ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ທ່ານ Romney ຮັບເອົາ ການແຕ່ງຕັ້ງ ຂອງພັກຣີພັບບລີກັນ (ສະໄລດ໌ກັບວີດີໂອ)


ທ່ານ Mitt Romney ໂບກມືໃຫ້ ຄະນະຜູ້ຕາງໜ້າລັດຕ່າງໆ ກ່ອນກ່າວຄຳປາໄສ ຕໍ່ກອງປະຊຸມຫຼວງ ຂອງພັກຣີພັບບລີກັນ (30 ສິງຫາ 2012)
ທ່ານ Mitt Romney ໂບກມືໃຫ້ ຄະນະຜູ້ຕາງໜ້າລັດຕ່າງໆ ກ່ອນກ່າວຄຳປາໄສ ຕໍ່ກອງປະຊຸມຫຼວງ ຂອງພັກຣີພັບບລີກັນ (30 ສິງຫາ 2012)
ທ່ານ Mitt Romney ຜູ້ສະມັກເປັນປະທານາທິບໍດີສະຫະລັດ
ຂອງພັກຣີພັບບລີກັນ ໄດ້ຮັບເອົາການແຕ່ງຕັ້ງ ຈາກພັກຂອງ
ທ່ານໂດຍໃຫ້ຄຳໝັ້ນສັນຍາວ່າ “ຈະຟື້ນຟູຄຳໝັ້ນສັນຍາຂອງ
ອາເມຣິກາ.”

ທ່ານ Romney ໄດ້ກ່າວຄຳປາໄສຕໍ່ກອງປະຊຸມຫຼວງຂອງພັກ
ຣີພັບບລີກັນ ແລະຕໍ່ຊາວອາເມຣິກັນຫຼາຍໆລ້ານຄົນທີ່ເບິ່ງໂທ
ລະພາບ ໃນຕອນແລງ ຂອງວັນພະຫັດວານນີ້. ທ່ານເວົ້າວ່າ
ທ່ານມີຄວາມປະສົງ ຢາກໃຫ້ປະທານາທິບໍດີບາຣັກ ໂອບາມາ
ປະສົບກັບຄວາມສຳເລັດຍ້ອນທ່ານຕ້ອງການໃຫ້ສະຫະລັດປະ
ສົບຄວາມສຳເລັດ. ແຕ່ທ່ານ Romney ກໍກ່າວວ່າ ແທນທີ່ຈະ
ເປັນຈັ່ງຊັ້ນ ຄຳໝັ້ນສັນຍາຂອງປະທານາທິບໍດີ ໄດ້ພາໃຫ້ມີ
ຄວາມ ຜິດຫວັງແລະມີການແບ່ງແຍກ ແລະຊາວອາເມຣິກັນ
ສົມຄວນທີ່ຈະໄດ້ຮັບດີໄປກວ່ານີ້.

ທ່ານ Romney ເວົ້າວ່າ “ປະທານາທິບໍດີຄົນນີ້ສາມາດບອກພວກເຮົາວ່າ ມັນເປັນ ຄວາມຜິດຂອງຜູ້ອື່ນ. ປະທານາທິບໍດີຄົນນີ້ສາມາດບອກພວກເຮົາວ່າ ໃນໄລຍະ ສີ່ປີຕໍ່ໜ້າ ທ່ານຈະເຮັດໃຫ້ມັນຖືກຕ້ອງ. ແຕ່ປະທານາທິບໍດີຄົນນີ້ບໍ່ສາມາດບອກ ພວກເຮົາວ່າ ພວກເຈົ້າມີການເປັນຢູ່ທີ່ຂຶ້ນໃນທຸກມື້ນີ້ ກວ່າເມື່ອສີ່ປີກ່ອນ ເວລາ ທ່ານເຂົ້າຮັບຕຳແໜ່ງ.”



ທ່ານ Romney ກ່າວວ່າ ຖ້າທ່ານຫາກຖືກເລືອກເປັນປະທານາທິບໍດີ ທ່ານຈະໃຊ້ແຜນ ການ 5 ຂັ້ນ ເພື່ອເຮັດໃຫ້ເສດຖະກິດຂະຫຍາຍຕົວແລະສ້າງວຽກເຮັດງານທຳ 12 ລ້ານ ໜ້າວຽກ.

ນອກນັ້ນ ທ່ານ Romney ຍັງໃຫ້ສັນຍາວ່າ ຈະດຳເນີນການແບບສະລັບຊັບຊ້ອນໜ້ອຍ ລົງແລະກ້າຫານຫຼາຍຂຶ້ນໃນການທູດຂອງໂລກ ພ້ອມໆກັບມີຄວາມຈົງຮັກພັກດີຫຼາຍຂຶ້ນ ຕໍ່ພັນທະມິດຂອງສະຫະລັດ ເຊັ່ນອິສຣາແອລ.

ຜູ້ສະມັກປະທານາທິບໍດີຂອງພັກຣີພັບບລີກັນໄດ້ຮຽກຮ້ອງແມ່ນກະທັງຕໍ່ພວກແມ່ຍິງທີ່ມີ ສິດປ່ອນບັດ ຊຶ່ງເປັນພວກທີ່ທ່ານປະສົບກັບບັນຫາດ້ວຍການກ່າວຊົມເຊີຍພວກຜູ້ນຳແມ່ ຍິງຂອງພັກຣີພັບບລີກັນທີ່ໄປຮ່ວມກອງປະຊຸມ ໂດຍຊີ້ໃຫ້ເຫັນວ່າ ໃນຂະນະທີ່ທ່ານເປັນ ຜູ້ປົກຄອງລັດນັ້ນ ທ່ານໄດ້ມີຮອງຜູ້ປົກຄອງລັດ ມີຫົວໜ້າທີ່ປຶກສາເປັນແມ່ຍິງ ແລະມີແມ່ ຍິງກຳຕຳແໜ່ງທີ່ສຳຄັນຕ່າງໆຫຼາຍກວ່າເຄິ່ງ.

ກອງປະຊຸມຫຼວງຂອງພັກຣີພັບບລີກັນໃນຄືນວານນີ້ ແມ່ນມີທັງການປະກົດໂຕຂອງພວກ ນັກກິລາໂອລິມປິກ ຮວມທັງນັກກິລາໂອລິມປິກທີ່ໄດ້ຮັບຫຼຽນຫ້າສະໄໝນາຍ Kim Rhode ຕະຫຼອດທັງດາລາຮູບເງົາແລະຜູ້ກຳກັບການສະແດງ Clint Eastwood. ຜູ້ຄົນ ໄດ້ພາກັນຫົວຢ່າງຟົດຟື້ນເວລາ ທ່ານ Eastwood ໄດ້ກ່າວເຖິງພວກນັກການເມືອງວ່າ ເປັນພະນັກງານຮັບໃຊ້ຂອງປະຊາຊົນ ທີ່ຈຳເປັນຕ້ອງໄດ້ປົດອອກ ເວລາພວກເຂົາເຈົ້າບໍ່ ເຮັດວຽກ.
XS
SM
MD
LG