ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສະຫະລັດໝາຍໝັ້ນຕໍ່ການ ເປັນພາຄີກັບປາກິສຖານ


ລມຕ ຕ່າງປະ​ເທດ​ສະຫະລັດ ທ່ານ​ນາງ Hillary Clinton ກ່າວ​ວ່າ ສະຫະລັດ​ມີ​ຄວາມ​ໝາຍ​ໝັ້ນ ຕໍ່ການກໍ່ສ້າງ​ຄວາມ​ເປັນ​ພາຄີ​ກັນ​ກັບ​ປາ​ກິ​ສຖານ. ​ໃນ​ການຖະ​ແຫລ​ງຕໍ່​ພວກ​ນັກ​ຂ່າວ​ຢູ່ທີ່​ປາ​ກິ​ສຖານ​ ໃນ​ວັນ​ຈັນ​ມື້​ນີ້​ ທ່ານ​ນາງຄລິນ​ຕັນເວົ້າວ່າ ສະຫະລັດແມ່ນຢາກ​ຈະ​ວາງ ອັນ​ທີ່​ທ່ານ ນາງ​ເອີ້ນ​ວ່າ “ພື້ນຖານ​ແຫ່ງ​ການ​ຊ່ວຍ​ເຫລືອ” ​ໄວ້​ໃຫ້​ປາ​ກິ​ສຖານ ​ເພື່ອຊ່ວຍ​ໃຫ້​ປະຊາຊົນ​ປາ​ກິ​ສຖານ​ ໄດ້​ຊົມ​ໃຊ້​ສັນຕິພາບ​ແລະ​ຄວາມ​ວັດທະນາ​ຖາວອນ ທີ່​ພວກ​ເຂົາ​ເຈົ້າປາດ​ຖະໜານັ້ນ.

ກ່ອນ​ໜ້ານັ້ນ​ໃນ​ມື້​ດຽວ​ກັນ​ນີ້ ທ່ານ​ນາງຄລິນ​ຕັນ​ໄດ້​ປະກາດ​ໂຄງການ​ພັດທະນາ​ໃໝ່​ຫລາຍ​ອັນ ສຳລັບ​ປາ​ກິ​ສຖານ ທີ່​ແນ​ໃສ່​ເພື່ອ​ປັບ​ປຸງ​ພາກສ່ວນ​ນ້ຳ ພະລັງງານ ​ແລະ​ສາ​ທາ​ລະນະ​ສຸກ​ຂອງ​ປາ​ກິສ​ຖານ.

ໂຄງການ​ຊ່ວຍ​ເຫລືອ​ຕ່າງໆ​ເຫລົ່າ​ນີ້ ​ແມ່ນ​ພາກສ່ວນ​ນຶ່ງ​ຂອງ​ການ​ດຳ​ເນີນຄວາມ​ພະ​ຍາ​ຍາມ ມູນ​ຄ່າ 7,500 ລ້ານ$ ຂອງ​ສະຫະລັດ ເພື່ອ​ສ້າງ​ຄວາມ​ໝັ້ນ​ໃຈ​ໃຫ້ປາ​ກິ​ສຖານ​ວ່າ ວໍ​ຊິງ​ຕັນ​ບໍ່​ໄດ້​ເພ່ງ​ເລັງ​ໃສ່​ແຕ່​ການສະໜັບສະໜູນ​ການ​ຕໍ່ສູ້​ຕ້ານ​ພວກ​ຕາ​ລີ​ບານ​ແລະ​ອາລ​ເກ​ອີ​ດາ​ ຂອງ​ປາ​ກິ​ສຖານແຕ່​ພຽງ​ຢ່າງ​ດຽວເທົ່ານັ້ນ ​ແຕ່​ຍັງ​ຕັ້ງ​ໃຈ​ທີ່​ຈະ​ຊ່ວຍ​ປັບປຸງ​ຊີວິດ ການ​ເປັນ​ຢູ່​ຂອງ​ປະຊາຊົນ​ປາ​ກິ​ສຖານ​ນຳ​ດ້ວຍ.

XS
SM
MD
LG