ລາຍງານຂ່າວໜັງສືພິມກ່າວວ່າ ມີທ່າທາງວ່າ ພວກນັກວິສະວະກອນຊາວຈີນ ໄດ້ຮັບ
ອະນຸຍາດໃຫ້ໄປເບິ່ງຊາກເຮືອບິນເຮລິຄອບເຕີ ທີ່ຫລີກເຣດາໄດ້ຂອງສະຫະລັດ ລໍາທີ່
ຕົກລົງໃນລະຫວ່າງການບຸກເຂົ້າສັງຫານນາຍ Osama bin Laden ນັ້ນ.
ບັນດາເຈົ້າໜ້າທີ່ສະຫະລັດໄດ້ບອກພວກນັກຂ່າວວ່າ ພວກໜ່ວຍສຶບລັບຂອງ Pakistan
ໄດ້ອະນຸຍາດໃຫ້ພວກນັກວິສະວະກອນຈີນ ຖ່າຍຮູບເອົາເຮລິຄອບເຕີລໍານັ້ນ ທີ່ຕິດຕັ້ງ
ເຄື່ອງເທັກໂນໂລຈີພິເສດ ທີ່ຊ່ວຍໃຫ້ສາມາດຫຼົບຫຼີກເຣດາ ໄດ້ນັ້ນ.
ກອງກໍາລັງຂອງສະຫະລັດທີ່ປະກອບສ່ວນໃນການປະຕິບັດການເມື່ອວັນທີ່ 2 ເດືອນ
ພຶດສະພານັ້ນ ໄດ້ພະຍາຍາມຈະທໍາລາຍເຮລິຄອບເຕີລໍານັ້ນ ຫຼັງຈາກທີ່ມັນຕົກລົງໃສ່
ຝາກໍາແພງອ້ອມບໍລິເວນເດີ່ນບ້ານຂອງຫົວໜ້າກຸ່ມ al-Qaida ໃນເມືອງ Abbotabad
ນັ້ນ, ແຕ່ວ່າຊິ້ນສ່ວນຫາງຂອງເຮລິຄອບເຕີ ຍັງຢູ່ໃນສະພາບດີເປັນສ່ວນໃຫຍ່.
ປາກີສຖານມີສາຍພົວພັນທີ່ໃກ້ຊິດກັບຈີນ ແລະໄດ້ກ່າວໃຫ້ຮ່ອງຮອຍບໍ່ດົນຫລັງຈາກ
ການປະຕິບັດການ ໃນຄັ້ງນັ້ນຂອງສະຫະລັດ ວ່າຕົນຈະອະນຸຍາດໃຫ້ຈີນມາສຶກສາເບິ່ງ
ຊາກເຮືອບິນເຮລິຄອບເຕີລໍານີ້.
ພວກເຈົ້າໜ້າທີ່ສະຫະລັດກ່າວວ່າ ພວກຕົນໄດ້ປຶກສາຫາລືກ່ຽວກັບບັນຫາດັ່ງກ່າວກັບ
ພວກເຈົ້າໜ້າທີ່ປາກີສຖານແລ້ວ ແຕ່ທາງປາກີສຖານປະຕິເສດວ່າ ຕົນບໍ່ໄດ້ປ່ອຍໃຫ້ລັດ
ຖະບານຕ່າງປະເທດໃດໆ ໄປເບິ່ງຊາກເຮລີຄອບເຕີ.
ສະມາຊິກສະພາສູງທ່ານ John Kerry ໄດ້ກ່າວໃນລະຫວ່າງການເດີນທາງໄປ Isla-
mabad 2 ອາທິດຫຼັງຈາກການບຸກເຂົ້າສັງຫານບີນລາເດິນນັ້ນວ່າ ທາງການປາກີສຖານ
ໄດ້ສັນຍາວ່າຈະມອບຊາກຫັງພັງຂອງເຮລິຄອບເຕີລໍານັ້ນ ຄືນໃຫ້ສະຫະລັດ. ຮູບພາບ
ຂອງຊາກເຮລິຄອບເຕີລໍານັ້ນ ໄດ້ຖືກນໍາອອກເຜີຍແພ່ທາງອິນເຕີເນດ ຢ່າງກ້ວງຂວາງ.