ທ່ານ ຣິກ ແຊນທໍຣໍາ ຜູ້ຫວັງຄວ້າຕໍາແໜ່ງປະທານາທິບໍດີສະຫະລັດ ສັງກັດພັກຣີພັບ
ບລິກັນ ຊະນະການເລືອຕັ້ງຂັ້ນຕົ້ນເມື່ອວັນອັງຄານວານນີ້ ຢູ່ໃນສອງລັດທາງພາກໃຕ້
ຂອງສະຫະລັດ ຄືລັດ Alabama ແລະລັດ Mississippi ທີ່ສ້າງຄວາມເຂັ້ມແຂງໃຫ້ແກ່
ສະຖານະພາບຂອງທ່ານ ໃນຖານະຜູ້ເປັນທາງເລືອກສຳຫຼັບພວກອະນຸລັກນິຍົມແທນ
ທ່ານມິດ ຣອມນີ ຜູ້ຊື່ງມີຄະແນນນໍາໜ້າຢູ່ໃນຂະນະນີ້.
ທ່ານແຊນທໍຣໍາ ໄດ້ຮັບໄຊຊະນະຢ່າງຫວຸດຫວິດຢູ່ໃນລັດອະນຸລັກນິຍົມຈັດທັງສອງ ໂດຍ
ມີທ່ານ Newt Gingrich ໄດ້ຮັບຄະແນນເປັນທີສອງ ແລະທ່ານມິດຣອມນີ ໄດ້ທີ່ສາມ.
ທ່ານຣິກ ແຊນທໍຣໍາ ອະດີດສະມາຊິກສະພາສູງສະຫະລັດຈາກລັດເພນຊີລເວເນຍບອກ
ພວກສະໜັບສະໜຸນທ່ານວ່າ ການໂຄສະຫາສຽງຂອງທ່ານ ແມ່ນກ່ຽວກັບສາມັນຊົນທໍາ
ມະດາ ກໍາລັງພາກັນເຮັດໃນສິ່ງທີ່ພິເສດ.
ທ່ານ ແຊນທໍຣໍາ ກ່າວຕໍ່ໄປວ່າ ມັນເຖິງເວລາແລ້ວທີ່ພວກອະນຸລັກນິຍົມທັງຫລາຍຈະປຸ້ມ
ລຸມກັນ ເພື່ອເອົາຊະນະປະ ທານາທິບໍດີບາຣັກ ໂອບາມາ ສັງກັດພັກເດໂມແຄຣທ ໃນ
ການເລືອກຕັ້ງທົ່ວປະເທດໃນເດືອນພະຈິກທີ່ ຈະມາເຖິງນີ້.
ສ່ວນທ່ານ Gingrich ຊຶ່ງຫວັງວ່າ ຈະຊະນະຢ່າງໜ້ອຍນຶ່ງ ໃນສອງລັດ ເພື່ອປະຄັບປະ
ຄອງ ການສະມັກເປັນປະທານາທິບໍດີຂອງທ່ານຕໍ່ໄປ ແຕ່ອະດີດປະທານສະພາຕໍ່າທ່ານນີ້
ບອກພວກສະໜັບສະໜຸນທ່ານ ໃນຕອນເກືອບທ່ຽງຄືນທີ່ບ່ອນໂຮມຊຸມນຸມກັນທີ່ເມືອງ
Birmingham ລັດອາລາ ບາມາ ວ່າທ່ານຍັງຈະຢູ່ໃນການແຂ່ງຂັນຕໍ່ໄປ ໂດຍທີ່ທ່ານອະທິ
ບາຍຕົນເອງວ່າ ເປັນຜູ້ສະໝັກເລືອກຕັ້ງດີທີ່ສຸດ ທີ່ຈະສືບທອດມູນເຊື້ອອະນຸລັກນິຍົມ
ຂອງມື້ລາງອະດີດປະທານາທິບໍດີ Ronald Reagan ນັ້ນ.
ການປາໄຊຢູ່ໃນທັງສອງລັດພ້ອມກັນເປັນການເສຍທ່າອີກຄັ້ງນຶ່ງໃນການ ດຳເນີນຄວາມ
ພະຍາຍາມຂອງທ່ານຣອມນີ ທີ່ຈະເອົາຊະນະການສະໜັບສະໜຸນຈາກພວກຣີພັບບລິກັນ
ທີ່ມີຫົວອະນຸລັກນິຍົມແລະເຄັ່ງຄັດສາດສະ ໜາທີ່ສຸດ ຊຶ່ງເທົ່າເຖິງປັດຈຸບັນນີ້ໄດ້ຫັນໄປສະ
ໜັບສະໜຸນທ່ານແຊນທໍຣໍາ. ແຕ່ເຖິງແມ່ນຜົນການເລືອກຕັ້ງຂັ້ນຕົ້ນຂອງວັນອັງຄານ
ວານນີ້ຈະເປັນຢ່າງໃດກໍຕາມ ທ່ານ ຣອມນີ ອະດີດ ຜູ້ວ່າການລັດ ມາສຊາຈູເສດ ຍັງຄົງມີ
ຄະແນນນໍາໜ້າຢູ່ ຄືຜົນຈາກແຫລ່ງຂ່າວຫລາຍກະແສແຈ້ງວ່າທ່ານໄດ້ຮັບ ຄະແນນສຽງ
ຂອງພວກຜູ້ຕາງໜ້າ 400 ກວ່າສຽງ ຂອງຈໍານວນທີ່ຕ້ອງ ການ 1,144 ສຽງ ເພື່ອຈະ
ໄດ້ຮັບການແຕ່ງຕັ້ງ ໃຫ້ເປັນຜູ້ຕາງໜ້າຂອງພັກ.