ປະທານາທິບໍດີ Barack Obama ກັບທ່ານ Mitt Romney ປະເຊີນໜ້າກັນ ໃນຄືນວັນພຸດ ທີ 3 ຕຸລາ ໃນການໂຕ້ວາທີ ເທື່ອທໍາອິດຂອງພວກທ່ານ. ການໂຕ້ວາທີຄັ້ງນີ້ ໄດ້ສຸມໃສ່ເລື່ອງ ສະພາບການດ້ານເສດຖະກິດຂອງຊາດ ອັນເປັນບັນຫາສໍາຄັນທີ່ສຸດ ຂອງການໂຄສະນາຫາສຽງເລືອກຕັ້ງ.
ການໂຕ້ວາທີຄັ້ງທໍາອິດ ຂອງການເລືອກຕັ້ງ ປີ 2012

໑
ນາງ Kim Li, ນັກສຶກສາປີສອງ ທີ່ມະຫາວິທະຍາໄລ Denver, ເບິ່ງການໂຕ້ວາທີຄັ້ງທໍາອິດ ລະຫວ່າງ ປະທານາທິບໍດີ Barack Obama ກັບທ່ານ Mitt Romney ຜູ້ທ້າແຂ່ງຈາກພັກຣີພັບບລິການຂອງທ່ານ, ທາງຈໍໃຫຍ່ ກາງແຈ້ງ ຢູ່ນອກຫ້ອງ auditorium ຂອງມະຫາວິທະຍາໄລ Denver ໃນເມືອງ Denver, ລັດ Colorado, ຄືນວັນທີ 3 ຕຸລາ 2012.

໒
ທ່ານ Mitt Romney ຜູ້ສະມັກເລືອກຕັ້ງປະທານາທິບໍດີຈາກພັກຣີພັບບລິກັນ, ຊ້າຍ, ຟັງປະທານາທິບໍດີ Barack Obama ຕອບຄໍາຖາມ ໃນລະຫວ່າງການໂຕ້ວາທີ່ເທື່ອທໍາອິດຂອງພວກທ່ານ ຢູ່ມະຫາວິທະຍາໄລ Denver, ວັນທີ 3 ຕຸລາ 2012.

໓
ປະທານາທິບໍດີ Barack Obama ຍິ້ມໃຫ້ຜູ້ຕັ້ງຄໍາຖາມ ທ່ານ Jim Lehrer ໃນລະຫວ່າງການໂຕ້ວາທີ ຄັ້ງທໍາອິດ ກັບທ່ານ Mitt Romney (3 ຕຸລາ 2012.)

໔
ທ່ານ Jim Lehrer ຜູ້ຕັ້ງຄໍາຖາມແລະຄວບຄຸມການໂຕ້ວາທີ ເວົ້າກັບຜູ້ຊົມ ກ່ອນການໂຕ້ວາທີເລີ້ມຂຶ້ນ.