ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດ ຕັ້ງລາງວັນ 10 ລ້ານໂດລາ ເພື່ອຈັບ ຜູ້ບົງການ ໂຈມຕີມູມໄບ (ເບິ່ງວີດີໂອ)


ນາຍ Hafiz Mohammad Saeed, ຜູ້ຕ້ອງສົງໄສ ທໍການໂຈມຕີທີ່ນະຄອນ ມູມໄບ ,ອິນເດຍ
ວັນທີ 3 ເມສາ 2012.
ນາຍ Hafiz Mohammad Saeed, ຜູ້ຕ້ອງສົງໄສ ທໍການໂຈມຕີທີ່ນະຄອນ ມູມໄບ ,ອິນເດຍ ວັນທີ 3 ເມສາ 2012.






















ສະຫະລັດ​ສະ​ເໜີ​ໃຫ້​ເງິນລາງວັນ​ຈໍານວນ​ຫຼາຍ​ເຖິງ 10 ລ້ານ​ໂດ​ລາ ເພື່ອ​ຊອກ​ຫາ​ໂຕ​ຜູ້​ຊາຍ​ປາ​ກິ​ສຖານຄົນ​ນຶ່ງທີ່​ຖືກ​ກ່າວ​ຫາວ່າ​ເປັນຜູ້​ບົງ ການ​ໃນ​ການວາງ​ແຜນ​ໂຈມ​ຕີກໍ່​ການ​ຮ້າຍ​ທີ່​ເຮັດ​ໃຫ້​ຜູ້​ຄົນ​ເສຍ​ຊີວິດ​ໄປ​ຫຼາຍ​ຄົນ​ໃນ​ປີ 2008 ທີ່​ນະຄອນ​ມູມ​ໄບ ປະ​ເທດ​ອິນ​ເດຍນັ້ນ.

ໃນ​ວັນ​ອັງຄານ​ມື້ນີ້ເວັບ​ໄຊ​ທ໌ລາງວັນ​ເພື່ອ​ຄວາມ​ຍຸຕິ​ທໍາ ຫຼື Rewards for Justice ຂອງ​ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ​ ປະກາດໃຫ້​ຮູ້​ວ່າ ​ເງິນ​ລາງວັນ​ທີ່​ວ່າ​ນີ້​ແມ່ນສຳ​ຫຼັບ​ຜູ້​ທີ່​ມີຂ່າວ​ຂໍ້​ມູນ​ນໍາພາໄປສູ່ການຈັບ​ໂຕ​ແລະລົງ​ໂທດ​ນາຍ Hafiz Mohammad Saeed.

ນາຍ Saeed ​ເປັນ​ສະມາຊິກ​ຜູ້​ກໍ່​ຕັ້ງ​ກຸ່ມຫົວ​ຮຸນ​ແຮງ Lashkar-e-Taiba ທີ່​ມີ​ຖານ​ປະຕິບັດ​ງານ​ໃນ​ປາ​ກິ​ສຖານ ທີ່​ຖືກ​ສົງ​ໄສ​ວ່າ​ເປັນ​ຜູ້ທໍາ​ການ​ໂຈມ​ຕີກໍ່​ການ​ຮ້າຍ​ຫຼາຍ​ບັ້ນ​ໃນ​ດິນ​ແດນ​ຂອງ​ອິນ​ເດຍນັ້ນ.

ການ​ໂຈມ​ຕີກໍ່​ການ​ຮ້າຍ​ໃນ​ເດືອນ​ພະຈິກ ປີ 2008 ​ໃນ​ເມືອງ​ມູມ​ໄບ​ຊຶ່ງເປັນ​ສູນ​ກາງ​ການ​ເງິນ​ຂອງ​ອິນ​ເດຍນັ້ນ ​ໄດ້​ເຮັດ​ໃຫ້​ປະຊາຊົນ​ເສຍ​ຊີວິດ​ໄປ 166 ຄົນ ຮວມທັງ​ຄົນ​ອາ​ເມຣິກັນ 6 ຄົນ​ນໍາ.

ທາງ​ການ​ປາ​ກິ​ສຖານ ​ໄດ້​ກັກ​ໂຕ​ນາຍ Saeed ​ໃຫ້​ຢູ່​ໃນ​ບໍລິ​ເວນ​ບ້ານ​ເຮືອນມາ​ປະມານ 6 ​ເດືອນຫຼັງ​ຈາກ​ການ​ໂຈມ​ຕີ​ທີ່​ນະຄອນ​ມູມ​ໄບແລ້ວ. ຕໍ່​ມາ​ຜູ່​ກ່ຽວ​ໄດ້​ຖືກ​ປ່ອຍ​ໂຕ ​ໂດຍ​ບໍ່​ໄດ້​ຕັ້ງ​ຂໍ້​ກ່າວ​ຫາ​ໃດໆ. ສານ​ສູງ​ສຸດ​ຂອງ​ປາ​ກິ​ສຖານ​ກ່າວ​ວ່າ ບໍ່​ມີ​ຫຼັກ​ຖານ​ພຽງພໍ ເພື່ອ​ຈະ​ກັກ​ຂັງ​ຜູ້ກ່ຽວ​ໄວ້.

XS
SM
MD
LG