ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໑ ມີນາ ໒໐໒໕

ກຸ່ມຕາລີບັນວ່າ ຕົນເປັນຜູ້ຄວບຄຸມ ເຄືອຂ່າຍຮັກການີ


ພວກປະທ້ວງປາກິສຖານຮ້ອງໂຮຄໍາຂວັນ ຢູ່ບ່ອນຊຸມນຸມຕໍ່ຕ້ານອາເມຣິກາແຫ່ງນຶ່ງ ປະນາມຕໍ່ການກ່າວຫາ ຂອງສະຫະລັດ ທີ່ວ່າອົງການສືບລັບຂອງປາກິສຖານມີຄວາມສໍາພັນ ກັບເຄືອຂ່າຍຮັກການີ,
ວັນທີ 26 ກັນຍາ 2011.
ພວກປະທ້ວງປາກິສຖານຮ້ອງໂຮຄໍາຂວັນ ຢູ່ບ່ອນຊຸມນຸມຕໍ່ຕ້ານອາເມຣິກາແຫ່ງນຶ່ງ ປະນາມຕໍ່ການກ່າວຫາ ຂອງສະຫະລັດ ທີ່ວ່າອົງການສືບລັບຂອງປາກິສຖານມີຄວາມສໍາພັນ ກັບເຄືອຂ່າຍຮັກການີ, ວັນທີ 26 ກັນຍາ 2011.

ກຸ່ມ​ຕາ​ລິ​ບັນ​ກ່າວ​ວ່າ ຕົນ​ ບໍ່​ແມ່ນ​ປາ​ກິ​ສຖານ ​ເປັນ​ຜູ້​ຄວບ​ຄຸມ​ເຄືອ​ຂ່າຍ Haqqani ທີ່ພວກ
​ເຈົ້າ​ໜ້າ​ທີ່​ສະຫະລັດ​ຖິ້ມ​ໂທດ​ໃສ່​ວ່າ ​ທໍາ​ການ​ໂຈມ​ຕີ​ຫລາຍ​ບັ້ນ​ຕໍ່​ເປົ້າ​ໝາຍ​ອາ​ເມຣິກັນ​ຕ່າງໆ
​ແລະ​ວ່າ​ກຸ່ມດັ່ງກ່າວມີການ​ພົວພັນ​ກັບ​ອົງການ​ສືບ​ລັບ​ຂອງ​ລັດຖະບານ​ອິສລາມາ​ບັດ​ນັ້ນ.

ຖະແຫຼງການສະບັບນຶ່ງທີ່​ພິມເຜີຍແຜ່ໃນ web site ຂອງ​ກຸ່ມ​ຕາ​ລີ​ບັນ​ນັ້ນ​ກ່າວ​ວ່າກິດຈະ
ກຳຂອງກະບົດ​ທັງ​ໝົດ​ ແມ່ນ​ຄວາມ​ຄິດ​ລິ​ເລີ້ມ​ຂອງ​ຕົນ​ເອງ​ ແລະ​ແມ່ນພຶດຕິ​ກໍາ​ຂອງ​ຕົນ​ເອງ
ແລະ​ເວົ້າ​ຕໍ່​ໄປ​ວ່າ ບໍ່​ມີ​ສາຍ​ພົວພົນ​ໃດໆລະຫວ່າງ​ເຄືອຂ່າ​ຍ Haqqani ​ແລະ​ອົງການ​ສືບ​ລັບ
ISI ຂອງປາ​ກິ​ສຖານ​ນັ້ນ.

ນອກ​ນີ້​ຖະ​ແຫລ​ງການ​ສະບັບ​ນີ້​ຍັງ​ເວົ້າ​ເຊ່ນ​ກັນ​ວ່າ ຄວາມ​ພະຍາຍາມ​ໃດໆ​ເພື່ອ​ເຊື່ອມ​ໂຍງ​
ທ່ານ Jalaluddin Haqqani ຜູ້​ກໍ່​ຕັ້ງ​ເຄືອ​ຂ່າຍ Haqqani ​ໃສ່ກັບ​ລັດຖະບານ​ປາ​ກິ​ສຖານ​
ໄດ້​ເປັນຄວາມ​ພະຍາຍາມ​ອັນ​ນຶ່ງ​ເພື່ອ​ໃຫ້​ຊື່ສຽງ​ບໍ່​ດີ​ແກ່​ບຸກຄົນ​ສໍາຄັນໆ​ທີ່​ມີ​ຊື່​ສຽງ​ໂດ​ງດັງ​
ຂອງ​ພວກ​ເຮົາ ໂດຍ​ການ​ເຊື່ອ​ມ​ໂຍງ​ຂອງ​ບຸກຄົນ​ເຫຼົ່າ​ນີ້​ໄປ​ໃສ່​ພວກ​ອົງການ​ສືບ​ລັບ​ຕ່າງປະ
ເທດ​ນັ້ນ.

ໃນ​ສັບປະດາ​ຜ່ານ​ມາ​ນີ້ ພົນ​ເຮືອ​ເອກ Mike Mullen ທີ່​ຈະ​ພົ້ນຈາກຕໍາ​ແໜ່​ງ​ຫົວໜ້າ
​ເສນາ​ທິການ​ຮ່ວມກອງທັບ​ສະຫະລັດ​ກ່າວ​ວ່າ ກຸ່ມ Haqqani ​ເປັນ​ສາຂາ​ນຶ່ງ​ຂອງ​ອົງ
ການ​ສືບ​ລັບ​ຂອງ​ປາ​ກິ​ສຖານ​ຢ່າງ​ແທ້​ຈິງ ​ໂດຍ​ຖິ້ມ​ໂທດ​ໃສ່​ພວກ​ນັກ​ຕໍ່ສູ້​ຂອງ​ກຸ່ມ​ດັ່ງກ່າວ
​ໃນການ​ບຸກ​ໂຈມ​ຕີ​ສະຖານທູດ​ສະຫະລັດ​ໃນ​ກຸງ​ຄາ​ບູລ ທີ່​ພາ​ໃຫ້​ມີ​ຜູ້​ເສຍ​ຊີວິດ ຕະຫຼອດ
ທັງ​ການ​ໂຈມ​ຕີຕໍ່​ກອງ​ບັນຊາ​ການ​ຂອງ​ກຸ່ມ​ເນ​ໂຕ້​ໃນ​ອັຟກາ​ນິສຖານ​ໃນ​ຕົ້ນ​ເດືອນ​ນີ້.

ປາ​ກິ​ສຖານ​ໄດ້​ປະຕິ​ເສດ​ຊໍ້າ​ແລ້ວ​ຊໍ້າ​ອີກ​ຕໍ່​ການ​ກ່າວ​ຫາ​ຂອງ​ສະຫະລັດ​ນີ້.

ຫວ່າງ​ໄວໆ​ຜ່ານ​ມາ​ນີ້ ບັນດາ​ເຈົ້າ​ໜ້າ​ທີ່​ສະຫະລັດ​ໄດ້​ທໍາ​ຄວາມ​ກົດ​ດັນ​ທາງ​ການ​ທູດ​ເພີ່ມ
ຂຶ້ນ​ໃສ່ປາ​ກິ​ສຖານ ​ໃຫ້ທໍາ​ການ​ເຄື່ອນ​ໄຫວ​ທາງ​ທະຫານ​ຕໍ່​ກຸ່ມ Haqqani ນັ້ນ.

XS
SM
MD
LG