ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ Biden ແລະທ່ານ Ryan ປະທະຄາລົມ ໃນການໂຕ້ວາທີ ທີ່ລັດ Kentucky (ວີດີໂອ)


ຮອງປະທານາທິບໍດີສະຫະລັດ ທ່ານ Joe Biden (ຊ້າຍ) ແລະຜູ້ສະມັກເປັນຮອງປະທານາທິບໍດີ ຂອງພັກຣີພັບບລີກັນ ສະມາຊິກສະພາຕໍ່າ Paul Ryan ຈາກລັດວິສຄອນຊິນ ພວມໂຕ້ວາທີກັນ ທີ່ເມືອງ Danville ລັດ Kentucky (11 ຕຸລາ 2012)
ຮອງປະທານາທິບໍດີສະຫະລັດ ທ່ານ Joe Biden (ຊ້າຍ) ແລະຜູ້ສະມັກເປັນຮອງປະທານາທິບໍດີ ຂອງພັກຣີພັບບລີກັນ ສະມາຊິກສະພາຕໍ່າ Paul Ryan ຈາກລັດວິສຄອນຊິນ ພວມໂຕ້ວາທີກັນ ທີ່ເມືອງ Danville ລັດ Kentucky (11 ຕຸລາ 2012)
ຮອງປະທານາທິບໍດີສະຫະລັດ ທ່ານ Joe Biden ແລະຜູ້ສະມັກ
ເປັນຮອງປະທານາທິບໍດີຂອງພັກຣີພັບບລີກັນ ທ່ານ Pau Ryan
ບໍ່ເຫັນພ້ອມນຳກັນ ເລີ້ມແຕ່ຕອນຕົ້ນໆ ແລະກໍຫຼາຍໆຄັ້ງກ່ຽວກັບ
ນະໂຍບາຍການຕ່າງປະເທດແລະນະໂຍບາຍເສດຖະກິດໃນລະ
ຫວ່າງການໂຕ້ວາທີ ທີ່ເຕັມໄປດ້ວຍ ການຖົກຖຽງ ແລະການລົບ
ກວນ ຢູ່ທີ່ຣັດ Kentucky ໃນຄືນວັນພະຫັດວານນີ້.

ນັບຕັ້ງແຕ່ຕອນເລີ້ມຕົ້ນຂອງການໂຕ້ວາທີເປັນເວລາ 90 ນາທີທີ່
ມີການຖ່າຍທອດສົດ ທາງໂທລະພາບ ທົ່ວປະເທດ ຜູ້ສະມັກທັງ
ສອງຕ່າງກໍໄດ້ຖົກຖຽງກັນແບບມີຊີວິດຊີວາກັບໄປກັບມາ.

ໃນການຊອກຫາຊ່ອງທາງ ເພື່ອໃຫ້ໄດ້ຮັບແຮງກະຕຸກຊຸກຍູ້ຄືນ
ໃໝ່ ຫຼັງຈາກປະທານາທິບໍດີບາຣັກ ໂອບາມາບໍ່ໄດ້ຮັບຄະແນນ ດີປານໃດໃນການໂຕ້ວາທີ ໃນສັບປະດາແລ້ວນີ້ ຮອງປະທານາທິບໍດີ Biden ກໍໄດ້ເລີ້ມ ທຳການກ່າວປ້ອງກັນຢ່າງແຂງຂັນຕໍ່ນະໂຍບາຍຂອງທຳນຽບຂາວ. ທ່ານໄດ້ຮຽກຮ້ອງໃຫ້ ສະມາຊິກສະພາຕໍ່າ Ryan ແລະສະມາຊິກສະພາຄົນອື່ນໆຂອງພັກຣີພັບບລີກັນ “ບໍ່ໃຫ້ ຂວາງທາງ” ແລະປ່ອຍໃຫ້ລັດຖະບານທ່ານໂອບາມາທຳການແກ້ໄຂຕໍ່ບັນຫາເສດຖະກິດ ທີ່ດຳເນີນໄປດ້ວຍຄວາມຊັກຊ້ານັ້ນ.

ທ່ານ Biden ເວົ້າວ່າ “ພວກເຂົາເຈົ້າໄດ້ເວົ້າເຖິງສະພາບເສດຖະກິດຕົກຕໍ່າຄັ້ງ ໃຫຍ່ນີ້ ຄືກັນກັບວ່າ ໂອ້! ມັນມາຈາກໃສ? ມັນມາຈາກການລົງຄະແນນສຽງຂອງ ຜູ້ຊາຍທ່ານນີ້ ເພື່ອເຮັດສົງຄາມຢູ່ສອງບ່ອນ ໂດຍໃຊ້ບັດສິນເຊື່ອ.”

ແຕ່ທ່ານ Ryan ໂຕ້ຄືນວ່າຫຼັງຈາກເກືອບສີ່ປີຜ່ານມາແລ້ວປະທານາທິບໍດີໂອບາມາແລະ ສະມາຊິກລັດຖະສະພາພັກເດໂມແຄຣັທ ແມ່ນເປັນຜູ້ຮັບຜິດຊອບຢ່າງເຕັມທີ່ ຕໍ່ສະພາບ ເສດຖະກິດທີ່ທ່ານເວົ້າວ່າ ປ່ອຍໃຫ້ 15% ຂອງຊາວອາເມຣິກັນດຳລົງຊີວິດຢູ່ດ້ວຍຄວາມ ທຸກຍາກ.

ຜູ້ສະມັກທັງສອງ ຍັງໄດ້ໂຕ້ແຍ້ງກ່ຽວກັບທ່າທີ ນະໂຍບາຍການຕ່າງປະເທດຂອງກັນແລະ
ກັນ ຊຶ່ງທ່ານ Biden ປະກາດວ່າ ທະຫານອາເມຣິກັນຈະຖອນອອກຈາກອັຟການິສຖານ ພາຍໃນປີ 2014 ແລະທ່ານ Ryan ເວົ້າວ່າ ການປະກາດ ແບບນີ້ກໍຄືກັນກັບຄວາມອ່ອນ ແອ.

ທ່ານ Ryan ເວົ້າວ່າ “ພວກເຮົາບໍ່ຕ້ອງການທີ່ຈະກະຈາຍຂ່າວ ໃຫ້ສັດຕູຂອງພວກ ເຮົາຮູ້ໂດຍການຕັ້ງວັນເວລາທີ່ແນ່ນອນຊຶ່ງພວກເຂົາຈະພາກັນລໍຖ້າແລະຫຼັງຈາກ ນັ້ນກໍກັບຄືນມາໃໝ່.”

ກ່ຽວກັບເລື່ອງຊີເຣຍນັ້ນ ທ່ານ Biden ໄດ້ກ່າວາຊົມເຊີຍການດຳເນີນງານຢ່າງລະມັດລະ ວັງຂອງລັດຖະບານທ່ານໂອບາມາ ຮ່ວມກັບບັນດາປະເທດພັນທະມິດຂອງສະຫະລັດໃນ ການກົດດັນໃຫ້ປະທານາທິບໍດີຊີເຣຍ ທ່ານ Bashar al-Assad ລົງຈາກອຳນາດ.

ສ່ວນທ່ານ Ryan ໄດ້ກ່າວຫາ ລັດຖະບານທ່ານໂອບາມາວ່າ ບໍ່ໄດ້ດຳເນີນມາດຕະການ ຫຍັງເລີຍຢູ່ໃນຊີເຣຍໂດຍເວົ້າວ່າ ມັນໄດ້ປ່ອຍໃຫ້ປະຊາຊົນຫຼາຍສິບພັນຄົນເສຍຊີວິດໃນ ບັນຫາຂັດແຍ້ງດັ່ງກ່າວທັງໆທີ່ໄດ້ມີຄວາມກົດດັນເພີ້ມຂຶ້ນຂອງນາໆຊາດເພື່ອໃຫ້ເອົາມາດ ຕະການ.

ກ່ຽວກັບເລື່ອງລີເບຍນັ້ນ ທ່ານ Ryan ໄດ້ກ່າວໂຈມຕີທຳນຽບຂາວ ທີ່ບໍ່ໄດ້ອະນຸມັດໃຫ້ມີ ການຮັກສາຄວາມປອດໄພຢ່າງພຽງພໍທີ່ເມືອງ Benghazi ບ່ອນທີ່ການໂຈມຕີໃນເດືອນ ແລ້ວນີ້ ໄດ້ສັງຫານເອກອັກຄະລັດຖະທູດສະຫະລັດ. ທ່ານເວົ້າວ່າ ລັດຖະບານທ່ານໂອ ບາມາຊ້າຫຼາຍ ໃນການຮັບຮູ້ວ່າມັນເປັນການໂຈມ ຕີຂອງພວກກໍ່ການຮ້າຍ.

ສ່ວນທ່ານ Biden ເອີ້ນການໂຈມຕີທີ່ເປັນເຫດໃຫ້ເອກອັກຄະລັດຖະທູດສະຫະລັດເສຍ ຊີວິດນັ້ນ ເປັນເລື່ອງທີ່ໜ້າເສົ້າສະຫຼົດໃຈ ໂດຍໃຫ້ຄຳໝັ້ນສັນຍາວ່າ ຄວາມຜິດພາດໃດໆ ກໍຕາມທີ່ໄດ້ເກີດຂຶ້ນແລ້ວນັ້ນ ມັນຈະບໍ່ເກີດຂຶ້ນຊໍ້າອີກ.

XS
SM
MD
LG