ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະພາຄວາມໝັ້ນຄົງ ສະຫະປະຊາຊາດ ສະໜັບສະໜູນ ສະຫະລັດ ໃນການຊຸກຍູ້ໃຫ້ຢຸດຍິງ ໃນກາຊາ


ບັນດາສະມາຊິກຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ພາກັນລົງຄະແນນສຽງ ຮັບຮອງເອົາຍັດຕິ ສະບັບທຳອິດແຜນການຢຸດຍິງ ທີ່ແນໃສ່ເພື່ອຍຸຕິສົງຄາມລະຫວ່າງ ອິສຣາແອລ ແລະກຸ່ມຮາມາສ ໃນກາຊາ ທີ່ແກ່ຍາວມາໄດ້ແປດເດືອນ, ວັນທີ 10 ມິຖຸນ 2024, ໃນພາບນີ້ທີ່ສະໜອງໂດຍ ອົງການສະຫະປະຊາຊາດ.
ບັນດາສະມາຊິກຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ພາກັນລົງຄະແນນສຽງ ຮັບຮອງເອົາຍັດຕິ ສະບັບທຳອິດແຜນການຢຸດຍິງ ທີ່ແນໃສ່ເພື່ອຍຸຕິສົງຄາມລະຫວ່າງ ອິສຣາແອລ ແລະກຸ່ມຮາມາສ ໃນກາຊາ ທີ່ແກ່ຍາວມາໄດ້ແປດເດືອນ, ວັນທີ 10 ມິຖຸນ 2024, ໃນພາບນີ້ທີ່ສະໜອງໂດຍ ອົງການສະຫະປະຊາຊາດ.

ສະພາຄວາມໝັ້ນຄົງຂອງອົງການສະຫະປະຊາຊາດ, ໃນວັນຈັນວານນີ້ ໄດ້ສະໜັບສະໜູນຂໍ້ສະເໜີໂດຍປະທານາທິບໍດີ ໂຈ ໄບເດັນ ທີ່ໄດ້ລະບຸລາຍລະອຽດຂອງການຢຸດຍິງລະຫວ່າງ ອິສຣາແອລ ແລະ ກຸ່ມຮາມາສ ຢູ່ໃນແຫຼມກາຊາ ແລະໄດ້ຮຽກຮ້ອງໃຫ້ພວກຫົວຮຸນແຮງປາແລັສໄຕນ໌ຮັບເອົາຂໍ້ຕົກລົງດັ່ງກ່າວ ທີ່ວາງເປົ້າໝາຍໃສ່ຍຸຕິສົງຄາມທີ່ແກ່ຍາວມາໄດ້ແປດເດືອນແລ້ວນັ້ນ, ອີງຕາມລາຍງານຂອງອົງການຂ່າວຣອຍເຕີສ໌.

ກຸ່ມຮາມາສ, ຍິນດີນຳການຮັບຮອງເອົາຮ່າງຍັດຕິຂອງສະຫະລັດ ແລະໄດ້ກ່າວໃນຖະແຫລງການວ່າ ຕົນພ້ອມແລ້ວທີ່ຈະຮ່ວມມືນຳການໄກ່ເກ່ຍກ່ຽວກັບການຈັດຕັ້ງປະຕິບັດຫຼັກການຂອງແຜນການດັ່ງກ່າວ “ທີ່ສອດຄ່ອງກັບການຮຽກຮ້ອງ ແລະການຕໍ່ຕ້ານຂອງປະຊາຊົນພວກເຮົາ.”

ຣັດເຊຍ ໄດ້ງົດໃນການລົງຄະແນນສຽງຂອງສະຫະປະຊາຊາດ ໃນຂະນະທີ່ ບັນດາສະມາຊິກຂອງສະພາຄວາມໝັ້ນຄົງທີ່ຍັງເຫຼືອຢູ່ 14 ປະເທດ ໄດ້ລົງຄະແນນສຽງເຫັນພ້ອມໃຫ້ການສະໜັບສະໜູນຕໍ່ຍັດຕິແຜນການຢຸດຍິງສາມໄລຍະ ທີ່ໄດ້ລະບຸໂດຍ ທ່ານໄບເດັນ ໃນວັນທີ 31 ພຶດສະພາ ທີ່ທ່ານໄດ້ອະທິບາຍວ່າ ເປັນໂຄງການລິເລີ້ມຂອງອິສຣາແອລ.

“ມື້ນີ້ ພວກເຮົາໄດ້ລົງຄະແນນສຽງເພື່ອສັນຕິພາບ” ເອກອັກຄະລັດຖະທູດສະຫະລັດ ປະຈຳອົງການສະຫະປະຊາຊາດ ທ່ານນາງ ລິນດາ ທອມມັສ-ກຣິນຟຽວ ໄດ້ກ່າວຕໍ່ສະພາດັ່ງກ່າວ ພາຍຫຼັງການລົງຄະແນນສຽງ.

ມະຕິດັ່ງກ່າວນີ້ ເປັນທີ່ຍິນດີກັບຂໍ້ສະເໜີຂອງການຢຸດຍິງສະບັບໃໝ່ທີ່ລະບຸວ່າ ອິສຣາແອລ ໄດ້ຍອມຮັບເອົາ, ແລ້ວຮຽກຮ້ອງຕໍ່ກຸ່ມຮາມາສ ໃຫ້ຕົກລົງຕໍ່ຂໍ້ສະເໜີ ແລະ “ຊຸກຍູ້ໃຫ້ທັງສອງຝ່າຍຈັດຕັ້ງປະຕິບັດຕາມຂໍ້ກຳນົດທັງຫຼາຍຢ່າງເຕັມສ່ວນ ໂດຍບໍ່ໃຫ້ຊັກຊ້າ ແລະບໍ່ມີເງື່ອນໄຂໃດໆ.”

ອາລຈີເຣຍ ເປັນສະມາຊິກຂອງປະເທດອາຣັບພຽງປະເທດດຽວຢູ່ໃນສະພາ, ກໍໄດ້ສະໜັບສະໜູນຍັດຕິດັ່ງກ່າວ ເພາະວ່າ “ພວກເຮົາເຊື່ອວ່າ ມັນສາມາດສະແດງເຖິງບາດກ້າວໄປສູ່ການຢຸດຍິງໃນທັນທີ ແລະຢືນຍົງ,” ເອກອັກຄະລັດຖະທູດອາລຈີເຣຍປະຈຳອົງການສະຫະປະຊາຊາດ ທ່ານອາມາຣ ເບັນຈາມາ ໄດ້ກ່າວຕໍ່ສະພາຄວາມໝັ້ນຄົງ.

The U.N. Security Council added its voice Monday to calls for Hamas and Israel to implement a permanent cease-fire deal and hostage release in Gaza.

"Colleagues, today we voted for peace," U.S. Ambassador to the United Nations Linda Thomas-Greenfield told council members following the 14-0 vote in favor of a U.S.-drafted resolution supporting the cease-fire proposal. Russia abstained.

She said the plan is the best and only way to bring about a durable end to the 8-month-old war, which began with Hamas' terror attack inside Israel on October 7.

"There is an opportunity to chart a different course," Thomas-Greenfield said. "Hamas must take it."

Russia questioned whether Israel has indeed signed up to it and said there have not been enough details about the cease-fire proposal for the council to give its blessing.

U.S. Ambassador to the U.N. Linda Thomas-Greenfield votes during a U.N. Security Council vote on a resolution for a cease-fire between Israel and Palestinian militants Hamas in the Gaza Strip, at U.N. headquarters in New York City, June 10, 2024.
U.S. Ambassador to the U.N. Linda Thomas-Greenfield votes during a U.N. Security Council vote on a resolution for a cease-fire between Israel and Palestinian militants Hamas in the Gaza Strip, at U.N. headquarters in New York City, June 10, 2024.

"The Security Council should not sign up to agreements with vague parameters," Russian envoy Vassily Nebenzia said.

Blinken calls on Hamas to accept cease-fire deal
please wait

No media source currently available

0:00 0:02:07 0:00

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG