ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນດາໄອຍະການ ສະຫະລັດ ຄາດວ່າ ຈະຕັ້ງຂໍ້ຫາຕໍ່ພວກກໍ່ຈະລາຈົນ ຫຼາຍຮ້ອຍຄົນ ຢູ່ລັດຖະສະພາ


ຊາຍຄົນນຶ່ງນັ່ງຢູ່ບ່ອນນັ່ງ ໂດຍໃສ່ເສື້ອກັກຂອງຕຳຫຼວດ ແລະມີໂລ້ກຳບັງ ຫຼັງຈາກພວກສະໜັບສະໜຸນ ປະທານາທິບໍດີ ດໍໂນລ ທຣຳ ໄດ້ເຂົ້າຍຶດຄອງລັດຖະສະພາ ໃນນະຄອນຫຼວງວໍຊິງຕັນ, ວັນທີ 6 ມັງກອນ 2021.
ຊາຍຄົນນຶ່ງນັ່ງຢູ່ບ່ອນນັ່ງ ໂດຍໃສ່ເສື້ອກັກຂອງຕຳຫຼວດ ແລະມີໂລ້ກຳບັງ ຫຼັງຈາກພວກສະໜັບສະໜຸນ ປະທານາທິບໍດີ ດໍໂນລ ທຣຳ ໄດ້ເຂົ້າຍຶດຄອງລັດຖະສະພາ ໃນນະຄອນຫຼວງວໍຊິງຕັນ, ວັນທີ 6 ມັງກອນ 2021.

ບັນດາໄອຍະການສະຫະລັດ ກ່າວວ່າ ພວກເຂົາເຈົ້າໄດ້ລະບຸໂຕ ຫຼາຍກວ່າ 170 ຄົນ ທີ່ເປັນໄປໄດ້ສູງເພື່ອຕັ້ງຂໍ້ຫາທາງອາຍາ ໃນການມີສ່ວນກ່ຽວຂ້ອງກັບການບຸກເຂົ້າໄປລັດຖະສະພາສະຫະລັດ ເມື່ອວັນທີ 6 ມັງກອນ ແລະພວກເຂົາເຈົ້າ ຄາດວ່າ ຈຳນວນນັ້ນຈະສູງຂຶ້ນຕື່ມເປັນຫຼາຍຮ້ອຍໃນສອງສາມອາທິດຈະມາເຖິງນີ້ ໃນຂະນະທີ່ການຕາມລ່າທົ່ວປະເທດ ຫາພວກກໍ່ຈະລາຈົນ ທີ່ສະໜັບສະໜຸນທ່ານທຣຳ ຍັງດຳເນີນຕໍ່ໄປ.

ທ່ານໄມເກີລ ເຊີຣວິນ ຮັກສາການ ຫົວໜ້າສຳນັກງານໄອຍະການ ປະຈຳເຂດນະຄອນຫຼວງວໍຊິງຕັນ ດີຊີ ໄດ້ກ່າວຕໍ່ບັນດານັກຂ່າວໃນວັນອັງຄານຜ່ານມາວ່າ ຫຼາຍກວ່າ 170 ຄົນ ໄດ້ຖືກແຈ້ງຂໍ້ຫາ ນັບແຕ່ມີການໂຈມຕີຮ້າຍແຮງຂອງພວກສະໜັບສະໜຸນປະທານາທິບໍດີ ດໍໂນລ ທຣຳ ໂດຍທີ່ບັນດາໄອຍະການ ກຳລັງພິຈາລະນາຈະຕັ້ງຂໍ້ຫາອື່ນໆ ຕໍ່ຢ່າງໜ້ອຍອີກ 100 ຄົນ.

ທ່ານເຊີຣວິນ ໄດ້ກ່າວໃນລະຫວ່າງກອງປະຊຸມຖະແຫລງຂ່າວ ຢູ່ທີ່ກະຊວງຍຸຕິທຳ ວ່າ “ຈຳນວນອັນນັ້ນ ຂ້າພະເຈົ້າສົງໄສວ່າ ຈະມີເພີ້ມຂຶ້ນອີກຫຼາຍຮ້ອຍ.”

ຄວາມພະຍາຍາມໃນການສືບສວນສອບສວນການກໍ່ຈະລາຈົນ ແລະການຕິດ ຕາມຫາພວກທີ່ຮັບຜິດຊອບໝົດທຸກຄົນນັ້ນ ແມ່ນເປັນໄປໄດ້ສູງທີ່ຈະແກ່ຍາວອອກໄປຫຼາຍເດືອນ ຫຼືບໍ່ກໍດົນກວ່ານັ້ນ ດັ່ງທີ່ທ່ານເຊີຣວິນໄດ້ກ່າວໄປ ຜູ້ທີ່ກຳ ກັບນຳການກວດສອບນີ້.

ທ່ານກ່າວອີກວ່າ “ອັນນີ້ເປັນການສືບສວນໃນໄລຍະຍາວ ໝົດທຸກຄົນເຮັດວຽກຮ່ວມກັນເປັນເວລາດົນນານ.”

ການໂຈມຕີດັ່ງກ່າວ ຊຶ່ງໄດ້ເຮັດໃຫ້ 5 ຄົນເສຍຊີວິດ ໂດຍລວມມີ ເຈົ້າໜ້າທີ່ຕຳ ຫຼວດລັດຖະສະພາຄົນນຶ່ງ ແລະຜູ້ສະໜັບສະໜຸນທ່ານທຣຳຄົນນຶ່ງທີ່ຖືກຂ້າຕາຍ ໂດຍຕຳຫຼວດ ຈຶ່ງນຳໄປສູ່ການຊຸກຍູ້ ໃຫ້ບັນດາສະມາຊິກສະພາຂອງພັກເດໂມແຄຣັດໃນສະພາຕຳ ຟ້ອງຮ້ອງຕໍ່ທ່ານທຣຳ ສຳລັບການປຸກລະດົມໃຫ້ກໍ່ຄວາມຮຸນແຮງ ໂດຍຊັກຊວນໃຫ້ພວກສະໜັບສະໜຸນຂອງທ່ານ ເດີນຂະບວນໄປຍັງລັດຖະສະພາ. ບັນດາສະມາຊິກສະພາຕ່ຳ ໄດ້ລົງຄະແນນສຽງກ່ຽວກັບມາດຕານຶ່ງຂອງການຟ້ອງຮ້ອງໃນວັນພຸດວານນີ້ ເຮັດໃຫ້ທ່ານທຣຳ ເປັນປະທານາທິບໍດີຂອງອາເມຣິກາພຽງຄົນດຽວ ທີ່ໄດ້ຖືກຟ້ອງຮ້ອງສອງເທື່ອ.

ຜູ້ນຳພັກເດໂມແຄຣັດຂອງສະພາສູງ ທ່ານຊັກ ຊູມເມີຣ ໄດ້ກ່າວໃນວັນອັງຄານຜ່ານມາວ່າ ຈຳພວກຜູ້ທີ່ໄດ້ເຂົ້າຮ່ວມໃນກຸ່ມພວກອັນຕະພານນັ້ນ ເປັນໄພຂົ່ມຂູ່ຕໍ່ຄວາມໝັ້ນຄົງແຫ່ງຊາດ ແລະຄວນຖືກນຳເອົາຊື່ລົງໃນບັນຊີຫ້າມບິນຂອງລັດ ຖະບານກາງ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG