ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄວາມ​ສຳພັນ ລະຫວ່າງ ສະຫະລັດ ​ກັບ​ປາ​ກິ​ສຖານ​ກຳລັງຊຸດ​ໂຊມ​ລົງ​ຢ່າງ​ໃຫຽ່


Musharraf: US 'Ditches' Pakistan 5/23/2018
please wait

No media source currently available

0:00 0:28:00 0:00

ຄວາມ​ສຳພັນ ລະຫວ່າງ ສະຫະລັດ ​ກັບ​ປາ​ກິ​ສຖານ​ໄດ້​ຊຸດ​ໂຊມ​ລົງ​ຢ່າງ​ຮ້າຍແຮງ ອີງ​
ຕາມ​ຄຳເວົ້າຂອງອະດີດປະທານາທິບໍດີ​ປາກິສຖານ ທ່ານ​ເປີ​ເວສ ມູຊາຣັຟ. ​ໃນ​ລາຍ
​ການ​ໂທລະພາບ Plugged In ກັບກຣິຕາ ແວນ ຊັສ​ເຕີ​ເຣນ ອາທິດ​ນີ້ ພວກນັກວິ​ເຄາະ​ຈະກວດສອບເບິ່ງ ຄວາມສຳພັນ ​ທີ່ສະຫຼັບຊັບ ຊ້ອນ ລະຫວ່າງ ສະຫະລັດ ​ແລະ​ປາ​ກິ​ສ
ຖານ. ​ເຈີ​ຊຸສ​ເຊີ​ເມັນ ​ໂອ​ນີ ນັກ​ຂ່າວຂອງວີ​ໂອ​ເອ ມີ​ລາຍງານ​ເລື້ອງນີ້ຊຶ່ງ ​ກິ່ງສະຫວັນ​
ຈະ​ນຳລາຍລະອຽດມ​າສະ​ເໜີ​ທ່ານ.

ອະດີດ​ປະທານາທິບໍດີປາ​ກິ​ສຖານ ນາຍ​ພົນ​ເປີ​ເວສ​ ມູຊາຣັຟ ກ່າວວ່າ ຄວາມ​ສຳພັນ
​ລະຫວ່າງ​ສະຫະລັດ ​ແລະ​ປາ​ກິ​ສຖານແມ່ນຢູ່​ໃນ “ລະດັບທີ່​ຕໍ່າ​ສຸດ.”

ນາຍ​ພົນ​ມູຊາຣັຟ ກ່າວ​ວ່າ “​ມັນ​ໄດ້ເປັນ​ຄື​ກັນການ​ຂີ່ໂຣນ​ເລີໂຄສ​ເຕີ ທີ່ແລ່ນ ຂຶ້ນໆ​
ລົງໆ ລະຫວ່າງ​ສະຫະລັດ​ແລະ​ປາ​ກິ​ສຖານ. ພວກ​ເຮົາ​ບໍ່​ເຂົ້າ​ໃຈ​ວ່າ​ເປັນ​ຫຍັງ
ສະຫະລັດຈຶ່ງຈຳກັດ​ຮັດ​ແຄບ​ຕໍ່ພວກ​ເຮົາ ​ແລະຫຼັງ​ຈາກ​ນັ້ນກໍ​ກັບ​ຄືນ​ມາ. ພວກ​ເຮົາ
​ຢາກ​ເປັນ​ໝູ່​ເພື່ອນຫຼັງ​ຈາກ​ເວລາ​ໃດກໍຕາມ​ທີ່​ເຂົາ​ເຈົ້າ​ຕ້ອງການ​ພວກ​ເຮົາ.”

ຄວາມ​ເຄັ່ງ​ຕຶງ​ທີ່ຢ້ອນຄືນ​ໄປ​ເມື່ອຫຼາຍ​ທົດ​ສະ​ວັດ ​ໄດ້​ຊຸດໂຊມລົງຕື່ມ ຫຼັງ​ຈາກ​ປະທາ
ນາທິບໍດີ​ດໍ​ໂນ​ລ ທຣໍາ ​ໄດ້​ປະກາດຕັດການ​ຊ່ວຍ​ເຫຼືອ​ທາງ​ທະຫານຢ່າງກະທັນຫັນ ​
ແລະ​ໃນ​ເດືອນມັງກອນຜ່ານມາ ກໍໄດ້​ກ່າວ​ຫາ​ປາ​ກິ​ສຖານ​ວ່າ​ຕົວະ ​ແລະ​ຫຼອກ​ລວງ.

ນາຍ​ພົນ​ມູຊາຣັຟ ກ່າວ​ວ່າ “ມີ​ການ​ກ່າວຫາຕໍ່​ປາ​ກິ​ສຖານ​ຫຼາຍຢ່າງວ່າ ເປັນປະເທດ
ທີ່ຫລອກລວງບໍ່ຊື່ສັດ ທີ່ຜູ້ຄົນ​ຕ້ອງ​ເຂົ້າໃຈ ແຕ່ນັ້ນແມ່ນບໍ່ຖືກຕ້ອງ. ປາ​ກິ​ສ ຖານ​ມີຄວາມບໍ່ພໍໃຈບາງຢ່າງ. ແລະແນ່ນອນ ຂ້າພະເຈົ້າເຊື່ອວ່າ ສະຫະລັດກໍມີຄວາມ
ບໍ່ພໍໃຈຕໍ່ປາກິສຖານ. ຖ້າ​ຫາກ​ພວກ​ເຮົາ​ເຫັນ​ພ້ອມ ພາກັນນັ່ງ​ລົງ ​ແລະ​ກໍຫາທາງ
ແກ້​ໄຂ​ບັນຫາ​ເຫຼົ່າ​ນີ້ ເທົ່ານັ້ນຄວາມ​ສຳພັນ​ຂອງ​ພວກ​ເຮົາ​ກໍຈະ​ດີ​ຂຶ້ນ.”

​ໃນ​ຂະນະ​ທີ່​ປາ​ກິ​ສຖານເປັນເສັ້ນທາງ​ເຊື່ອມ​ໂຍງ​ທີ່​ສຳຄັນ ໃນການສົ່ງສຳພາລະ​ໄປ
ຊ່ວຍ​ກຳລັງ​ທະຫານ​ສະຫະລັດ ທີ່ພວມສູ້​ລົບ​ກັບພວກ​ຕາ​ລິ​ບານຢູ່​ໃນ​ປະ​ເທດ​ອັຟກາ
ນິສຖານທີ່ເປັນເພື່ອນ​ບ້ານ​ ຊຶ່ງ​ວໍຊິ​ງຕັນ​ໄດ້​ສົງ​ໄສ​ມາ​ເປັນ​ເວລາ​ນານແລ້ວວ່າ ​ໃຫ້​ບ່ອນ
ຫລົບ​ລີ້ແກ່​ບັນດາ​ຜູ້ນຳ​ຕາ​ລິ​ບານ.

ທ່ານ​ກຣິສນາ​ແດັຟ ກາ​ລາ​ເມີ ຈາກ​ອົງການອັນ​ລັນ​ຕິກ ກ່າວ​ວ່າ “ສະຫະລັດ​ໄດ້​ໃຊ້​ເງິນ
ຫຼາຍ​ພັນ​ລ້າ​ນ​ໂດ​ລາໂດຍ​ສະ​ເພາະການ​ຊ່ວຍ​ເຫຼື​ອທາງ​ທະຫານ​ແກ່​ປາ​ກິ​ສຖານ ​
ແລະ​ດັ່ງ​ທີ່​ປະທານາທິບໍດີ​ໄດ້​ຂຽນລົງໃນທວີດເຕີ້ວ່າ ໂດຍມີຄວາມເຂົ້າໃຈກັນວ່າຕົນ
ໄດ້ຮັບ ການຕອບແທນແຕ່ພຽງເລັກນ້ອຍ ເພື່ອເປັນການແລກປ່ຽນ. ອັຟກາ​ນິສຖານ
ຊຶ່ງເປັນ​ຈຸດ​ສູນ​ກາງ ແມ່ນ​ນຶ່ງໃນຈຸດສູນກາງ ຂອງນະ​ໂຍບາຍ​ຕ່າງປະ​ເທດ ຂອງ​ລັດ
ຖະບານ​ປະທານາທິບໍດີ​ທຣໍານັ້ນ ກໍຍັງບໍ່ທັນມີຄວາມທຸ່ນທ່ຽງເທື່ອ. ປາ​ກິ​ສຖານ​ຍັງ​ຖືກມອງເຫັນ​ວ່າ ດຳເນີນການບໍ່ພຽງພໍໃນ​ການປາບ​ປາມ ​ກິດຈະການຂອງ​ພວກ​ຫົວ​
ຮຸນ​ແຮງ ​ຢູ່​ທີ່​ນັ້ນ.”

​ຍິ່ງໄປກວ່ານັ້ນ​ອີກ ລັດຖະບານ​ປະທານາທິບໍດີ​ທຣໍາ ຍັງ​ໄດ້​ຊອກ​ຫາ​ຊ່ອງທາງທີ່ຈະ
ເສີມຂະຫຍາຍຄວາມ​ສຳພັນກັບ​ອິນ​ເດຍ ຊຶ່ງ​ເປັນ​ຄູ່​ປໍ​ລະ​ປັກທີ່ຂົມ​ຂື່ນ​ຂອງປາ​ກິ​ສຖານ.

​ເອກ​ອັກຄະ​ລັດຖະທູດຣາຍອັນ ​ຄຣັອກ​ເກີ ອະ​ດີດ​ເອກ​ອັກ​ຄະ​ລັດຖະທູດສະຫະລັດ
ປະຈຳ​ປາ​ກິ​ສຖານກ່າວ​ວ່າ “ປາ​ກິ​ສຖານ​ໄດ້​ມີ​ບັນຫາ​ຄ້າງຄາ​ຢູ່​ແລ້ວຈຳນວນນຶ່ງ ​ໂດຍ
​ສະ​ເພາະ​ກັບອິນ​ເດ​ຍ. ​ເຂົາ​ເຈົ້າ​ຢ້ານ​ວ່າ​ ວັນ​ນັ້ນ​ຈະ​ມາ​ເຖິງ​ເວ​ລາຊາ​ວ ອິນ​ເດຍ ຊຶ່ງ​ຈຳ
ນວນຄົນຫຼວງ​ຫຼາຍກວ່າ ຈະ​ບຸກລຸກຍ່ຳຍີພວກ​ເຂົາ​ເຈົ້າ. ​ເພາະສະ​ນັ້ນ ​ເກືອ​ບວ່າ​ທຸກ​
ສິ່ງ​ທຸກ​ຢ່າງ ​ທີ່​ເ​ກີດ​ຂຶ້ນ​ຢູ່ໃນ​ປາ​ກິ​ສຖານ ແມ່ນ​ໄດ້ຖືກກັ່ນກອງ​ຜ່ານ​ການໃຈ້ແຍກຂອງ
​ອິນ​ເດຍ.

​ຍ້ອນເລື້ອງດັ່ງກ່າວ ປາ​ກິ​ສຖານຈຶ່ງໄດ້ຈີນມາເປັນໝູ່​ເພື່ອນ​ ຊື່​ງ​ໄດ້​ໃຫ້ການ​ສະໜັບ
ສະໜູ​ນ ​ດ້ວຍ​ການ​ລົງທຶນຫຼາ​ຍພັນ​ລ້ານ​ໂດ​ລາ ​ໃນການ​ພັດທະນາໂຄງ​ລ່າງ​ພື້ນຖານ
ຂອງປາ​ກິ​ສຖານ ຜ່ານ​ເສັ້ນທາງ​ເສດຖະກິດ​ຈີນ-​ປາ​ກິ​ສຖານ​.

ແຕ່​ບັນດາ​ຜູ້​ຊ່ຽວຊານ​ກ່າວ​ວ່າ ອິດ​ທິພົນ​ທີ່ກຳລັງເພີ້ມຂຶ້ນຂອງຈີນຕໍ່​ອິສລາມາ​ບັດ ອາດ​
ເປັນ​ສິ່ງ​ທີ່​ດີ.

ທ່ານ​ມາຣວິນ ​ວາຍ​ບອມ ຈາກ​ສະ​ຖາ​ບັນພາກ​ຕາ​ເວັນ​ອອກາງ​ກ່າວ​ວ່າ “​ເຂົາ​ເຈົ້າໄດ້
ໃຫ້ສັນຍາວ່າ ຈະລົງທຶນ​ຢ່າງ​ໜ້ອຍ 60 ພັນ​ລ້ານ​ໂດ​ລາ. ນັ້ນ​ອາດ​ຈະ​ເປັນຜົນດີຕໍ່
ການສ້າງຄວາມ​ທຸ່ນທ່ຽງທາງດ້ານ​ເສດຖະກິດ​ ທີ່​ບໍ່​ຢູ່ໃນ​ສະພາບແຂງ​ແຮງຂອງປາ​
ກິ​ສຖານ. ນັ້ນ​ແມ່ນນອນຢູ່ ໃນ​ຜົນ​ປະ​ໂຫຍດຂອງ​ພວກ​ເຮົາ ​ເພາະຖ້າ​ຫາກ​ວ່າ ​ເຂົາ
ເຈົ້າ​ສາ​ມາດ​ເຮັດໃຫ້ ປາກິສຖານ ເປັນທີ່​ເຊື່ອ​ໃຈ​ໄດ້ ມີຄວາມ​ທຸ່ນທ່ຽງ​ ຈຶ່ງມີ​ໂອກາດ

ຫຼາຍຂຶ້ນ ​ທີ່​ປາ​ກິ​ສຖານ​ສາມາດ​ເຮັດການ​ຕັດສິນໃຈທີ່ຍາກໆ ທີ່​ເຂົາ​ເຈົ້າ​ຕ້ອງໄດ້​
ເຮັດ​ ເພື່ອຕໍ່ຕ້ານກັບກຸ່ມ​ຫົວ​ຮຸນ​ແຮງ​ຈັດ."

​ໃນ​ຕົ້ນ​ເດືອນ​ພຶດສະພາ ປາ​ກິ​ສຖານ​ໄດ້​ຈຳກັດການ​ເດີນທາງ​ຕໍ່ບັນດາ​ນັກ​ການ​ທູດ​ສະ
ຫະລັດ ຢູ່​ໃນ​ປະ​ເທດ​ ເພື່ອເປັນ​ການ​ຕອບ​ໂຕ້ ໃນການຈຳກັດຮັດແຄບ ທີ່ຄ້າຍຄືກັນ
ຂອງສະຫະລັດ ຕໍ່ພວກນັກ​ການ​ທູດ ​ຢູ່​ສະຖານທູດ​ປາ​ກິ​ສຖານ.

ມັນເປັນການຊຸດໂຊມລົງເທື່ອ​ຫລ້າ​ສຸດ​ໃນ​ຄວາມ​ສຳພັນ​ລະຫວ່າງ​ສອງ​ປະ​ເທດ ທີ່​ເປັນ
ພັນທະມິດກັນເພື່ອປົກປ້ອງຜົນປະໂຫຍດຂອງຕົນນັ້ນ.


U.S.-Pakistan relations have deteriorated significantly, according to former president of Pakistan, Pervez Musharraf. This week on Plugged In with Greta Van Susteren, analysts examine the complicated relationship between the U.S. and Pakistan. VOA's Jesusemen Oni has more.


Relations between the United States and Pakistan are at their "lowest ebb," says former Pakistan president, Gen. Pervez Musharraf.


"It has been a roller-coaster ride between [the] U.S. and Pakistan. We don't understand why [the] United States ditches us and then comes back, We want to be friends,' after whenever they need us."


Tensions that go back decades were further strained after President Donald Trump abruptly announced a cutoff of military aid and in January accused Pakistan of lies and deceit.


"There's a lot of accusations against Pakistan of double-dealing, which one has to understand, that that is not the case. Pakistan had had certain grievances, and I am sure that the United States had grievances against Pakistan. If we settle down, sit and try to resolve them, that much our relationship will improve."


While Pakistan is a crucial link to supplying American troops fighting the Taliban in neighboring Afghanistan, Washington has long suspected it of actually sheltering Taliban leaders.


"The U.S. has spent billions of dollars on, especially military assistance, to Pakistan. And as the president has tweeted, the perception is there's been very little received in exchange for it. Afghanistan, which is the centerpiece — one of the centerpieces to the Trump administration's foreign policy — it's still pretty unstable. Pakistan is still seen as doing an insufficient amount to curb militant activities there."

Adding to the fuel, the Trump administration has sought to strengthen ties with India, Pakistan's bitter rival.


"Pakistan has existential issues, quite literally, with India. They fear that the day will come when the Indians, with their vastly superior numbers, will literally try to overrun them. So, almost anything that happens in Pakistan is filtered through that prism of India."


In turn, Pakistan has found a friend in China which cemented its support by investing billions into developing Pakistan's infrastructure through the Chinese Pakistan Economic Corridor.

But experts say China's growing influence on Islamabad could be a good thing.


"They're putting in $60-billion at least promised investment. That could have an enormous impact on stabilizing the Pakistani economy which is not in great shape. That's in our interest, because if they can create a comfortable, stabilized Pakistan, there's a much better likelihood that Pakistan can take the hard decisions that they've got to do against their extremist groups."


Earlier in May, Pakistan placed travel restrictions on American diplomats in the country in response to Washington's similar restrictions on Pakistani embassy diplomats.

It's the latest blow in relations between two nations locked in a marriage of convenience.

XS
SM
MD
LG