ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ປາກິສຖານຕິຕຽນສະຫະລັດ ທີ່ປະກາດໃຫ້ ເງິນລາງວັນ ນໍາຈັບ ນາຍ Saeed (ເບິ່ງວີດີໂອ)


ນາຍ Hafiz Mohammad Saeed
ນາຍ Hafiz Mohammad Saeed

ປາກີສຖານ​ໄດ້ກ່າວຕິຕຽນສະຫະລັດ ທີ່ຕັດສິນໃຈໃຫ້​ເງິນ​ລາງວັນຈໍານວນ $10 ລ້ານ
ໂດລ່າ ສໍາລັບການຈັບກຸມຜູ້ກໍ່​ຕັ້ງກຸ່ມຫົວ​ຕໍ່ສູ້​ກຸ່ມ​ນຶ່ງ ທີ່ໄດ້ຖືກກ່າວຫາໃນການ ໂຈມຕີທີ່
ອິນເດຍນັ້ນ.

ນາຍ Hafiz Mohammad Saeed ​ເປັນຜູ້ກໍ່​ຕັ້ງ ກຸ່ມ Laskar-e-Taiba ທີ່ມີ ຖານປະ
ຕິບັດ​ການ​ຢູ່ປາກີສຖານ ​ແລະ​ຖືກ​ກ່າວ​ຫາ​ວ່າ​ເປັນ​ຜູ້ວາງແຜນການໂຈມຕີທີ່ນະຄອນມຸມ
ບາຍ ສູນ​ກາງການເງິນຂອງອິນເດຍ ທີ່ໄດ້ສັງຫານ 166 ຄົນ ຮວມ ທັງຊາວອາເມຣິກັນ
6 ຄົນນັ້ນ. ສະຫະລັດໄດ້ປະກາດລາງວັນສໍາລັບ​ຂໍ້​ມູນ​ທີ່​ນໍາ​ໄປ​ສູ່ການຈັບກຸມ​ນາຍ Saeed
ໃນຕົ້ນອາທິດນີ້.

ນາຍົກລົດຖະມົນຕີ ​Yousuf Raza Gilani ໄດ້ກ່າວໃນວັນພະຫັດວານນີ້ວ່າສະຫະລັດ
ຄວນຈະບອກກ່າວ ໃຫ້ທາງປາກີສຖານຊາບກ່ອນ ກ່ອນທີ່ຈະທໍາການ ​ເຄື່ອນ​ໄຫວ​ແບບ​
ນັ້ນ ເພາະວ່າຍັງບໍ່ມີຫຼັກຖານ​ແໜ້ນໜາ ຕ້ານນາຍ Saeed ນັ້ນ. ທ່ານກ່າວອີກວ່າ ຖ້າ
ສະຫະລັດມີຫຼັກຖານທີ່​ແໜ້ນໜາ ສະຫະລັດກໍຄວນຈະແບ່ງປັນ ໃຫ້ທາງການປາກີສຖານ
ຊາບນໍາ ເພາະປາກີສຖານມີລະບົບຕຸລາການທີ່ເປັນອິດສະລະ ​ບໍ່ຂຶ້ນກັບລັດ​ຖະບານ.

ທ່ານ Gilani ໄດ້ກ່າວ​ເຊ່ນ​ນັ້ນ​ຕໍ່ສະພາ​ແຫ່ງ​ຊາດ​ປາ​ກິ​ສຖານ ທີ່​ໄດ້​ໄຂ​ກອງ​ປະຊຸມ​ຄືນ​ໃໝ່ ​
ເພື່ອ​ອະພິປາຍກ່ຽວ​ກັບ​ໂຄງ​ຮ່າງ​ໃໝ່​ສໍາລັບການ​ພົວພັນ​ກັບ​ສະຫະລັດ ລຸນ​ຫລັງ​ທີ່​ໄດ້​ເກີດ
ເຫ​ດການສັງຫານ​ທະຫານ​ປາ​ກິ​ສຖານ​ 24 ຄົນຍ້ອນ​ເຂົ້າ​ໃຈ​ຜິດ ​ໃນ​ການ​ໂຈມຕີ​ຂ້າມ​ຊາຍ
ແດນ​ຂອງ​ກໍາລັງ​ເນ​ໂຕ້ ​ເມື່ອ​ເດືອນ​ພະຈິກ​ຜ່ານ​ມານັ້ນ.

ແຕ່ແທນ​ທີ່​ຈະ​ພິຈາລະນາ​ຄືນເບິ່ງ​ເລື່ອງສາຍ​ພົວພັນກັບສະຫະລັດ​ ບັນດາ​ຜູ້​ແທນ ຝ່າ​ຍຄ້ານ
ແລະຝ່າຍສາສະໜາ ​ໃນ​ວັນ​ພະຫັດ​ວານ​ນີ້ ກັບ​ໄດ້​ສຸມ​ຄວາມ​ສົນ​ໃຈ​ໃສ່​ເລື່ອງ​ທີ່ສະຫະລັດ​ໄດ້
ປະກາດ​ຈະ​ຈ່າຍຄ່າລາງວັນ​ນໍາ​ຈັບ ນາຍ Saeed ແລະຕິຕຽນ​ການ​ຕັດສິນ​ໃຈ​ດັ່ງກ່າວວ່າ
ເປັນການ​ແຊກແຊງ​ເຂົ້າ​ໃນ​ກິດຈະການພາຍໃນຂອງ ປາກິສຖານ.

ໃນວັນພຸດຜ່ານມານີ້ ກະຊວງການຕ່າງປະເທດຂອງປາກີສຖານ ກ່າວວ່າ ຕົນ ຕ້ອງການ
ຫຼັກຖານສົນທະນາ​ຕ່າງໆທາງ​ໂທລະພາບ ແລະກ່າວ​ຄໍາ​ປາ​ໄສ​ຕໍ່​ທີ່ຊຸມນຸມສາທາລະນະ ຊຶ່ງຜູ້ກ່ຽວໄດ້ກ່າວຕິຕຽນສະຫະລັດນັ້ນ.

ນາຍ Saeed ​ໄດ້ຫົວ​ເລາະ​ເຍາະ​ເຍີ້​ຍ​ທາງ​ວໍ​ຊິງ​ຕັນ ທີ່​ໃຫ້​ລາງວັນ​ນໍາ​ຈັບຄົນຜູ້​ນຶ່ງ ທັ້ງໆ
ທີ່ຮູ້ດີ​ຢູ່​ແລ້ວ​ວ່າ ຄົນ​ຜູ້​ນັ້ນ​ຢູ່​ໃສ່​.

ການ​ປະກາດ​ໃຫ້ລາງວັນ​ນໍາ​ຈັບ ນາຍ Saeed ນັ້ນ ໄດ້ມີຂຶ້ນໃນຂະນະທີ່ ຮອງ​ລັດຖະມົນຕີ
ກະຊວງການຕ່າງປະເທດສະຫະລັດ ທ່ານ Tom Nides ທໍາ​ການ ພົບປະກັບລັດຖະມົນ
ຕີການຕ່າງປະເທດປາ​ກິ​ສຖານ​ ທ່ານນາງ Hina Rabbani Khar ທີ່ນະຄອນຫລວງ
Islamabad. ການຢ້ຽມຢາມຂອງທ່ານ Nides ຄັ້ງນີ້ ​ແມ່ນເພື່ອປົວແປງສາຍສໍາພັນທາງ
ການ​ທູດ​ກັບ​ປາ​ກິ​ສຖານ.

XS
SM
MD
LG