ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຄະນະກຳມະການສະຫະລັດ ໃຫ້ການຮັບຮອງ ການນຳໃຊ້ຢາວັກຊິນ ປ້ອງກັນໂຄວິດ-19 ອັນທີສອງ


ປ້າຍນັດໝາຍການສັກຢາ COVID-19 ຊີ້ບອກທິດທາງ ໃຫ້ຄົນທີ່ໄປສັກຢາ ຢູ່ໂຮງໝໍ Edward ໃນເມືອງ Naperville, ລັດອີລິນອຍ, ວັນທີ 17 ທັນວາ, 2020
ປ້າຍນັດໝາຍການສັກຢາ COVID-19 ຊີ້ບອກທິດທາງ ໃຫ້ຄົນທີ່ໄປສັກຢາ ຢູ່ໂຮງໝໍ Edward ໃນເມືອງ Naperville, ລັດອີລິນອຍ, ວັນທີ 17 ທັນວາ, 2020

ໃນວັນພະຫັດວານນີ້ ຄະນະກຳມະການຂອງສະຫະລັດໄດ້ໃຫ້ການຮັບຮອງແບບສຸກເສີນ ໃຫ້ການນຳໃຊ້ຢາວັກຊິນປ້ອງກັນໂຄວິດ-19 ອັນທີສອງ.

ຄະນະກຳມະການທີ່ປຶກສາຜູ້ຊ່ຽວຊານອິດສະຫລະແກ່ອົງການອາຫານ ແລະຢາ ຫລື FDA ຂອງສະຫະລັດໄດ້ພາກັນລົງຄະແນນສຽງ, ຫຼັງຈາກມີການສົນທະ ນາຫາລືກັນເປັນເວລາເຈັດຊົ່ວໂມງ, ເພື່ອແນະນຳໃຫ້ໃຊ້ຢາວັກຊີນທີ່ພັດທະນາໂດຍບໍລິສັດຜະລິດຢາຂອງສະຫະລັດ ໂມເດິນນາ (Moderna), ນຶ່ງອາທິດ ຫຼັງຈາກຜູ້ອອກລະບຽບຄຸ້ມຄອງຂອງລັດຖະບານກາງ ໄດ້ອະນຸຍາດແບບສຸກເສີນໃຫ້ໃຊ້ສັກຢາວັກຊີນອັນທຳອິດ.

ດຣ. ເຮລີ ແກນສ໌ (Hayley Gans) ຈາກສູນການແພດຂອງມະຫາວິທະຍາ ໄລສແຕນຟອດກ່າວໃນວັນພະຫັດວານນີ້ວ່າ "ຫຼັກຖານທີ່ໄດ້ສຶກສາຢ່າງລະອຽດກ່ຽວກັບຢາວັກຊີນນີ້ ແມ່ນສູງເກີນກວ່າບັນຫາໃດໝົດທີ່ພວກເຮົາໄດ້ເຫັນມາ."

ທ່ານສຕີບເວັນ ຮານ (Steven Hahn) ຄະນະກໍາມາທິການຂອງອົງການອາ ຫານແລະຢາກ່າວໃນວັນພະຫັດວານນີ້ວ່າ ອົງການດັ່ງກ່າວຈະອະນຸຍາດໃຫ້ໃຊ້ສັກຢາວັກຊິນນີ້ຢ່າງວ່ອງໄວ, ບາງທີອາດຈະເປັນວັນສຸກມື້ນີ້.

ຂ່າວດັ່ງກ່າວອອກມາໃນຂະນະທີ່ສະຫະລັດມີຜູ້ເສຍຊີວິດຍ້ອນເຊື້ອໄວຣັສເກືອບ ຮອດ 310,000 ຄົນ, ອີງຕາມສູນຂໍ້ມູນຂອງສູນກາງຊັບ ພະຍາກອນກ່ຽວກັບໄວຣັສໂຄໂຣນາຂອງມະຫາວີທະຍາໄລຈອນສ໌ ຮອບຄິນສ໌. ມີຫລາຍກວ່າ 17 ລ້ານກໍລະນີທີ່ໄດ້ຮັບການຢັ້ງຢືນວ່າເປັນພະຍາດ ໂຄວິດ-19 ຊຶ່ງເປັນພະຍາດທີ່ເກີດຈາກໄວຣັສໂຄໂຣນານັ້ນ, ຢູ່ໃນສະຫະລັດ.

ເມື່ອໄດ້ຮັບການອະນຸມັດແລ້ວ, ຈາກນັ້ນ ບໍລິສັດໂມເດິນນາ (Moderna) ຈະເລີ່ມສົ່ງຢາເກືອບຮອດ 6 ລ້ານໂດສໄປໃຫ້ຄົນ, ໂດຍໄດ້ວາງແຜນໄວ້ ທຳອິດແມ່ນສຳລັບໃຫ້ພະນັກງານສາທາລະນະສຸກ ແລະຜູ້ອາໄສຢູ່ໃນບ້ານພັກຄົນຊະ ລາກ່ອນ.

ໃນອາທິດແລ້ວນີ້, ຫຼັງຈາກທີ່ປຶກສາໄດ້ຮັບຮອງເອົາການນຳໃຊ້ວັກຊີນອັນທຳອິດນັ້ນ, ອົງການ FDA ໄດ້ອະນຸຍາດໃຫ້ນໍາໃຊ້ມັນແບບສຸກເສີນໃນມື້ຕໍ່ມາໂລດ.

ຢາວັກຊີນນັ້ນ ທີ່ພັດທະນາໂດຍບໍລິສັດຜະລິດຢາຂອງສະຫະລັດ ໄຟເຊີ (Pfizer) ແລະຄູ່ຮ່ວມທຸລະກິດຂອງເຢຍລະມັນ ໄບໂອເອັນເທັກ (BioNTech) ກຳລັງຖືກແຈກຢາຍໄປທົ່ວສະຫະລັດ.

ທຸກໆຫລອດຢາວັກຊີນຂອງໄຟເຊີ (Pfizer)/ໄບໂອເອັນເທັກ (BioNTech) ແມ່ນມີ 5 ໂດສ, ແຕ່ວ່າ ແພດການຢາບາງຄົນໄດ້ພົບວ່າ ສາມາດເຮັດໃຫ້ມີຢາເຖິງຫົກ ຫຼືແມ່ນກະທັ້ງເຈັດໂດສ ມາຈາກຢາຫຼອດນຶ່ງໄດ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG