ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສຫລ ກົດດັນໃຫ້ຈີນ ເປີດເຜີຍລາຍງານ ຢ່າງຄົບຖ້ວນ ກ່ຽວກັບ ການປາບປາມ ການປະທ້ວງ ທຽນອັ່ນເໝິນ ໃນປີ 1989


ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ໄມຄ໌ ພອມພຽວ ພົບກັບທ່ານ ຫວັງ ດານ, ທ່ານ ຊູ ສຽວກັງ, ທ່ານນາງ ຫຼຽນ ລີ, ທ່ານ ເຮັນຣີ ລີ ແລະ ຜູ້ນຳນັກສຶກສາຄົນອື່ນໆ ແລະ ຜູ້ລອດຊີວິດ ຈາກການປະທ້ວງ ທີ່ຈະຕຸລັດ ທຽນອັ່ນເໝິນ. 2 ມິຖຸນາ, 2020. (Mike Pompeo, Twitter)
ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ໄມຄ໌ ພອມພຽວ ພົບກັບທ່ານ ຫວັງ ດານ, ທ່ານ ຊູ ສຽວກັງ, ທ່ານນາງ ຫຼຽນ ລີ, ທ່ານ ເຮັນຣີ ລີ ແລະ ຜູ້ນຳນັກສຶກສາຄົນອື່ນໆ ແລະ ຜູ້ລອດຊີວິດ ຈາກການປະທ້ວງ ທີ່ຈະຕຸລັດ ທຽນອັ່ນເໝິນ. 2 ມິຖຸນາ, 2020. (Mike Pompeo, Twitter)

ສະຫະລັດ ໄດ້ລະນຶກເຖິງວັນຄົບຮອບຂອງການປາບປາມຜູ້ປະທ້ວງສະໜັບສະໜູນປະຊາທິປະໄຕ ທີ່ຮ້າຍແຮງຂອງຈີນ ໃນປີ 1989 ຢູ່ຈະຕຸລັດທຽນອັ່ນເໝິນ ດ້ວຍການຮຽກຮ້ອງຊໍ້າແລ້ວຊໍ້າອີກສຳ ລັບ “ການລາຍງານຢ່າງຄົບຖ້ວນ ແລະ ເປີດເຜີຍ ກ່ຽວກັບ ຜູ້ທີ່ຖືກຂ້າຕາຍ ຫຼື ຫາຍສາບສູນ.”

ໃນວັນອັງຄານທີ່ຜ່ານມານີ້, ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານໄມຄ໌ ພອມພຽວ ໄດ້ພົບປະກັບທ່ານ ຫວັງ ດານ, ທ່ານ ຊູ ສຽວກັງ, ທ່ານນາງ ຫຼຽນ ລີ, ທ່ານ ເຮັນຣີ ລີ ແລະ ຜູ້ນຳນັກສຶກສາຄົນອື່ນໆ ແລະ ຜູ້ລອດຊີວິດຂອງ ການປະທ້ວງທີ່ຖືກປາບປາບຢ່າງໂຫດຮ້າຍ ໂດຍພັກຄອມມູນິສ ຈີນ ໃນວັນທີ 4 ມິຖຸນາ 1989.

ໂຄສົກກະຊວງການຕ່າງປະເທດ ທ່ານນາງມໍແກນ ອໍຕາກຸສ ໄດ້ກ່າວໃນຖະ ແຫຼງການສະບັບນຶ່ງໃນວັນພຸດວານນີ້ວ່າ “31 ປີຕໍ່ມາ, ຈຳນວນທັງໝົດຂອງຜູ້ ປະທ້ວງ ທີ່ຫາຍສາບສູນ ຫຼື ເສຍຊີວິດແມ່ນຍັງບໍ່ມີໃຜຮູ້ຈັກ. ພວກເຮົາຂໍກ່າວ ຢໍ້າ ເຖິງການຮຽກຮ້ອງຂອງພວກເຮົາ ສຳລັບການລາຍງານຢ່າງຄົບຖ້ວນ ແລະ ເປີດເຜີຍ ກ່ຽວກັບ ຜູ້ທີ່ຖືກຂ້າຕາຍ ຫຼື ຫາຍສາບສູນນັ້ນ.”

ການປະທ້ວງສະໜັບສະໜູນປະຊາທິປະໄຕ ທີ່ນຳໜ້າໂດຍນັກສຶກສາໃນຈະຕຸ ລັດທຽນອັ່ນເໝິນ ຂອງ ປັກກິ່ງ ໄດ້ເລີ່ມຂຶ້ນໃນວັນທີ 15 ເມສາ 1989 ລຸນ ຫຼັງການເສຍຊີວິດຂອງທ່ານ ຢາວບັງ, ອະ ດີດຜູ້ນຳພັກຄອມມູນິສ ຈີນ, ຜູ້ທີ່ ໄດ້ເຮັດວຽກເພື່ອນຳສະເໜີການປະຕິຮູບປະຊາທິປະໄຕໃນ ຈີນ. ການປະທ້ວງ ດັ່ງກ່າວ, ເຊິ່ງໄດ້ດຳເນີນໄປຕະຫຼອດລະດູບານໃໝ່ນັ້ນ, ໄດ້ເພັ່ງເລັງໃສ່ການສໍ້ລາດບັງຫຼວງໃນບັນ ດາຜູ້ມີອິດທິພົນຂອງຈີນ ໃນຂະນະທີ່ ຜູ້ປະທ້ວງໄດ້ຮຽກຮ້ອງ ໃຫ້ມີການປະຕິຮູບປະຊາທິປະໄຕ, ມີຄວາມຍຸຕິທຳກວ່າ ເກົ່າ ແລະ ສັງຄົມທີ່ເປີດກວ້າງກວ່າກົ່າ.

ທ່ານນາງອໍຕາກຸສ ໄດ້ກ່າວວ່າ “ສະຫະລັດ ຈະສືບຕໍ່ຍົກຍ້ອງຄວາມປາຖະໜາ ຂອງເຂົາເຈົ້າ, ແລະ ປະຊາຊົນອາເມຣິກັນ ຈະຢືນຄຽງຂ້າງກັບຄອບຄົວທີ່ຍັງ ໂສກເສົ້າເສຍໃຈກັບການສູນເສຍຄົນຮັກຂອງເຂົາເຈົ້າ, ລວມທັງແມ່ ທຽນອັ່ນ ເໝິນ ທີ່ກ້າຫານ ຜູ້ທີ່ບໍ່ເຄີຍຢຸດ ຊອກຫາຄວາມຍຸຕິທຳ ໃນການຕາຍຂອງລູກ ຂອງເຂົາເຈົ້າ, ເຖິງແມ່ນຈະມີຄວາມລຳບາກຢ່າງຍິ່ງ ແລະມີຄວາມສ່ຽງກໍຕາມ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG