ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ປາກີສຖານປະຕິເສດ ຂໍ້ກ່າວຫາ ຂອງສະຫະລັດ ກ່ຽວກັບ ກຸ່ມກໍ່ການຮ້າຍ Haqqani (ເບິ່ງວີດີໂອ)


ນາຍພົນ Ashfag Pervez Kayani ຜູ້ບັນຊາການກອງທັບ ທີ່ມີອໍານາດທີ່ສຸດຂອງປາກີສຖານ
ນາຍພົນ Ashfag Pervez Kayani ຜູ້ບັນຊາການກອງທັບ ທີ່ມີອໍານາດທີ່ສຸດຂອງປາກີສຖານ

ນາຍົກລັດຖະມົນຕີປາກິສຖານກ່າວວ່າ ການກ່າວຫາຂອງສະຫະລັດທີ່ວ່າ ປາກິສຖານໃຫ້ ຄວາມຊ່ວຍເຫລືອພວກກະບົດ​ໃນອັຟການິສຖານນັ້ນ ເປັນການສະ​ແດງ​ໃຫ້​ເຫັນ​ເຖິງຄວາມ ສັບສົນ ແລະນະໂຍບາຍທີ່​ວຸ້ນວາຍ ຢູ່ພາຍ​ໃນການຈັດຕັ້ງຂອງສະຫະລັດ ກ່ຽວກັບການ ກ້າວເດີນ​ໄປ​ຂ້າງໜ້າໃນອັຟການິສຖານນັ້ນ.

ທ່ານ Yousuf Raza Gilani ກ່າວ​ໃນຕອນ​ແລງວັນເສົາວານນີ້ວ່າ ການໂຄສະນາຊວນ ເຊື່ອຕໍ່ຕ້ານປາກິສຖານ ຂອງວໍຊິງຕັນເມື່ອໝໍ່ໆມານີ້ ​ແມ່ນເປັນທີ່​ໜ້າ​ເສຍ​ໃຈ​ຢ່າງທີ່ສຸດ ​ເພາະ​ມັນບໍ່ຄໍານຶງເຖິງຜົນສໍາເລັດແລະການເສຍສະລະຕ່າງໆຂອງປະຊາຊົນປາກິສຖານທີ່ຜ່ານ ມານັ້ນແຕ່ຢ່າງໃດ.

ໃນຂະນະດຽວ​ກັນ ຜູ້ບັນຊາການກອງທັບປາກິສຖານ ກໍໄດ້ຮຽກໃຫ້ມີກອງປະຊຸມນັດພິເສດ ຂອງພວກຜູ້ບັນຊາການອາວຸໂສຂອງທ່ານ ໃນວັນອາທິດມື້ນີ້ ເພື່ອປຶກສາຫາລືກັນກ່ຽວ​ກັບ ສະຖານະການດ້ານຄວາມໝັ້ນຄົງ. ນາຍພົນ Ashfag Pervez Kayani ທີ່ຖືກຮັບຮູ້ຢ່າງ ກວ້າງຂວາງວ່າເປັນຜູ້ມີອໍານາດທີ່ສຸດໃນປາກິສຖານນັ້ນ ໄດ້ປະຕິເສດຂໍ້ກ່າວຫາຂອງວໍຊິງຕັນ ວ່າບໍ່​ມີ​ພື້ນຖານ.

ສະຫະລັດແລະປາກິສຖານ ເປັນພັນທະມິດທີ່ສໍາຄັນຕໍ່ກັນໃນສົງຄາມຕໍ່ຕ້ານພວກຫົວຮຸນ ແຮງໃນອັຟການີສຖານ ແຕ່ປາກິສຖານໄດ້ເຕືອນສະຫະລັດ ເມື່ອອາທິດຜ່ານມານີ້ວ່າ ສະຫະລັດສ່ຽງຕໍ່​ການສູນເສຍພັນທະມິດໄປ ຫລັງຈາກວໍຊິງຕັນ​ໄດ້ກ່າວຫາລັດຖະບານປາກິສ ຖານວ່າ ໃຫ້ການສະໜັບສະໜຸນພວກຫົວຮຸນແຮງທີ່ມີ​ສ່ວນພົວພັນກັບກຸ່ມກໍ່ການຮ້າຍ ອາລ ຄາອີດາ ທໍາ​ການໂຈມຕີເປົ້າໝາຍຕ່າງໆໃນອັຟການິສຖານ.

ນາຍພົນ Mike Mullen ປະທານເສນາທິການຮ່ວມກອງທັບສະຫະລັດ ໄດ້ກ່າວ​ຕໍ່ກອງ
ປະຊຸມ​ຮັບ​ຟັງ​ຄໍາ​ໃຫ້ການ​ຂອງສະພາສູງບັ້ນນຶ່ງ ເມື່ອວັນພະຫັດຜ່ານມາວ່າ ເຄືອຂ່າຍ
Haqqani ທີ່ປະຕິບັດການພາຍ​ໃຕ້ການສະໜັບສະໜຸນຂອງໜ່ວຍສືບລັບຂອງປາກິສຖານ
ຫລື ISI ນັ້ນ ​ເປັນ​ຜູ້ວາງ​ແຜນແລະ​ທໍາ​ການ​ໂຈມຕີສະຖານທູດ​ສະຫະລັດ​ ທີ່​ນະຄອນຫລວງ​
ກາ​ບູນ ​ເມື່ອ​ໝໍ່ໆ​ມາ​ນີ້. ນາຍ​ພົນ​ມູນ​ເລັນກ່າວ​ວ່າ ນອກ​ນີ້​ແລ້ວ ​ເຄືອ​ຂ່າຍ Haqqani ຍັງ​
ຮັບຜິດຊອບ​ຕໍ່​ເຫດວາງ​ລະເບີດ​ລົດ​ ເມື່ອ​ຄັ້ງ​ວັນ​ທີ່ 10 ກັນຍາ ທີ່​ຖານທັບເນ​ໂຕ້​ແຫ່ງ​ນຶ່ງ
ໃນພາກ​ກາງ​ອັຟກາ​ນີສຖານ​ນັ້ນ.

ເມື່ອ​ວັນ​ສຸກ​ຜ່ານ​ມາ​ນີ້ ທໍານຽບຂາວ​ໄດ້​ຮຽກຮ້ອງ​ໃຫ້​ປາ​ກິສຖານ​ຈົ່ງເອົາບາດກ້າວ ຕໍ່ຕ້ານ​
ເຄືອ​ຂ່າຍ Haqqani ໂດຍ​ທັນ​ທີ​ ເພື່ອ​ຮັບ​ປະກັນວ່າເຄືອ​ຂ່າຍ​ດັ່ງກ່າວ​ຈະ​ບໍ່​ເປັນ​ໄພ​ຂົ່ມຂູ່​ຕໍ່
ປະຊາຊົນ​ອາ​ເມຣິກັນ ​ແລະ​ປາ​ກິ​ສຖານ​ອີກ​ຕໍ່​ໄປ​.

ເບິ່ງວີດີໂອລາຍງານພາສາອັງກິດ ທີ່ກ່ຽວຂ້ອງກັນ:

XS
SM
MD
LG