ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທ່ານ Obama ກັບທ່ານ Romney ໂຕ້ວາທີ ຄັ້ງທໍາອິດ (ສະໄລດ໌ກັບວີດີໂອ)


ການໂຕ້ວາທີກັນເທື່ອທໍາອິດຂອງການໂຄສະນາຫາສຽງເລືອກ
ຕັ້ງປະທານາ ທິບໍດີສະຫະລັດປີ 2012 ປະກົດວ່າ ຜູ້ທ້າຊິງພັກ
ຣີພັບບລິກັນ ທ່ານມິດ ຣອມນີ ໄດ້ໂຕ້ຄາລົມຢ່າງຫ້າວຫັນກັບ
ປະທານາທິບໍດີຢູ່ໃນຕໍາແໜ່ງ ທ່ານບາຣັກ ໂອບາມາ ກ່ຽວກັບ
ເລຶ່ອງເສດຖະກິດ ການຮັກສາສຸຂະພາບ ການສຶກສາ ແລະ
ບົດບາດຂອງລັດຖະບານ.

ທ່ານຣອມນີ ອະດີດຜູ້ປົກຄອງລັດ Massachusetts ກ່າວວ່າ
ວິທີການ ເກັບພາສີສູງ ແລະການໃຊ້ຈ່າຍເງິນຫລາຍຂອງລັດຖະ
ບານຂອງທ່ານໂອບາມານັ້ນ ແມ່ນຈະສ້າງຄວາມເດືອດຮ້ອນ
ໃຫ້ແກ່ເສດຖະກິດຂອງອະເມຣິກາ ແລະເຮັດໃຫ້ການຂາດດຸນ
ງົບປະມານລັດຖະບານກາງ ຮ້າຍແຮງລົງໄປຕື່ມອີກ.

“ສະນັ້ນພວກເຮົາຈະແກ້ໄຂວິທີໃດ ເລຶ່ອງການຂາດດຸນ
ງົບປະມານນັ້ນ?ໃນດ້ານການຄິດໄລ່ແລ້ວ ມີສາມວິທີດ້ວຍກັນ ທີ່ພວກເຮົາສາມາດ
ຕັດການຂາດດຸນງົບປະມານລົງໄດ້. ວິທີນຶ່ງ ແນ່ນອນ ຄືການຂຶ້ນພາສີ ສອງ ກໍຄືການ
ຕັດຄ້າໃຊ້ຈ່າຍລົງແລະວິທີທີ່ສາມ ຄືການສ້າງຄວາມເຕີບໂຕໃຫ້ເສດຖະກິດ ເພາະວ່າ ຖ້າຫາກວ່າມີຫຼາຍໆຄົນມີວຽກເຮັດງານທໍາໃນສະພາວະເສດຖະກິດທີ່ກໍາລັງເຕີບໂຕ
ນັ້ນ ພວກທໍາງານທັງຫຼາຍກໍຈ່າຍຄ່າພາສີລາຍໄດ້ ແລະວິທີນັ້ນ ເຮົາກໍຈະເຮັດໄດ້ສໍາເລັດ. ທ່ານປະທານາທິບໍດີຢາກຂຶ້ນພາສີ ຂ້າພະເຈົ້າເຂົ້າໃຈດີ. ແຕ່ບັນຫາຂອງການຂຶ້ນພາສີ ກໍຄືມັນຈະເຮັດໃຫ້ອັດຕາການເຕີບໂຕຊັກຊ້າລົງໄປ ແລະວິທີນັ້ນ ພວກເຮົາແມ່ນຈະບໍ່ ສາມາດຕັດການຂາດດຸນລົງໄດ້.”



ທ່ານຣອມນີ ກ່າວອີກວ່າ ຊາວອະເມຣິກັນທີ່ມີລາຍໄດ້ປານກາງ ແມ່ນຖືກ ຝັງ ແລະຖືກບີບບີ້
ພາຍໃຕ້ອັດຕາການເສຍພາສີສູງແລະອັດຕາການເກັບ ພາສີຕ້ອງຕໍ່າລົງ ທັງສຳຫຼັບບໍລິສັດ
ໃຫຍ່ໆທັງຫຼາຍ ແລະສຳຫຼັບສ່ວນບຸກ ຄົນ.

ແຕ່ທ່ານໂອບາມາ ໂຕ້ແຍ້ງວ່າ ແຜນການຕັດພາສີຂອງທ່ານຣອມນີນັ້ນ ສໍາລັບຊາວອາເມ
ຣິກັນຜູ້ຮັ່ງມີໂດຍສະເພາະນັ້ນ ແມ່ນຈະພາໃຫ້ມີການຕັດໂຄງການພາຍໃນປະເທດທີ່
ສໍາຄັນໆລົງ.

“ນີ້ຄືຄວາມສໍາຄັນຂອງງົບປະມານ ເພາະວ່າງົບປະມານສະທ້ອນເຖິງທາງເລືອກ
ສະນັ້ນ ເວລາທ່ານຣອມນີ ຊີ້ແຈງ ວ່າ ທ່ານຢາກຕັດພາສີ ແລະບຸກຄົນທີ່ອາດມີ
ສິດຈະໄດ້ຮັບຜົນປະໂຫຍດ ເຊັ່ນ ຂ້າພະເຈົ້າແລະທ່ານຣອມນີເອງນັ້ນ ແລະເພື່
ອຊົດເຊີຍການຕັດພາສີລົງນັ້ນ ພວກເຮົາກໍຈະຕ້ອງໄດ້ເລີ່ມຕັດລົງຢ່າງຫລວງ
ຫລາຍ ງົບປະມານສໍາລັບສະໜັບສະໜຸນການສຶກສາຂອງລັດຖະບານກາງ.
ນີ້ແຫລະ ຄືຄວາມແຕກຕ່າງ.”


Presidential Debate Brings Political Theater to Denver
please wait

No media source currently available

0:00 0:02:45 0:00
ລິງໂດຍກົງ
XS
SM
MD
LG