ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ສ​ຫລ ປະຕິຍານວ່າ ຈະໃຫ້ເງິນ 90 ລ້ານໂດລາ ເພື່ອຮັບມື ກັບການຊື້ຂາຍສັດປ່າ ຜິດກົດໝາຍ


ບັນດານາຍທະຫານເຮືອ ກັບພວກເຈົ້າໜ້າທີ່ກົມປ່າໄມ້ໄທ
ພາກັນສະແດງໃຫ້ເບິ່ງ ຈຳພວກເສືອລາຍ ເສືອ​ດາວ ແລະລິ່ນ ທີ່ຖືກຂ້າ ແລະຍຶດມາໄດ້ ໃນເມືອງ ທາດພະນົມ ແຂວງນະຄອນ
ພະນົມ ທາງພາກຕາເວັນອອກສຽງເໜືອຂອງໄທ 29 ມັງກອນ
2008.
ບັນດານາຍທະຫານເຮືອ ກັບພວກເຈົ້າໜ້າທີ່ກົມປ່າໄມ້ໄທ ພາກັນສະແດງໃຫ້ເບິ່ງ ຈຳພວກເສືອລາຍ ເສືອ​ດາວ ແລະລິ່ນ ທີ່ຖືກຂ້າ ແລະຍຶດມາໄດ້ ໃນເມືອງ ທາດພະນົມ ແຂວງນະຄອນ ພະນົມ ທາງພາກຕາເວັນອອກສຽງເໜືອຂອງໄທ 29 ມັງກອນ 2008.

ທັງສະຫະລັດ ແລະອີກຫຼາຍໆສິບປະເທດ ຕ່າງກໍພາກັນປະຕິຍານວ່າ ຈະປະຕິບັດ
ງານຮ່ວມກັນ ເພື່ອພະຍາຍາມຮັບມືກັບການຊື້ຂາຍສັດປ່າທີ່​ຜິດ​ກົດໝາຍ ທັງຈະ
ຖືວ່າ ມັນເປັນອາດຊະຍາກຳທີ່ຮ້າຍກາດ ລຸນຫຼັງກອງປະຊຸມທີ່ນະ ຄອນຫຼວງລອນ
ດອນ. ການຊື້ຂາຍສັດປ່າ ທີ່ພວມໄດ້ຮັບອັນຕະລາຍ ເຊັ່ນງາ ຊ້າງ ຈຳພວກນໍແຮດ
ແລະກະດູກເສືອ ມີມູນຄ່າ ປະມານ 17 ພັນລ້ານໂດລາ ໃນແຕ່ລະປີ ທັງຍັງໄດ້ເຮັດ
ໃຫ້ສັດຈຳພວກດັ່ງກ່າວເປັນຫຼາຍຮ້ອຍຊະນິດ ຕົກ ໄປສູ່ການສູນພັນ ຊຶ່ງ Henry
Ridgewell ໄດ້ລາຍງານມາຈາກກອງປະຊຸມ ດັ່ງກ່າວ ທີ່ ສາລີ ຈະນຳສະເໜີທ່ານ ໃນອັນດັບຕໍ່ໄປ.

ມື້ຝຶກຝົນອົບຮົມພວກເຈົ້າໜ້າທີ່ ຢູ່ໃນແນວໜ້າ ກໍມີພວກຍາມຊາຍ ແດນ ແລະພວກ
ເຈົ້າໜ້າທີ່ສັດປ່າ ຈາກເຄັນຢາ ແລະແທນຊາເນຍ ຊຶ່ງພວມ ໄດ້ຮັບການອົບຮົມ ໃຫ້ຮູ້
ບົ່ງບອກພາກສ່ວນຕ່າງໆຂອງສັດ ຊຶ່ງມັກຈະຖືກປອມແປງຊຸກເຊື່ອງ ໃສ່ໄວ້ໃນລົດ
ຂົນສົ່ງ ຫຼືລົດຊະນິດອື່ນໆ. ພວກສິ່ງຂອງເຫຼົ່ານີ້ ໄດ້ຖືກຍຶດ ໂດຍເຈົ້າໜ້າທີ່ຝ່າຍຊີວິດ
ສັດປ່າຂອງແຄນຍາ ຊຶ່ງວຽກງານດັ່ງກ່າວນີ້ ຍັງມີໄວ້ເຮັດຫຼາຍຢູ່.

ທ່ານນາງ ເຟ ກູວາສ ຈາກອົງການເງິນທຶນສາກົນເພື່ອດູແລສັດກ່າວວ່າ ພຽງ 50%
ເທົ່ານັ້ນ ຂອງພວກມາປະຊຸມຢູ່ໜີ້ ໃນອາທິດນີ້ ​ ທີ່ຮູ້ຈັກວ່າງາຊ້າງເປັນແບບໃດ. ມີ
ພຽງຄົນດຽວ ໃນຈຳນວນ ຜູ້ເຂົ້າຮ່ວມ 40 ຄົນ ທີ່ຮູ້ຈັກວ່າເກັດລິ່ນເປັນແບບໃດ.”

ຊ່ອງຫວ່າງຂອງພວກທີ່ຮູ້ກັບພວກທີ່ບໍ່ຮູ້ ພາໃຫ້ການຕໍ່ສູ້ກັບການຊື້ຂາຍສັດປ່າເປັນ
ຫົວຂໍ້ສຳຄັນ ໃນກອງປະຊຸມທີ່ລອນດອນ. ໃນການກ່າວຕໍ່ພວກຜູ້ນຳຂອງໂລກທັງ
ຫຼາຍ ເຈົ້າຊາຍວິລລ້ຽມ ທີ່ເປັນຜູ້ອະນຸລັກທຳມະຊາດກ່າວວ່າ ເພິ່ນໄດ້ຮັບຮູ້ວ່າ ແຫຼ່ງ
ຂອງກຳລັງປະຕິບັດກົດໝາຍ ແມ່ນໄດ້ມີການຂະຫຍາຍໂຕຢູ່ແລ້ວໂດຍກ່າວວ່າ

"ແຕ່ຂ້າພະເຈົ້າຢາກຂໍໃຫ້ພວກທ່ານເບິ່ງການພົວພັນ ໃຫ້ພວກທ່ານຮັບຮູ້ບາດກ້າວ
ຕ່າງໆ ທີ່ຈະຮັບມືກັບອາດຊະຍາກຳຊີວິດສັດປ່າ ຈະເຮັດແນວໃດ ໃຫ້ມັນງ່າຍຂຶ້ນ ໃນການຢຸດຢັ້ງການສົ່ງຂ່ຽນອາວຸດປືນແລະຢາເສບຕິດຜ່ານຊາຍແດນຂອງພວກ
ທ່ານ.”

ມັນເປັນອຸດສາຫະກຳທີ່ກຳລັງເຕີບໂຕ. ການລັກລອບຊື້ຂາຍງາຊ້າງ ແມ່ນໄດ້ມີຂຶ້ນ ເປັນສອງເທົ່າ ນັບຕັ້ງແຕ່ປີ 2007 ເປັນຕົ້ນມາ. ພວກແຮດ ໄດ້ຖືກຂ້າເປັນຈຳນວນ
ຫຼາຍກວ່າ 1300 ໂຕ ສະເພາະໃນປີ 2015. ພວກເສືອເອເຊຍ ໄດ້ຫຼຸດຈຳນວນລົງ
95 %. ໃນປີກາຍນີ້ ພວກຮັກສາສັດປ່າ ໃດ້ຖືກຂ້າຕາຍຫຼາຍກວ່າ 100 ຄົນໃນ
ໜ້າທີ່.

ທ່ານ ແຈັຟ ແຊັສເຊິນ ລັດຖະມົນຕີກະຊວງຍຸຕິທຳ ກ່າວວ່າ ວໍຊິງຕັນ ຈະໃຫ້ເງິນ 90
ລ້ານໂດລາ ແກ່ໂຄງການຕ່າງໆ ທີ່ຕໍ່ສູ້ກັບພວກລັກລອບຄ້າຂາຍສັດປ່າ. ທ່ານ ແຊັສ
ເຊິນ ເວົ້າວ່າ:

"ຄວາມປະພຶດອັນເປັນອາຊະຍາກຳຂອງພວກເຂົາ ເປັນໄພຕໍ່ສັງຄົມ ເຮັດໃຫ້ສະຖາ
ບັນຕ່າງໆເຊື່ອມໂຊມ ເຮັດໃຫ້ສະພາບແວດລ້ອມຂາດຄວາມທຸ່ນທ່ຽງ ທັງສົ່ງຂ່ຽນຈຳ
ນວນເງິນນັບເປັນພັນໆລ້ານໂດລາ ໄປສູ່ພວກກະທຳຄວາມຊົ່ວຮ້າຍ ແບບຜີມານ ຢູ່
ໃນໂລກ. ພວກອາຊະຍາກອນເຫຼົ່ານີ້ ຈະຕ້ອງຖືກຢຸດຢັ້ງ ແລະຢຸດຢັ້ງໃຫ້ໄດ້.”

ສັດທີ່ຕົກຢູ່ໃນອັນຕະລາຍ ບໍ່ແມ່ນແຕ່ຈຳພວກສັດໃຫຍ່ທີ່ລ້ຽງລູກດ້ວຍນໍ້ານົມ. ພວກ
ເຈົ້າໜ້າທີ່ ເປຣູ ກ່າວວ່າ ມີກົບຫຼາຍກວ່າ 12 ພັນໂຕ ໄດ້ຮັບອັນຕະລາຍຢ່າງໃຫຽ່ ຢູ່ໃນທະເລສາບ ຕີຕີກາກາ ທີ່ຖືກຂ້າ ໃນຮອບຫ້າປີຜ່ານມາ ເພື່ອນຳເອົາມາປະສົມ
ເຮັດນໍ້າດື່ມເປັນອັນທີ່ເຊື່ອກັນວ່າ ເປັນຢາດີ ທັ້ງໆທີ່ບໍ່ມີການພິສູດໄດ້ ທາງວິທະຍາ
ສາດກໍຕາມ.

ແຕ່ວ່າເລື້ອງຕ່າງໆກໍບໍ່ຂີ້ຮ້າຍທັງໝົດ. ໃນຕົ້ນປີນີ້ ປະເທດຈີນ ໄດ້ອັດຕະຫຼາດງາ
ຊ້າງໃນທ້ອງຖິ່ນຂອງຕົນລົງ.

ທ່ານ ແອເຣິນ ໄວຕ໌(Aron White) ປະຈຳອົງການສືບສວນສິ່ງແວດລ້ອມກ່າວວ່າ:

ຕະຫຼາດດັ່ງກ່າວ ທັງກະຕຸ້ນຄວາມຮຽກຮ້ອງຕ້ອງການງາຊ້າງ ທັງສາມາດເຮັດໃຫ້
ງາຊ້າງໄດ້ຜ່ານໄປ ຢ່າງຜິດກົດໝາຍໃນການຄ້າຂາຍທີ່ຖືກຕ້ອງກາມກົດໝາຍ. ແຕ່ວ່າບັນຫາດຽວກັນນີ້ ກໍແມ່ນຍັງມີຢູ່ ສຳລັບພວກເສືອ. ທ່ານກໍຮູ້ດີຢູ່ຕິເໜາະວ່າ ການຊື້ຂາຍຜະລິດຕະພັນຈາກກະດູກເສືອລາຍ ແມ່ນເປັນສິນຄ້າລາຍໃຫຽ່.”

ທ່ານ White ເວົ້າວ່າ ຕາມຂໍ້ຕົກລົງໃນປັດຈຸບັນ ຂອງສະຫະປະຊາຊາດແມ່ນວ່າ ໄດ້ມີການອະນຸຍາດໃຫ້ໃຊ້ອາວຸດ ລວມທັງປືນ ເພື່ອຮັບມືກັບບັນຫາການຊື້ຂາຍ
ເຖື່ອນ ຊີວິດສັດປ່າ ແຕ່ການໃຊ້ສິ່ງດັ່ງກ່າວແມ່ນບໍ່ມີປະສິດທິຜົນ.

ໃນຄຳປະກາດການມ້ວນທ້າຍນັ້ນ ພວກເຂົ້າຮ່ວມໃນກອງປະຊຸມ ໄດ້ປະຕິຍານ
ວ່າ ຈະປະຕິບັດງານຮ່ວມກັນ ໃນການຮັບມືກັບການຊື້ຂາຍເຖື່ອນ ເຄື່ອງປ່າຂອງ
ດົງ ໂດຍຖືວ່າ ມັນເປັນອາຊະຍາກຳທີ່ຮ້າຍແຮງແລະມີການຈັດຕັ້ງ.

ພວກລົນນະລົງທັງຫຼາຍພາກັນເວົ້າວ່າ ການທົດສອບອັນແທ້ຈິງກໍຄືວ່າ ພວກເຂົາ
ເຈົ້າ ຈະນຳເອົາຄຳເວົ້າດັ່ງກ່າວ ໄປປະຕິບັດໄດ້ໄວປານໃດ.

ເຊີນອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG