Republicans have descended on Tampa, Florida, and nominated Mitt Romney as their candidate for president.
ຮວບຮວມພາບຕ່າງໆ ຈາກກອງປະຊຸມຫລວງປີ 2012 ຂອງພັກຣີພັບບລິກັນ

໑
ທ່ານ Mitt Romney, ທ່ານ Paul Ryan (ຂວາ) ແລະຜູ້ຈັດການຝ່າຍໂຄສະນາຫາສຽງ ທ່ານ Matt Rhoades (ຊ້າຍ) ຖ່າຍຮູບຮ່ວມກັນຢູ່ຂັ້ນໄດເວທີ ທີ່ກອງປະຊຸມຫລວງຂອງພັກ Republican ໃນເມືອງ Tampa, ລັດ Florida, ວັນທີ 30 ສິງຫາ 2012.

໒
ທ່ານ Mitt Romney ແລະທ່ານ Paul Ryan ທີ່ຖືກແຕ່ງຕັ້ງໃຫ້ສະໝັກເປັນຮອງປະທານາທິບໍດີ ໂບກມືໃຫ້ຄະນະຜູ້ແທນທີ່ມາຮ່ວມກອງປະຊຸມ ຫລັງຈາກກ່າວຄໍາປາໄສທີ່ກອງປະຊຸມ, ວັນທີ 30 ສິງຫາ 2012.

໓
ທ່ານ Mitt Romney ໂອບກອດພວກຫລານໆຂອງທ່ານ ຫລັງຈາກກ່າວຄໍາປາໄສ ຮັບເອົາການແຕ່ງຕັ້ງ ຂອງພັກ, ວັນທີ 30 ສິງຫາ 2012.

໔
ດາລາຮູບເງົາຊື່ດັງ Clint Eastwood ເວົ້າກັບຕັ່ງເປົ່າຢູ່ເທິງເວທີ ລະຫວ່າງທີ່ກ່າວຄໍາໄສ ຕໍ່ກອງປະຊຸມຫລວງ ຂອງພັກຣີພັບບລິກັນ ໃນຄໍ່າຄືນສຸດທ້າຍ, ວັນທີ 30 ສິງຫາ 2012.