ຕຳຫຼວດປາກິສຖານໄດ້ປະຕິເສດຕໍ່ການກ່າວອ້າງຂອງ
ນັກການທູດສະຫະລັດທີ່ຖືກຄຸມຂັງຢູ່ໃນເວລານີ້ທີ່ເວົ້າ
ວ່າທ່ານໄດ້ດຳເນີນການ ເພື່ອເປັນການປ້ອງກັນໂຕເວ
ລາທ່ານໄດ້ຍິງຜູ້ຊາຍ 2 ຄົນເສຍຊີວິດໃນເດືອນແລ້ວ
ທີ່ນະຄອນລາຮໍທາງພາກຕາເວັນອອກຂອງປາກິສຖານ.
ຫົວໜ້າຕຳຫຼວດທີ່ນະຄອນລາຮໍທ່ານ Aslam Tareen
ກ່າວໃນວັນສຸກມື້ນີ້ວ່າການສືບສວນຂອງຕຳຫຼວດໄດ້ເຜີຍ
ໃຫ້ເຫັນວ່າ ທ່ານ Raymond Davis ໄດ້ກະທຳການ
ໃນ ສິ່ງທີ່ຜູ້ບັນຊາການຕຳຫຼວດເອີ້ນວ່າການສັງຫານແບບ
ເລືອດເຢັນ.
ໃນຕອນເຊົ້າຂອງວັນສຸກມື້ນີ້ ສານຂອງປາກິສຖານໄດ້ສັ່ງໃຫ້ຄຸມຂັງ ນັກການທູດສະຫະ
ລັດຄົນນີ້ຕື່ມອີກ 14 ມື້ແລະການໄປປາກົດໂຕຢູ່ສານເທື່ອໜ້າຂອງທ່ານ ແມ່ນກຳນົດໃນ
ວັນທີ 25 ກຸມພາ.
ສະຖານທູດສະຫະລັດໃນປາກິສຖານ ໄດ້ຮຽກຮ້ອງໃຫ້ປ່ອຍນັກການທູດທ່ານນີ້ໂດຍເວົ້າ
ວ່າ ປາກິສຖານຕ້ອງປະຕິບັດຕາມພັນທະຂອງຕົນພາຍໃຕ້ກົດໝາຍຂອງນາໆຊາດແລະ ກົດໝາຍຂອງປາກິສຖານເອງ. ສະຫະລັດເວົ້າວ່າທ່ານ Davis ໄດ້ດຳເນີນການເພື່ອເປັນ
ການປ້ອງກັນໂຕແລະທ່ານມີສິດພິເສດທາງດ້ານການທູດ.
ທ່ານ Davis ໄດ້ຖືກຈັບ ຫຼັງຈາກພວກຜູ້ຊາຍທັງ 2 ໄດ້ພະຍາຍາມທີ່ຈະປຸ້ນທ່ານຕາມມີ
ການກ່າວຫາໃນວັນທີ 27 ມັງກອນຜ່ານມາ.