃນຈະພິຈາລະນາວ່າ “ການຮ່ວມມືໃນການເນລະເທດຜູ້ຄົນ ໄດ້ຖືກຮັບຮອງວ່າ ຢູ່ໃນ
ລະດັບທີ່ຍອມ ຮັບໄດ້.”

ທັງປະເທດ ມຽນມາ ແລະ ລາວ ແມ່ນຢູ່ໃນລາຍຊື່ ຂອງປະເທດທີ່ບໍ່ເຊື່ອຟັງ ສະຫະລັດ.
ລາຍຊື່ດັ່ງກ່າວລວມມີປະເທດທີ່ປະຕິເສດຕໍ່ການຮັບເອົາຄົນທີ່ຖືກເນລະເທດອອກຈາກ
ສະຫະລັດ.

ມາດຕະການລົງໂທດຕ່າງໆແມ່ນບາດກ້າວນຶ່ງ ທີ່ຢູ່ນອກເໜືອຈາກການຖືກຈັດຢູ່ໃນ
ລາຍຊື່ຊອງປະເທດບໍ່ເຊື່ອຟັງ. ກະຊວງຮັກສາຄວາມປອດໄພພາຍໃນກ່າວວ່າ ໂດຍ
ປາສະຈາກເອກະສານເດີນທາງ ເພື່ອຢັ້ງຢືນເອກະລັດ ແລະ ສັນຊາດນັ້ນ, ເຂົາເຈົ້າ
ຈະບໍ່ສາມາດດຳເນີນຂັ້ນຕອນການເນລະເທດ ໃຫ້ສຳເລັດໄດ້.

ອົງການຮັກສາຄວາມປອດໄພພາຍໃນໄດ້ກ່າວວ່າ “ມຽນມາແລະ ລາວ ບໍ່ໄດ້ຈັດຕັ້ງ
ຂະບວນການ ທີ່ສາມາດເຮັດໄດ້ຄືນອີກ ສຳລັບການອອກໜັງສືເດີນທາງ ໃຫ້ຄົນຂອງ
ເຂົາເຈົ້າ ທີ່ຖືກສັ່ງໃຫ້ເນລະເທດອອກຈາກ ສະຫະລັດ. ຍ້ອນເຫດຜົນນີ້, ຫ້ອງການຄົນ
ເຂົ້າເມືອງ ແລະ ພາສີ ຫຼື ICE ນັ້ນຈຶ່ງໄດ້ຖືກບັງຄັບໃຫ້ປ່ອຍຕົວຄົນ ມຽນມາ ແລະ ລາວ
ຢູ່ໃນ ສະຫະລັດ, ເຊິ່ງບາງຄົນມີໂທດທາງອາຍາທີ່ຮ້າຍແຮງ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

What Are Recalcitrant Countries?
please wait

No media source currently available

0:00 0:01:20 0:00


XS
SM
MD
LG