ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ Romney ມີຄະແນນນຳໜ້າ ໃນການຢັ່ງສຽງ ປະຊາຊົນ ທົ່ວປະເທດ


ທ່ານ Mitt Romney ຜູ້ສະມັກປະທານາທິບໍດີ ຂອງພັກຣີພັບບລີກັນ (2 ມີນາ 2012)
ທ່ານ Mitt Romney ຜູ້ສະມັກປະທານາທິບໍດີ ຂອງພັກຣີພັບບລີກັນ (2 ມີນາ 2012)

ຍັງພຽງ​ອີກ​ບໍ່​ເທົ່າ​ໃດ​ມື້ທໍ່​ນັ້ນ ກໍ​ຈະ​ຮອດ​ວັນປ່ອນ​ບັດ​ທີ່ສຳຄັນສຳລັບ​ບັນດາ​ຜູ້​ສະມັກ​ປະທານາ
ທິບໍດີ​ຂອງ​ພັກຣີພັບ​ບລີ​ກັນ ​ທີ່​ເອີ້ນກັນ​ວ່າ “Super Tuesday” ​ເວລາ 10 ລັດ ຈັດ​ໃຫ້​ມີ
ການແຂ່ງຂັນ ​ເພື່ອ​ແຕ່ງຕັ້ງຜູ້​ສະມັກ​ຂອງ​ພັກ ​ແລະ​ຜູ້​ໃດ​ມີ​ຄະ​ແນນສຽງ​ນຳ​ໜ້າ​ຢ່າງ​ຈະ​ແຈ້ງກໍ
ອາດ​ສາມາດ​ເປັນ​ທີ່​ຮູ້ຈັກ​ໄດ້.

ອະດີດ​ຜູ້​ປົກຄອງລັດ Massachusetts ທ່ານ Mitt Romney ມີ​ຄະ​ແນນ​ນຳໜ້າ​ໃນ​ການ
ຢັ່ງ​ຫາງ​ສຽງ​ປະຊາຊົນ​ໃນ​ທົ່ວ​ປະ​ເທດ ຂະນະ​ທີ່​ອະດີດ​ສະມາຊິກ​ສະພາ​ສູງສະຫະລັດ ທ່ານ
Rick Santorum ນຳ​ໜ້າ​ໃນ​ການ​ສຳ​ຫຼວດຫາງ​ສຽງ​ປະຊາ​ຊົນ​ທີ່​ລັດ​ Ohio ຊຶ່ງ​ເປັນ​ລັດ​ນຶ່ງ
ທີ່​ມີ​ຄວາມ​ສຳຄັນນັ້ນ.

ໃນ​ການ​ຢັ່ງ​ຫາງ​ສຽງ​ທົ່ວ​ປະ​ເທດ​ໂດຍ​ອົງການ Gallup ທີ່​ນຳ​ອອກ​ເຜີຍ​ແຜ່​ໃນ​ມື້ວັນ​ສຸກ​ວານ
ນີ້ທ່ານ Romney ​ໄດ້​ຮັບ​ຄະ​ແນນ​ສຽງ​ສະໜັບສະໜຸນ 35% ຂະນະ​ທີ່​ທ່ານ Santorum
ໄດ້​ຮັບ 24%. ສຳ​ຫຼັບຜູ້​ສະມັກ​ຄົນ​ອື່ນໆ​ນັ້ນ ກໍ​ມີ​ອະດີດປະທານ​ສະພາ​ຕໍ່າ​ສະຫະລັດ ທ່ານ
Newt Gingrich ​ແລະ​ສະມາຊິກ​ສະພາ​ຕໍ່າຈາກ​ລັດ​ເທັກ​ຊັສທ່ານ Ron Paul ຊຶ່ງ​ໄດ້​ຮັບ
ຄະແນນ​ສຽງ​ສະໜັບສະໜຸນ 15 ​ແລະ 11% ຕາມ​ລຳດັບ.

ແຕ່​ຢູ່​ທີ່​ລັດ Ohio ການ​ສຳ​ຫຼວດ ຂອງ​ສະ​ຖາ​ບັນ​ຢັ່ງ​ຫາງສຽງ​ປະຊາຊົນ ​ມະຫາວິທະຍາ​ໄລ
Quinnipiac ສະ​ແດງ​ໃຫ້​ເຫັນ​ວ່າທ່ານ Santorum ​ໄດ້​ຮັບ​ຄະ​ແນນສະໜັບສະໜຸນ 35%
ຈາກ​ສະມາຊິກ​ຂອງ​ພັກຣີພັບ​ບລີ​ກັນ ທີ່​ມີ​ທ່າ​ທາງ​ວ່າ​ຈະພາກັນ​ໄປ​ປ່ອນ​ບັດຢູ່​ໃນ​ລັດ​ດັ່ງກ່າວ
ຂະນະ​ທີ່​ທ່ານ Romney ​ໄດ້​ຮັບ 31%. ສ່ວນ​ທ່ານ Gingrich ຕິດ​ຕາມ​ມາ ​ເປັນອັນ​ດັບ
3 ​ໂດຍ​ໄດ້​ຮັບຄະ​ແນນ​ສຽງ 17% ​ແລະ​ທ່ານ Ron Paul ​ໄດ້​ຮັບ 12%.

ແຕ່​ແນວ​ໃດ​ກໍ​ຕາມ ​ໃນບັນດາຜູ້​ມີສິດ​ປ່ອນ​ບັດ​ທີ່​ສະ​ແດງ​ອອກ​ວ່າ ​ເຂົາ​ເຈົ້າມັກຜູ້ສະມັກ​ຄົນ
ໃດ​ນັ້ນ 34% ​ເວົ້າວ່າ ​ເຂົາ​ເຈົ້າອາດ​ຈະ​ປ່ຽນ​ໃຈ​ກ່ອນ​ການ​ປ່ອນ​ບັດ​ໃນ​ວັນ​ອັງຄາ​ນທີ 6 ມີ
ນາຈະ​ມານີ້ກໍ​ເປັນ​ໄດ້.

ສຳ​ຫຼັບລັດ​ວໍ​ຊິງ​ຕັນ ​ໃນ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ ຂອງ​ສະຫະລັດນັ້ນ ຈະ​ຈັດການ​ປະຊຸມ
ຄັດ​ເລືອກ​ຜູ້ຕາງໜ້າ​ຂອງ​ພັກ​ ຫຼື Caucuses ໃນ​ວັນ​ເສົາມື້ນີ້ 3 ມື້ ກ່ອນ​ການ​ປ່ອນ​ບັດ​
ຂອງຫຼາຍໆ​ລັດ​ທີ່​ເອີ້ນກັນ​ວ່າ Super Tuesday.

ຜູ້​ຊຶ່ງ​ໄດ້​ຮັບ​ໄຊຊະນະ​ໃນ​ທີ່​ສຸດ​ ຈາກການ​ແຂ່ງຂັນ​ເພື່ອ​ໃຫ້​ໄດ້​ຮັບການ​ແຕ່ງຕັ້ງເປັນ​ຜູ້​ສະມັກ​
ຂອງ​ພັກ​ຣີພັບ​ບລີ​ກັນທີ່​ມີ​ຄະ​ແນນ​ສຽງ ​ໃກ້​ຄຽງກັນນີ້ ຈະ​ປະ​ເຊີນໜ້າກັບ​ປະທາ​ນາ​ທິບໍດີ​ສະ
ຫະລັດ ທ່ານ​ບາຣັກ ​ໂອ​ບາ​ມາຈາກ​ພັກ​ເດ​ໂມ​ແຄຣັທ​ ໃນການ​ເລືອກ​ຕັ້ງປະທາ​ນາ​ທິບໍດີໃນ
ເດືອນ​ພະຈິກ​ປີນີ້.

XS
SM
MD
LG