ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສະຫະລັດ ໃຫ້ທຶນການສຶກສາ ແກ່ພວກນັກສຶກສາກົດໝາຍເພດຍິງ


ເອກອັກຄະລັດຖະທູດ ສຫລ ປະຈຳ ສປປ ລາວ ດຣ. ປີເຕີ ເຮມ໋ອນ ມອບທຶນການສຶກສາ ໃຫ້ນັກສຶກສາກົດໝາຍເພດຍິງ ທີ່ຮຽນຈົບ 18 ຄົນ ໃນພິທີຈັດຂຶ້ນທີ່ນະຄອນຫຼວງວຽງຈັນ.
ເອກອັກຄະລັດຖະທູດ ສຫລ ປະຈຳ ສປປ ລາວ ດຣ. ປີເຕີ ເຮມ໋ອນ ມອບທຶນການສຶກສາ ໃຫ້ນັກສຶກສາກົດໝາຍເພດຍິງ ທີ່ຮຽນຈົບ 18 ຄົນ ໃນພິທີຈັດຂຶ້ນທີ່ນະຄອນຫຼວງວຽງຈັນ.

ເອກອັກຄະລັດຖະທູດປະເທດສະຫະລັດອາເມຣິກາ ປະຈໍາ ສປປ ລາວ ທ່ານ ປອ ປີເຕີ ເຮມ໋ອນ ໄດ້ມອບທຶນການສຶກສາໃຫ້ແກ່ນັກສຶກສາກົດໝາຍເພດຍິງ ຈໍານວນ 18 ຄົນ ທີ່ພິທີມອບ-ຮັບຢູ່ນະຄອນຫລວງວຽງຈັນ ໃນວັນທີ 15 ທັນ ວາ ເພື່ອສຶກສາຕໍ່ຫຼັກສູດຝຶກອົບຮົມວິຊາຊີບ 1 ປີທີ່ສະຖາບັນຍຸຕິທໍາແຫ່ງຊາດ. ພິທີດັ່ງກ່າວ ຈັດຂຶ້ນທີ່ ສຍຊ ໂດຍການເປັນກຽດເຂົ້າຮ່ວມ ເປັນສັກຂີພະຍານ ຂອງທ່ານບຸນສະຫວາດ ບຸບຜາ ຮອງລັດຖະມົນຕີກະຊວງຍຸຕິທໍາ ທ່ານບຸນຕາ ສ. ພາບມີໄຊ ຫົວໜ້າກົມ ສຍຊ ແລະ ແຂກຖືກເຊີນຫຼາຍກວ່າ 50 ທ່ານ ທີ່ມາຈາກ ສຍຊ ກະຊວງຍຸຕິທໍາ ສະຖານທູດສະຫະລັດ ບໍລິສັດກົດໝາຍ ແລະ ຄູ່ຮ່ວມພັດທະນາອື່ນໆ ເຊິ່ງສະແດງໃຫ້ເຫັນເຖິງການສືບຕໍ່ ການສະໜັບສະໜູນຂອງສະຫະລັດອາເມຣິກາຕໍ່ລັດຖະບານ ສປປ ລາວ ໃນຂົງເຂດການຄຸ້ມຄອງລັດຄຸ້ມຄອງສັງຄົມດ້ວຍກົດໝາຍ.

ທຶນການສຶກສາດັ່ງກ່າວ ສະໜັບສະໜູນໂດຍ ອົງການພັດທະນາສາກົນປະເທດສະຫະລັດອາເມຣິກາ ຫຼື USAID ໂດຍຈະໃຫ້ການສະໜັບສະໜູນ ທາງດ້ານການເງິນແກ່ນັກສຶກສາຍິງເຫລົ່ານີ້ຕະຫລອດໄລຍະ 1 ປີ ໃນການເຂົ້າຮ່ວມຝຶກອົບຮົມວິຊາຊີບກົດໝາຍທີ່ ສຍຊ ຊຶ່ງເປັນໜຶ່ງໃນຂໍ້ກໍານົດສໍາລັບຜູ້ທີ່ຈົບການສຶກສາກົດໝາຍທີ່ຕ້ອງການເປັນຜູ້ພິພາກສາ ທະນາຍຄວາມ ແລະ ພະນັກງານໄອຍະການ. ທຶນການສຶກສານີ້ແມ່ນແນໃສ່ຊຸກຍູ້ໃຫ້ນັກສຶກສາເພດຍິງທີ່ຮຽນຈົບກົດ ໝາຍ ສຶບຕໍ່ປະກອບອາຊີບເຫຼົ່ານີ້ ຫຼາຍຂຶ້ນ ທັງນີ້ ເພື່ອເປັນການເພີ່ມຈໍານວນແມ່ຍິງ ທີ່ເຮັດວຽກຢູ່ໃນຂົງເຂດວິຊາຊີບນີ້.

ທ່ານເອກອັກຄະລັດຖະທູດ ເຮມອນ ກ່າວວ່າ “ແຜນງານນີ້ໄດ້ສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງສະຫະລັດອາເມຣິກາ ພາຍໃຕ້ການຮ່ວມມືລະຫວ່າງສະຫະລັດອາເມຣິກາ ແລະ ສປປ ລາວ ເພື່ອຊ່ວຍລັດຖະບານ ສປປ ລາວ ໃນການສ້າງປະເທດໃຫ້ກາຍເປັນປະເທດຄຸ້ມຄອງລັດຄຸ້ມຄອງສັງຄົມດ້ວຍກົດໝາຍ ດ້ວຍການຊ່ວຍໃຫ້ປະຊາຊົນລາວເຂົ້າເຖິງຄວາມຍຸຕິທຳໃຫ້ຫຼາຍຂຶ້ນ. ສະຫະລັດອາເມຣິກາ ພາກພູມໃຈ ທີ່ຈະສືບຕໍ່ຊ່ວຍເຫຼືອ ສປປ ລາວ ໃຫ້ບັນລຸເປົ້າໝາຍ ເພື່ອກາຍເປັນສະມາຊິກອາຊຽນ ທີ່ມີຄວາມເຂັ້ມແຂງ ໝັ້ນຄົງ ແລະວັດທະນະຖາວອນ.

ທຶນການສຶກສານີ້ ເປັນສ່ວນໜຶ່ງໃນກິດຈະກໍາ ພາຍໃຕ້ແຜນງານຊ່ວຍເຫຼືອທາງດ້ານກົດໝາຍ ທີ່ໄດ້ຮັບທຶນໂດຍຜ່ານອົງການພັດທະນາສາກົນຂອງສະຫະລັດອາເມຣິກາ ແລະ ຈັດຕັ້ງປະຕິບັດໂດຍມູນນິທິເອເຊຍ. ແຜນງານການຊ່ວຍເຫຼືອທາງດ້ານກົດໝາຍ ໄດ້ຊ່ວຍພັດທະນາເປົ້າໝາຍຂອງ ສປປ ລາວ ດັ່ງທີ່ໄດ້ອະ ທິບາຍໄວ້ ໃນແຜນແມ່ບົດ ການສ້າງລັດແຫ່ງກົດໝາຍ ເພື່ອກາຍເປັນລັດທີ່ຄຸ້ມຄອງລັດຄຸ້ມຄອງສັງຄົມດ້ວຍກົດໝາຍ. ສະຫະລັດອາເມຣິກາ ຍັງໄດ້ຮ່ວມມືກັບ ສປປ ລາວ ໃນຫຼາຍຂົງເຂດ ເພື່ອຍົກລະດັບ ດ້ານສຸຂະພາບ ແລະ ໂພຊະນາການ ສ້າງເງື່ອນໄຂທາງການຄ້າ ແລະການລົງທຶນ ຊ່ວຍເຫຼືອກຸ່ມຄົນທີ່ມີຄວາມສ່ຽງ ແລະ ການຕ້ານອາຊະຍາກຳຂ້າມຊາດ.

VIENTIANE, LAO PDR—U.S. Ambassador to Laos Dr. Peter M. Haymond presented scholarships to 18 female law graduates at a ceremony in Vientiane Capital on December 15 to attend a year-long professional legal training course at the National Institute of Justice (NIJ). The event, held at the NIJ and attended by Vice Minister of Justice Mr. Bounsavath Boupha, Director General of the National Institute of Justice Mr. Bounta S.Phabmixay and more than 50 other representatives from the NIJ, Ministry of Justice, U.S. Embassy, private law firms, and development partners, demonstrates the United States’ continued support to the Lao PDR’s justice sector and the Lao government’s work to build a rule of law state.

These scholarships, funded through the U.S. Agency for International Development (USAID), will provide financial support to help these women complete a year-long professional legal training course at the NIJ, which is a requirement for law graduates to become certified judges, lawyers or prosecutors. The scholarships are aimed at encouraging more female law graduates to pursue these careers.

“This project demonstrates the United States’ determination, under the U.S.-Lao Comprehensive Partnership, to further improve the rule of law in the Lao PDR through increasing access to justice for all Lao people,” said Ambassador Haymond. “The United States is proud to support the Lao PDR’s work in the justice sector and goal to develop into a stronger and more prosperous member of ASEAN.”

These scholarships are part of the work under the Legal Aid Support project, funded by the United States through USAID and implemented by the Asia Foundation. The Legal Aid Support project helps advance the goals of the Lao PDR, as described in the Legal Sector Master Plan, to become a rule-of-law state. The United States partners with the Lao PDR on a wide range of activities to improve health and education, facilitate trade and investment, assist vulnerable populations, and counter transnational crime.

XS
SM
MD
LG